ເພງ^ສັນລະເສີນ 76 - ພຣະຄຳພີສັກສິພຣະເຈົ້າແຫ່ງໄຊຊະນະ 1 ພຣະເຈົ້າເປັນທີ່ຮູ້ຈັກກັນໃນຢູດາ ພຣະນາມກໍເປັນທີ່ຍົກຍໍໃນອິດສະຣາເອນ. 2 ພຣະອົງມີທີ່ປະທັບຢູ່ທີ່ນະຄອນເຢຣູຊາເລັມ ແລະມີທີ່ສະຖິດ ທີ່ເທິງພູເຂົາຊີໂອນດ້ວຍ. 3 ທີ່ນັ້ນ ພຣະອົງໄດ້ທຳລາຍອາວຸດເຮັດສົງຄາມ ເຊັ່ນ: ລູກທະນູ ໂລ້ປ້ອງກັນ ແລະດາບ. 4 ພຣະອົງຊົງສະຫງ່າຣາສີຍິ່ງໃຫຍ່ ສູງສົ່ງເໜືອພູເຂົາທັງປວງ. 5 ພວກທະຫານທີ່ອົງອາດເກັ່ງກ້າຂອງພວກເຂົາ ຕ່າງກໍຖືກປຸ້ນຈົນສິ່ງຂອງໝົດກ້ຽງ ແລະບັດນີ້ນອນຫລັບຢູ່ເພາະສິ້ນລົມຫາຍໃຈ ກຳລັງວັງຊາທີ່ມີກໍໃຊ້ການບໍ່ໄດ້. 6 ຂ້າແດ່ພຣະເຈົ້າຂອງຢາໂຄບ ເມື່ອພຣະອົງຂູ່ຂວັນ ມ້າແລະຄົນຂີ່ກໍລົ້ມລົງສິ້ນໃຈຕາຍຕາມໆກັນ. 7 ແຕ່ພຣະອົງເປັນທີ່ຢ້ານກົວຢຳເກງຂອງທຸກຄົນ. ເມື່ອພຣະອົງໂກດຮ້າຍ ບໍ່ມີຜູ້ໃດກ້າຢືນຢູ່ຊ້ອງໜ້າພຣະອົງ 8 ຈາກຟ້າສະຫວັນພຣະອົງປະກາດຕັດສິນ ທົ່ວທັງໂລກກໍຢ້ານກົວແລະມິດງຽບ 9 ເມື່ອພຣະອົງລຸກຂຶ້ນປະກາດຄຳຕັດສິນ ເພື່ອຊ່ວຍທຸກຄົນທີ່ຖືກກົດຂີ່ເທິງແຜ່ນດິນໂລກໃຫ້ພົ້ນ. 10 ຄວາມໂກດຮ້າຍຂອງມະນຸດກໍເປັນພຽງແຕ່ ການຍ້ອງຍໍສັນລະເສີນພຣະອົງເທົ່ານັ້ນ. ຜູ້ທີ່ລອດຊີວິດຈາກການເສິກຈະສະຫລອງ ໄຊຊະນະຂອງພຣະເຈົ້າຢາເວ. 11 ຈົ່ງຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຕາມທີ່ໄດ້ສັນຍາໄວ້ ຈົ່ງໃຫ້ຊົນຊາດໃກ້ຄຽງ ນຳຂອງຂວັນມາຖວາຍແກ່ພຣະອົງສາ ເພາະພຣະອົງໃຫ້ມະນຸດຢຳເກງພຣະອົງແລ້ວ. 12 ພຣະອົງໃຫ້ກະສັດຜູ້ຈອງຫອງຖ່ອມຕົວ ແລະກະສັດຜູ້ຍິ່ງໃຫຍ່ເກີດມີຄວາມຢ້ານ. |
@ 2012 United Bible Societies. All Rights Reserved.