Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 77 - ພຣະຄຳພີສັກສິ


ໄດ້​ຮັບ​ຄວາມ​ໜູນໃຈ​ໃນ​ຄາວ​ລຳບາກ

1 ຂ້ານ້ອຍ​ຮ້ອງທຸກ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ, ຂ້ານ້ອຍ​ຮ້ອງຫາ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ.

2 ເມື່ອ​ຢູ່​ໃນ​ຄາວ​ລຳບາກ​ເດືອດຮ້ອນ​ຂັດສົນ ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ທັງຄືນ ແຕ່​ຄວາມ​ເລົ້າໂລມ​ໃຈ​ກໍ​ບໍ່​ເຫັນ​ມາ​ປານ​ນີ້.

3 ເມື່ອ​ຂ້ານ້ອຍ​ຄິດເຖິງ​ພຣະເຈົ້າ​ກໍ​ຖອນ​ຫາຍໃຈ ເມື່ອ​ຄິດ​ຕຶກຕອງ​ກໍ​ອ່ອນ​ກຳລັງ​ໃຈ​ໄປ​ດ້ວຍ.

4 ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ນອນ​ບໍ່​ຫລັບ​ທັງຄືນ ຂ້ານ້ອຍ​ທຸກໃຈ​ຫລາຍ​ຈົນ​ເວົ້າຈາ​ຫຍັງ​ບໍ່ໄດ້.

5 ຂ້ານ້ອຍ​ຫວນ​ຄິດເຖິງ​ເມື່ອ​ວັນຄືນ​ທີ່​ຜ່ານ​ໄປ ແລະ​ຈື່ຈຳ​ເດືອນ​ປີ​ທີ່​ຜ່ານ​ມາ​ນັ້ນ.

6 ຂ້ານ້ອຍ​ນອນ​ໃຊ້​ຄວາມ​ຄິດ​ຢ່າງໜັກ ທັງຄືນ ຂ້ານ້ອຍ​ຄິດ​ຕຶກຕອງ​ແລະ​ຖາມ​ຕົນເອງ​ດັ່ງນີ້:

7 “ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປະ​ພວກເຮົາ​ເລື້ອຍໆ​ຊັ້ນບໍ? ພຣະອົງ​ຈະ​ບໍ່​ພໍໃຈ​ນຳ​ອີກ​ຕໍ່ໄປ​ຫລືນີ້?

8 ພຣະອົງ​ເຊົາ​ຮັກ​ພວກເຮົາ​ແລ້ວ​ຊັ້ນບໍ? ຄຳສັນຍາ​ຂອງ​ພຣະອົງ​ບໍ່​ຢັ້ງຢືນ​ຕໍ່ໄປ​ອີກ​ຫລືນີ້?

9 ພຣະເຈົ້າ​ຫລົງ​ລືມ​ພຣະຄຸນ​ທີ່​ມີ​ຕໍ່​ພວກເຮົາ​ແລ້ວ​ຫລືນີ້? ຄວາມ​ໂກດຮ້າຍ​ແທນ​ຄວາມ​ເມດຕາ​ແລ້ວ​ຫລືນີ້?”

10 ແລ້ວ​ຂ້ານ້ອຍ​ເວົ້າ​ວ່າ, “ສິ່ງ​ທີ່​ເຮັດ​ໃຫ້​ປວດລ້າວ​ທີ່ສຸດ ຄື​ວ່າ​ພຣະເຈົ້າ​ບໍ່ມີ​ຣິດອຳນາດ​ຕໍ່ໄປ​ແລ້ວ.”

11 ຂ້ານ້ອຍ​ຈະ​ຈົດຈຳ​ພຣະເຈົ້າຢາເວ ສິ່ງ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຂ້ານ້ອຍ​ຈະ​ຄິດເຖິງ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ເຮັດ​ຜ່ານ​ມາ​ນັ້ນ.

12 ຂ້ານ້ອຍ​ຈະ​ຄິດເຖິງ​ທຸກສິ່ງ​ທີ່​ຊົງ​ໄດ້​ກະທຳ ຄິດ​ຄຳນຶງເຖິງ​ທຸກສິ່ງ​ທີ່​ປ່ຽມ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ.

13 ຂ້າແດ່​ພຣະເຈົ້າ ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ບໍຣິສຸດ ບໍ່ມີ​ພະ​ຕົນໃດ​ທີ່​ຍິ່ງໃຫຍ່​ເໜືອກວ່າ​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້.

14 ພຣະອົງ​ເປັນ​ພຣະເຈົ້າ​ທີ່​ເຮັດ​ການ​ອັດສະຈັນ​ທັງຫຼາຍ ບັນດາ​ຊົນຊາດ​ກໍໄດ້​ເຫັນ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

15 ດ້ວຍ​ພຣະ​ກຳລັງ ພຣະອົງ​ໄດ້​ຊົງໄຖ່​ປະຊາຊົນ​ຂອງ​ພຣະອົງ ຄື​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ​ແລະ​ຂອງ​ໂຢເຊັບ.

16 ຂ້າແດ່​ພຣະເຈົ້າ ເມື່ອ​ນໍ້າ​ເຫັນ​ພຣະອົງ​ແລ້ວ​ກໍ​ເກີດ​ຢ້ານກົວ ບ່ອນ​ເລິກ​ໃນ​ທ້ອງ​ທະເລ​ກໍ​ສັ່ນສະເທືອນ​ດ້ວຍ.

17 ເມກ​ໝອກ​ໄດ້​ຖອກເທ​ຫ່າຝົນ​ລົງ​ມາ ຟ້າ​ກໍ​ຮ້ອງ​ສຽງດັງ​ກ້ອງ​ກັງວານ​ໄປ ທົ່ວ​ທ້ອງຟ້າ​ນະພາ ແລະ​ຟ້າ​ກໍ​ແມບເຫລື້ອມ​ໂດຍ​ສົ່ງ​ແສງ​ໄປ​ທົ່ວ​ທຸກ​ທິດ.

18 ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.

19 ພຣະອົງ​ຍ່າງ​ເທິງ​ຄື້ນ​ນໍ້າ​ຂ້າມ​ທ້ອງ​ທະເລ​ໄປ ແຕ່​ບໍ່ມີ​ຮອຍ​ບາດ​ຍ່າງ​ຂອງ​ພຣະອົງ​ໃຫ້​ປາກົດ​ເປັນ​ທີ່​ເຫັນ​ໄດ້.

20 ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan