ເພງ^ສັນລະເສີນ 72 - ພຣະຄຳພີສັກສິຄຳພາວັນນາອະທິຖານສຳລັບກະສັດ 1 ຂ້າແດ່ພຣະເຈົ້າ ຂໍຊົງໂຜດສັ່ງສອນກະສັດ ໃຫ້ຕັດສິນດ້ວຍຄວາມຊອບທຳ ຂໍຊົງໂຜດແບ່ງປັນຄວາມຍຸດຕິທຳ ຂອງພຣະອົງນັ້ນໃຫ້ແກ່ເພິ່ນດ້ວຍ 2 ເພື່ອວ່າຈະໄດ້ປົກຄອງຄົນຂອງເພິ່ນຢ່າງຍຸດຕິທຳ ແລະພວກທີ່ຖືກກົດຂີ່ຂົ່ມເຫັງດ້ວຍຄວາມຊອບທຳໄດ້. 3 ຂໍໃຫ້ດິນແດນໄດ້ນຳຄວາມຈະເລີນຮຸ່ງເຮືອງມາ ຂໍໃຫ້ດິນແດນປະສົບແຕ່ຄວາມຊອບທຳເຖີດ. 4 ຂໍໃຫ້ກະສັດຕັດສິນຄົນທຸກຈົນດ້ວຍຄວາມເປັນທຳ ຂໍໃຫ້ຊ່ວຍຊູຜູ້ທີ່ຂັດສົນແລະເອົາຊະນະຜູ້ທີ່ກົດຂີ່. 5 ຕາບໃດທີ່ດວງອາທິດແລະດວງຈັນຍັງສ່ອງແສງສະຫວ່າງ ຂໍໃຫ້ປະຊາຊົນໄດ້ນະມັດສະການພຣະອົງສືບໆໄປເຖີດ. 6 ຂໍໃຫ້ກະສັດເປັນດັ່ງນໍ້າຝົນທີ່ຕົກໃສ່ທົ່ງນາ ເປັນດັ່ງຫ່າຝົນທີ່ຕົກໃສ່ດິນແດນດ້ວຍ. 7 ຂໍໃຫ້ຄວາມຊອບທຳຈະເລີນຂຶ້ນໃນຄາວທີ່ເພິ່ນຍັງມີຊີວິດຢູ່ ຂໍໃຫ້ຄວາມຈະເລີນຍືນຍົງຢູ່ເທົ່າດວງຈັນຍັງສ່ອງແສງ. 8 ອານາຈັກຈະຂະຫຍາຍແຕ່ທະເລນີ້ຫາທາງອື່ນໄກ ຈາກແມ່ນໍ້າເອີຟຣັດຈົນເຖິງທີ່ສຸດປາຍແຜ່ນດິນໂລກ. 9 ປະຊາຊົນທີ່ຖິ່ນແຫ້ງແລ້ງກັນດານຈະຂາບລົງຕໍ່ໜ້າເພິ່ນ ພວກສັດຕູກໍຈະລົ້ມລົງກັບພື້ນເຊັ່ນດຽວກັນ. 10 ກະສັດຂອງສະເປນແລະເກາະດອນທັງຫລາຍ ຕ່າງກໍຈະນຳຂອງບັນນາການມາມອບໃຫ້ເພິ່ນ. ບັນດາກະສັດແຫ່ງອາຣາເບຍແລະເອທີໂອເປຍ ກໍຈະນຳເອົາເຄື່ອງຖວາຍມາມອບໃຫ້. 11 ກະສັດທຸກຄົນຈະກົ້ມຂາບລົງຕໍ່ໜ້າເພິ່ນ ບັນດາຊົນຊາດທັງໝົດຈະຮັບໃຊ້ເພິ່ນ. 12 ເພິ່ນຊ່ວຍຊູເອົາຄົນທຸກທີ່ຮ້ອງຂໍໃຫ້ຊ່ວຍເຫລືອ ຄືພວກທີ່ມີຄວາມຂັດສົນແລະພວກທີ່ຖືກປະຖິ້ມ. 13 ເພິ່ນແຜ່ຄວາມເມດຕາແກ່ຄົນອ່ອນແອ ຄົນລຳບາກແລະຄົນຍາກຈົນ ເພິ່ນຊ່ວຍຊີວິດຂອງຜູ້ຂັດສົນທຸກໆຄົນ ໃຫ້ເຂົາໄດ້ຮັບຄວາມພົ້ນ. 14 ເພິ່ນຊ່ວຍກູ້ເອົາພວກເຂົາຈາກການກົດຂີ່ແລະການທຳລາຍ ຊີວິດພວກເຂົາມີຄ່າແພງປະເສີດຫລາຍສຳລັບເພິ່ນ. 15 ຂໍໃຫ້ກະສັດນັ້ນ ຈົ່ງໝັ້ນຍືນ ຂໍໃຫ້ຄົນຖວາຍຄຳຈາກອາຣາເບຍແກ່ເພິ່ນດ້ວຍ ຂໍໃຫ້ຄົນພາວັນນາອະທິຖານສຳລັບເພິ່ນຢູ່ຕະຫລອດເວລາ ຂໍໃຫ້ພຣະພອນຖອກເທລົງສູ່ເພິ່ນຢູ່ເລື້ອຍໆ 16 ຂໍໃຫ້ດິນແດນນັ້ນເຕັມໄປດ້ວຍເຂົ້າ ຂໍໃຫ້ເນີນພູທັງຫຼາຍນັ້ນເຕັມໄປດ້ວຍຜົນລະປູກ ເກີດໝາກຜົນຫຼວງຫຼາຍເໝືອນດັ່ງມີຢູ່ ທີ່ເນີນພູເລບານອນແລະໃຫ້ເມືອງຕ່າງໆ ເຕັມໄປດ້ວຍປະຊາຊົນເໝືອນດັ່ງທົ່ງນາທີ່ເຕັມໄປດ້ວຍຫຍ້າ. 17 ຂໍໃຫ້ນາມກະສັດນັ້ນຢ່າເປັນທີ່ລືມໄລໄປ ຂໍໃຫ້ຊື່ສຽງເພິ່ນຍືນຍົງດັ່ງດວງອາທິດ ຂໍໃຫ້ທຸກຊົນຊາດຂໍພຣະເຈົ້າອວຍພອນພວກຕົນ ເໝືອນດັ່ງທີ່ພຣະອົງໄດ້ອວຍພອນແກ່ກະສັດນັ້ນ. 18 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງເທົ່ານັ້ນທີ່ກະທຳສິ່ງອັດສະຈັນເຫຼົ່ານີ້. 19 ຂໍໃຫ້ພຣະນາມອັນຊົງຣິດຂອງພຣະອົງນັ້ນ ຈົ່ງເປັນທີ່ຍ້ອງຍໍສັນລະເສີນຕະຫລອດໄປ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເຕັມໄປທົ່ວແຜ່ນດິນໂລກ. ອາແມນ ອາແມນ. 20 ຄຳພາວັນນາອະທິຖານຂອງດາວິດລູກຊາຍຂອງເຢຊີ ກໍໄດ້ສິ້ນສຸດລົງເທົ່ານີ້. |
@ 2012 United Bible Societies. All Rights Reserved.