ເພງ^ສັນລະເສີນ 73 - ພຣະຄຳພີສັກສິໝວດທີ 3 (ເພງສັນລະເສີນ 73–89) ຄວາມຍຸດຕິທຳຂອງພຣະເຈົ້າ 1 ພຣະເຈົ້າຊົງຄຸນຄວາມດີແກ່ອິດສະຣາເອນ ຄືແກ່ພວກທີ່ມີຈິດໃຈບໍຣິສຸດຜຸດຜ່ອງ. 2 ແຕ່ຂ້ານ້ອຍເກືອບສູນເສຍຄວາມໝັ້ນໃຈ ຄວາມເຊື່ອຂອງຂ້ານ້ອຍເກືອບໝົດສິ້ນໄປ 3 ເພາະຂ້ານ້ອຍໄດ້ອິດສາຄົນຈອງຫອງ ເມື່ອຂ້ານ້ອຍເຫັນວ່າທຸກສິ່ງເປັນໄປໂດຍດີແກ່ຄົນຊົ່ວຮ້າຍນັ້ນ. 4 ພວກເຂົາບໍ່ໄດ້ທົນທຸກຕໍ່ຄວາມເຈັບປວດໃດໆ ທັງຮ່າງກາຍຂອງພວກເຂົາກໍປົກກະຕິດີ ແລະມີສຸຂະພາບສົມບູນດີດ້ວຍ. 5 ພວກເຂົາບໍ່ໄດ້ທົນທຸກດັ່ງຄົນອື່ນເລີຍ ທັງບໍ່ເຄີຍເດືອດຮ້ອນດັ່ງຄົນອື່ນດ້ວຍ. 6 ສະນັ້ນ ຄວາມຈອງຫອງຈຶ່ງກ້ຽວຄໍ ເໝືອນດັ່ງສາຍສ້ອຍຄ້ອງຄໍພວກເຂົາ ແລະຄວາມຮຸນແຮງຫຸ້ມຕົວພວກເຂົາ ເໝືອນດັ່ງສວມເສື້ອຄຸມ 7 ຈິດໃຈຂອງພວກເຂົາເທແຕ່ຄວາມຊົ່ວຮ້າຍອອກມາ ແລະຄວາມຄິດກໍມີແຕ່ອຸບາຍອັນຊົ່ວຮ້າຍ. 8 ພວກເຂົາຫົວຂວັນໃສ່ຄົນອື່ນແລະເວົ້າແຕ່ສິ່ງບໍ່ດີ ພວກເຂົາຈອງຫອງແລະວາງແຜນກົດຂີ່ຂົ່ມເຫັງຄົນອື່ນ. 9 ພວກເຂົາເວົ້າຄວາມຊົ່ວຊ້າຕໍ່ພຣະເຈົ້າຜູ້ທີ່ຢູ່ເທິງສະຫວັນ ແລະອອກຄຳສັ່ງຢ່າງຈອງຫອງໃສ່ມະນຸດໃນໂລກ 10 ສະນັ້ນ ປະຊາຊົນຂອງພຣະເຈົ້າຈຶ່ງຫັນໄປຫາພວກເຂົາ ແລະເຊື່ອຟັງຢ່າງຮ້ອນຮົນໃນສິ່ງທີ່ພວກເຂົາເວົ້ານັ້ນ. 11 ພວກເຂົາເວົ້າກັນວ່າ, “ພຣະເຈົ້າບໍ່ຫ່ອນຈະຮູ້ເຫັນ ພຣະເຈົ້າອົງສູງສຸດຈະບໍ່ຮູ້ເລື່ອງຫຍັງດອກ.” 12 ຝ່າຍຄົນຊົ່ວຮ້າຍນັ້ນກໍເປັນຢ່າງນີ້ແຫລະ ພວກເຂົາມັ່ງຄັ່ງສົມບູນແລະມີຫລາຍຂຶ້ນເລື້ອຍໆ. 13 ແລ້ວມັນມີປະໂຫຍດຫຍັງທີ່ຂ້ານ້ອຍຮັກສາຕົນໃຫ້ບໍຣິສຸດ ແລະທັງບໍ່ເຄີຍໄດ້ສ້າງບາບດ້ວຍ. 14 ພຣະອົງເຮັດໃຫ້ຂ້ານ້ອຍໄດ້ທົນທຸກຕະຫຼອດວັນ ແລະຖືກຂົ່ມເຫັງທຸກໆເຊົ້າ. 15 ຖ້າວ່າຂ້ານ້ອຍໄດ້ເວົ້າຢ່າງນັ້ນ, ຂ້ານ້ອຍຈະບໍ່ໄດ້ປະຕິບັດສົມກັບເປັນປະຊາຊົນຂອງພຣະອົງ. 16 ຂ້ານ້ອຍໄດ້ພະຍາຍາມຄິດເຖິງບັນຫານີ້ຈົນສຸດຄວາມສາມາດ ແຕ່ພັດຍາກເກີນໄປທີ່ຈະເຂົ້າໃຈໄດ້. 17 ຈົນກວ່າຂ້ານ້ອຍໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລ້ວຂ້ານ້ອຍກໍເຂົ້າໃຈສິ່ງທີ່ຈະເກີດກັບຄົນຊົ່ວຮ້າຍ. 18 ພຣະອົງຈະໃຫ້ພວກເຂົາຢູ່ຕາມບ່ອນທີ່ຈະພະລາດມື່ນ ແລະຈະເຮັດໃຫ້ພວກເຂົາຖືກທຳລາຍໄປໝົດສິ້ນ. 19 ພວກເຂົາໄດ້ຖືກທຳລາຍຖິ້ມໃນຊົ່ວອຶດຫັນໃຈດຽວ ພວກເຂົາໄດ້ລົງໄປສູ່ຈຸດຈົບອັນໜ້າຢ້ານ. 20 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພວກເຂົາເປັນເໝືອນຄວາມຝັນທີ່ຫາຍໄປ ໃນຕອນເຊົ້າ ເມື່ອພຣະອົງຕື່ນຂຶ້ນ ພວກເຂົາກໍສູນຫາຍໄປແລ້ວ. 21 ເມື່ອຂ້ານ້ອຍມີຄວາມຂົມຂື່ນໃນຈິດໃຈ ຂ້ານ້ອຍກໍເກີດມີຄວາມຮູ້ສຶກອັນລະທົມຂົມຂື່ນໃນຈິດວິນຍານ. 22 ຂ້ານ້ອຍນີ້ໂງ່ຈ້າດັ່ງສັດເດຍລະສານ ແລະບໍ່ເຂົ້າໃຈກ່ຽວກັບພຣະອົງແທ້ໆ. 23 ແຕ່ປານນັ້ນກໍຢູ່ໃກ້ຊິດພຣະອົງເລື້ອຍມາ ພຣະອົງຈັບມືຂວາຈູງຂ້ານ້ອຍໄປບໍ່ຂາດ. 24 ພຣະອົງນຳພາຂ້ານ້ອຍດ້ວຍຄຳແນະນຳຂອງພຣະອົງ ແລະໃນບັ້ນປາຍ ພຣະອົງຈະຕອບຂ້ານ້ອຍດ້ວຍກຽດຕິຍົດ. 25 ນອກຈາກພຣະອົງແລ້ວ ຂ້ານ້ອຍມີໃຜແດ່ໃນສະຫວັນ? ເມື່ອມີພຣະອົງຂ້ານ້ອຍຕ້ອງການຢາກໄດ້ຫຍັງອີກແດ່ໃນໂລກນີ້? 26 ແມ່ນວ່າ ຈິດໃຈແລະຮ່າງກາຍອ່ອນແຮງກໍຕາມ ແຕ່ພຣະເຈົ້າເປັນກຳລັງຂອງຂ້ານ້ອຍ ແລະເປັນທຸກສິ່ງທີ່ຂ້ານ້ອຍຕ້ອງການຢູ່ເລື້ອຍໆ. 27 ແມ່ນແທ້ ຜູ້ທີ່ປະຖິ້ມພຣະອົງຈະຕ້ອງພິນາດໄປ ພຣະອົງຈະທຳລາຍຄົນບໍ່ສັດຊື່ຕໍ່ພຣະອົງນັ້ນ. 28 ແຕ່ສຳລັບຂ້ານ້ອຍແລ້ວ ເປັນຄວາມສຸກໃນໃຈແທ້ທີ່ຢູ່ໃກ້ຊິດພຣະເຈົ້າ ຂ້ານ້ອຍໄດ້ພົບການຄຸ້ມຄອງຢູ່ໃນອົງພຣະຜູ້ເປັນເຈົ້າພຣະເຈົ້າ ເພື່ອຈະປະກາດທຸກສິ່ງທີ່ພຣະອົງໄດ້ກະທຳນັ້ນ. |
@ 2012 United Bible Societies. All Rights Reserved.