Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 75 - ພຣະຄຳພີສັກສິ


ພຣະເຈົ້າ​ຜູ້ຕັດສິນ​ຄວາມ

1 ຂ້າແດ່​ພຣະເຈົ້າ​ເອີຍ ພວກ​ຂ້ານ້ອຍ​ຂໍ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ, ພວກ​ຂ້ານ້ອຍ​ຂໍ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ປະກາດ​ວ່າ​ພຣະອົງ​ຍິ່ງໃຫຍ່​ທີ່ສຸດ ແລະ​ບອກ​ເຖິງ ການ​ອັດສະຈັນ ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.

2 ພຣະເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ຕັ້ງ​ເວລາ​ໄວ້​ສຳລັບ​ການ​ພິພາກສາ ເຮົາ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ.

3 ເຖິງ​ແມ່ນ​ວ່າ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ນັ້ນ ສັ່ນ​ສະທ້ານ​ຢ້ານກົວ​ກໍຕາມ ແຜ່ນດິນ​ໂລກ​ຄອນແຄນ​ກໍຕາມ ແຕ່​ເຮົາ​ຈະ​ຮັກສາ​ພື້ນຖານ​ມັນ​ໃຫ້​ໝັ້ນຄົງ​ຢູ່.

4 ເຮົາ​ບອກ​ຄົນຊົ່ວຮ້າຍ​ບໍ່​ໃຫ້​ຈອງຫອງ

5 ແລະ​ບອກ​ພວກເຂົາ​ໃຫ້​ຢຸດ​ອວດອ້າງ.”

6 ການຕັດສິນ​ນັ້ນ​ບໍ່ໄດ້​ມາ​ຈາກ​ທິດ​ຕາເວັນອອກ ຫລື​ທິດ​ຕາເວັນຕົກ ທິດເໜືອ​ຫລື​ທິດໃຕ້;

7 ແຕ່​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ຕັດສິນ​ຄວາມ​ໂດຍ​ລົງໂທດ ໃສ່​ບາງຄົນ​ແລະ​ປ່ອຍ​ບາງຄົນ​ໃຫ້​ພົ້ນ​ຜິດ​ໄດ້.

8 ພຣະເຈົ້າຢາເວ​ຖື​ຈອກ​ຢູ່​ໃນ​ມື​ຊຶ່ງ​ເຕັມ​ໄປ ດ້ວຍ​ເຫຼົ້າ​ອະງຸ່ນ​ປຸກ​ແຫ່ງ​ຄວາມ​ໂກດຮ້າຍ. ພຣະອົງ​ເທ​ເຫຼົ້າ​ນັ້ນ ແລະ​ຄົນຊົ່ວຮ້າຍ​ທັງຫລາຍ​ໄດ້​ດື່ມ​ທຸກຄົນ ພວກເຂົາ​ດື່ມ​ກັນ​ໝົດ​ຈົນ​ຢອດ​ສຸດທ້າຍ.

9 ແຕ່​ຂ້ານ້ອຍ​ຈະ​ບໍ່​ຢຸດ​ກ່າວ​ເຖິງ​ພຣະເຈົ້າ​ຂອງ​ຢາໂຄບ ຫລື​ເຊົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຈັກເທື່ອ.

10 ພຣະອົງ​ຈະ​ທຳລາຍ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແຕ່​ອຳນາດ​ຂອງ​ຄົນ​ຊອບທຳ​ຈະ​ທະວີ​ຂຶ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan