Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 74 - ພຣະຄຳພີສັກສິ


ຄຳ​ຈົ່ມທຸກ​ເພາະ​ພຣະວິຫານ​ຖືກ​ທຳລາຍ

1 ຂ້າແດ່​ພຣະເຈົ້າ ເຫດໃດ​ຈຶ່ງ​ປະຖິ້ມ​ຢ່າງ​ນີ້? ຈະ​ຄຽດ​ຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ສືບໄປ​ຫລືນີ້?

2 ຂໍ​ຊົງ​ໂຜດ​ຈົດຈຳ​ປະຊາຊົນ​ຂອງ​ພຣະອົງ ທີ່​ພຣະອົງ​ໄດ້​ເລືອກເອົາ​ແຕ່​ດົນນານ​ມາ​ແລ້ວ ຄື​ພວກ​ທີ່​ພຣະອົງ​ໄດ້​ນຳ​ອອກ​ຈາກ​ການ​ເປັນ​ທາດ ມາ​ເປັນ​ຊົນເຜົ່າ​ຂອງ​ພຣະອົງ​ນັ້ນ. ຈົ່ງ​ລະນຶກ​ຄິດເຖິງ​ພູເຂົາ​ຊີໂອນ ຊຶ່ງ​ຄັ້ງໜຶ່ງ​ພຣະອົງ​ເຄີຍ​ສະຖິດ​ຢູ່.

3 ຈົ່ງ​ຍ່າງ​ເລາະ​ເບິ່ງ​ສິ່ງ​ຫັກ​ເພພັງ​ທັງໝົດ​ນັ້ນ​ດູ ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ທຳລາຍ​ທຸກສິ່ງ​ໃນ​ພຣະວິຫານ​ໝົດສິ້ນ.

4 ພວກ​ສັດຕູ​ຂອງ​ພຣະອົງ​ໄດ້​ໂຮຮ້ອງ​ຢ່າງ​ມີໄຊ​ໃນ​ສະຖານທີ່​ບໍຣິສຸດ​ຂອງ​ພຣອົງ. ພວກເຂົາ​ໄດ້​ປັກ​ທຸງ​ໄວ້​ໃນ​ທີ່ນັ້ນ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ໄຊຊະນະ.

5 ພວກເຂົາ​ນັ້ນ ເປັນ​ເໝືອນ​ຄົນ​ຕັດ​ໄມ້ ທີ່​ກຳລັງ​ປໍ້າ​ຕົ້ນໄມ້​ດ້ວຍ​ຂວານ​ຂອງ​ພວກເຂົາ.

6 ດ້ວຍ​ຂວານ​ແລະ​ຄ້ອນຕີ​ນັ້ນ ພວກເຂົາ​ໄດ້​ລົງມື ທັບ​ປະຕູ​ໄມ້​ທີ່​ແກະສະຫລັກ​ຈົນ​ໝຸ່ນ​ທະລາຍ.

7 ພວກເຂົາ​ໄດ້​ຈູດ​ພຣະວິຫານ​ຂອງ​ພຣະອົງ ແລະ​ໄດ້​ທຳລາຍ​ຄວາມ​ສັກສິດ​ແຫ່ງ​ສະຖານທີ່​ແຫ່ງ​ພຣະນາມ​ຂອງ​ພຣະອົງ​ນັ້ນ​ເຖິງ​ດິນ.

8 ພວກເຂົາ​ໄດ້ກ່າວ​ໃນ​ໃຈ​ວ່າ, “ພວກເຮົາ​ຈະ​ຢຽບຢໍ່າ​ພວກເຂົາ​ໃຫ້​ໝົດສິ້ນໄປ.” ພວກເຂົາ​ຈູດ​ເຜົາ​ສະຖານທີ່​ຊຸມນຸມ​ໃນ​ດິນແດນ​ທຸກໆ​ບ່ອນ.

9 ພວກ​ຂ້ານ້ອຍ​ບໍ່ເຫັນ​ໝາຍສຳຄັນ​ທັງຫຼາຍ​ຕໍ່ໄປ ບໍ່ມີ​ຜູ້ທຳນວາຍ​ຈັກ​ຄົນ​ທີ່​ຫລົງເຫລືອ​ຢູ່​ໃນ​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ບໍ່ມີ​ໃຜ​ຮູ້​ວ່າ​ຍັງ​ດົນ​ປານໃດ.

10 ຂ້າແດ່​ພຣະເຈົ້າ ສັດຕູ​ຈະ​ຫົວຂວັນ​ໃສ່​ດົນ​ປານໃດ? ພວກເຂົາ​ຈະ​ໝິ່ນປະໝາດ​ພຣະອົງ​ສືບໄປ​ຫລືນີ້?

11 ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ບໍ່​ຍື່ນມື​ເຂົ້າ​ມາ​ຊ່ວຍ​ພວກ​ຂ້ານ້ອຍ? ເພາະເຫດໃດ​ພຣະອົງ​ຈຶ່ງ​ເອົາ​ມື​ຂັດ​ຫລັງ​ໄວ້?

12 ພຣະອົງ​ຄື​ກະສັດ​ຂອງ​ພວກ​ຂ້ານ້ອຍ​ແຕ່​ເດີມ ພຣະອົງ​ໄດ້​ໃຫ້​ຄວາມ​ພົ້ນ​ເທິງ​ແຜ່ນດິນ​ໂລກ.

13 ທະເລ​ຖືກ​ແຍກ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ ແລະ​ຢຽບ​ທຳລາຍ​ຫົວ​ມັງກອນ ສັດ​ໃຫຍ່​ໃນ​ທະເລ

14 ຄື​ໄດ້​ຢຽບ​ຫົວ​ໂຕ​ມັງກອນ​ຊື່​ວ່າ ເລວີອາທານ ແລະ​ເອົາ​ຊາກສົບ​ນັ້ນ​ໃຫ້​ເປັນ​ອາຫານ​ຂອງ​ສັດ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.

15 ພຣະອົງ​ໄດ້​ເຮັດ​ໃຫ້​ລຳນໍ້າ​ແລະ​ນໍ້າພຸ​ຫລັ່ງໄຫລ ພຣະອົງ​ເຮັດ​ໃຫ້​ແມ່ນໍ້າ​ບົກແຫ້ງ​ລົງ​ໄດ້.

16 ພຣະອົງ​ໄດ້ສ້າງ​ກາງເວັນ​ແລະ​ກາງຄືນ ດວງອາທິດ​ແລະ​ດວງເດືອນ​ກໍໄດ້​ຖືກ​ຕັ້ງ​ໄວ້.

17 ພຣະອົງ​ຈັດ​ເຂດ​ຕ່າງໆ​ໄວ້​ໃນ​ແຜ່ນດິນ​ໂລກ ຍາມຮ້ອນ​ແລະ​ຍາມ​ໜາວ​ກໍໄດ້​ຖືກ​ກຳນົດ​ໄວ້.

18 ຂ້າແດ່​ພຣະເຈົ້າຢາເວ​ເອີຍ ແຕ່​ໂຜດ​ຈົດຈຳ​ວ່າ ພວກ​ສັດຕູ​ໄດ້​ຫົວຂວັນ​ໃສ່​ພຣະອົງ ພວກເຂົາ​ດູໝິ່ນ​ຫຍໍ້ຫຍັນ​ພຣະນາມ​ຂອງ​ພຣະອົງ

19 ຂໍ​ຢ່າ​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທຸກຍາກ​ໄປ​ຕະຫຼອດການ ຂໍ​ຢ່າ​ປະປ່ອຍ​ຊີວິດ​ນົກເຂົາ​ຂອງ​ພຣະອົງ​ໃຫ້​ແກ່​ສັດຮ້າຍ.

20 ຂໍ​ຊົງ​ໂຜດ​ຈື່ຈຳ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ໄວ້​ກັບ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ຕາມ​ດິນແດນ​ທຸກແຫ່ງ​ທີ່​ມືດ​ນັ້ນ ກໍ​ເຕັມ​ແຕ່​ການ​ຮຸນແຮງ.

21 ຂໍ​ຢ່າ​ໃຫ້​ຄົນ​ທີ່​ຖືກ​ຂົ່ມເຫັງ​ນັ້ນ​ໄດ້​ຮັບ​ຄວາມ​ອັບອາຍ ຂໍ​ໃຫ້​ຄົນທຸກ​ແລະ​ຄົນ​ຂັດສົນ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເຖີດ.

22 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ລຸກຂຶ້ນ​ຕໍ່ສູ້​ຄະດີ​ຂອງ​ພຣະອົງ ແລະ​ຈື່​ວ່າ​ຄົນ​ບໍ່​ນັບຖື​ພຣະອົງ ຫົວຂວັນ​ໃສ່​ພຣະອົງ​ທຸກໆ​ວັນ.

23 ຂໍ​ຢ່າ​ຊົງ​ລືມ​ສຽງ​ໂຮຮ້ອງ​ຢ່າງ​ຮ້າຍກາດ​ຂອງ​ພວກ​ສັດຕູ​ຂອງ​ພຣະອົງ ພວກເຂົາ​ຮ້ອງ​ຢ່າງ​ລຽນຕິດ​ຕໍ່ສູ້​ພຣະອົງ​ຢູ່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan