Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 71 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂອງ​ຜູ້​ອາວຸໂສ

1 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ມາ​ຫາ ເພື່ອ​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ຄຸ້ມຄອງ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ ໃຫ້​ພ່າຍແພ້​ເລີຍ

2 ເພາະ​ພຣະອົງ​ຊົງ​ຊອບທຳ ໂຜດ​ມາ​ຊ່ວຍ​ຂ້ານ້ອຍ ແລະ​ກອບກູ້​ເອົາ​ຂ້ານ້ອຍ​ດ້ວຍ ໂຜດ​ຫງ່ຽງ​ຫູ​ຟັງ​ແລະ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ແດ່ທ້ອນ

3 ໂຜດ​ເປັນ​ບ່ອນ​ລີ້​ອັນ​ປອດໄພ​ສຳລັບ​ຂ້ານ້ອຍ ແລະ​ໂຜດ​ເປັນ​ປ້ອມ ອັນ​ໝັ້ນຄົງ ເພື່ອ​ຄຸ້ມຄອງ​ຂ້ານ້ອຍ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ.

4 ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍກູ້​ຈາກ​ຄົນຊົ່ວຮ້າຍ ຈາກ​ອຳນາດ​ຂອງ​ຄົນ​ໂຫດຮ້າຍ​ແລະ​ຊົ່ວຊາມ.

5 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າຢາເວ​ເອີຍ ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ ຂ້ານ້ອຍ​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ຄົນໜຸ່ມ.

6 ຂ້ານ້ອຍ​ເພິ່ງ​ພຣະອົງ​ຊົ່ວຊີວິດ​ສືບມາ ພຣະອົງ​ຈຶ່ງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້ ຕັ້ງແຕ່​ມື້​ເກີດ​ກໍ​ຄຸ້ມຄອງ​ຕະຫລອດມາ ຈຶ່ງ​ຂໍ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຕໍ່ໄປ​ເລື້ອຍໆ.

7 ຊີວິດ​ຂ້ານ້ອຍ​ໄດ້​ເປັນ​ຕົວຢ່າງ​ໃຫ້​ຫລາຍ​ຄົນ ເພາະ​ພຣະອົງ​ເປັນ​ທີ່​ປ້ອງກັນ​ອັນ​ເຂັ້ມແຂງ​ໃຫ້​ແກ່​ຂ້ານ້ອຍ.

8 ຕະຫລອດ​ວັນ​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແລະ​ກ່າວ​ເຖິງ​ສະຫງ່າຣາສີ​ຂອງ​ພຣະອົງ.

9 ດຽວນີ້​ຂ້ານ້ອຍ​ເຖົ້າແກ່​ຊະຣາ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ ດຽວ​ນີ້​ກໍ​ອ່ອນແຮງ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ເລີຍ.

10 ເຫຼົ່າ​ສັດຕູ​ຢາກ​ເອົາ​ຊີວິດ​ຂ້ານ້ອຍ​ເສຍ ພວກເຂົາ​ເວົ້າ​ກັນ​ແລະ​ວາງ​ອຸບາຍ​ຕໍ່ສູ້​ຂ້ານ້ອຍ​ຢູ່.

11 ພວກເຂົາ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ປະຖິ້ມ​ລາວ​ແລ້ວ ໃຫ້​ພວກເຮົາ​ຕາມ​ໄປ​ຈັບ​ເອົາ​ລາວ​ເທາະ ເພາະ​ບໍ່ມີ​ຜູ້ໃດ​ທີ່​ຈະ​ມາ​ຊ່ວຍເຫລືອ​ເອົາ​ລາວ ຫລື​ຊ່ວຍກູ້​ເອົາ​ລາວ​ໄວ້​ອີກ​ແລ້ວ.”

12 ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ຢູ່​ຫ່າງໄກ​ຈາກ​ຂ້ານ້ອຍ​ເລີຍ​ເທາະ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຟ້າວ​ມາ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ.

13 ຂໍ​ໃຫ້​ຄົນ​ທີ່​ໂຈມຕີ​ຂ້ານ້ອຍ​ພ່າຍແພ້​ເສຍ ແລະ​ໃຫ້​ຖືກ​ທຳລາຍ​ດ້ວຍ ຂໍ​ໃຫ້​ຄົນ​ທີ່​ຊອກ​ທຳຮ້າຍ​ຂ້ານ້ອຍ​ຖືກ​ອັບອາຍ ແລະ​ໃຫ້​ພວກເຂົາ​ເສື່ອມເສຍ​ກຽດຕິຍົດ.

14 ຂ້ານ້ອຍ​ມີ​ຫວັງ​ຢູ່​ໃນ​ພຣະອົງ​ເລື້ອຍໄປ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຫລາຍກວ່າ​ເກົ່າ.

15 ຂ້ານ້ອຍ​ຈະ​ກ່າວ​ເຖິງ​ພຣະຄຸນ​ຄວາມດີ ແລະ​ຈະ​ເວົ້າ​ເຖິງ​ຄວາມພົ້ນ​ຢູ່​ຕະຫລອດ​ວັນ ຄື​ຄວາມ​ຊ່ວຍ​ໃຫ້​ພົ້ນໄພ​ຂອງ​ພຣະອົງ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ບໍ່​ສາມາດ​ເຂົ້າໃຈ​ໄດ້​ທັງໝົດ​ກໍຕາມ.

16 ຂ້ານ້ອຍ​ຈະ​ເຂົ້າ​ໄປ​ໃນ​ຣິດອຳນາດ​ພຣະອົງ ຄື​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຂ້ານ້ອຍ​ຈະ​ປະກາດ​ເຖິງ​ພຣະຄຸນ​ຄວາມດີ ຄື​ຄຸນຄວາມດີ​ຂອງ​ພຣະອົງ​ແຕ່​ເທົ່ານັ້ນ.

17 ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ຂ້ານ້ອຍ​ຕັ້ງແຕ່​ຍັງ​ໜຸ່ມ​ມາ ແລະ​ຂ້ານ້ອຍ​ຍັງ​ສືບຕໍ່​ກ່າວ ເຖິງ​ກິດຈະການ​ອັນ​ອັດສະຈັນ​ຂອງ​ພຣະອົງ​ຢູ່​ສະເໝີ.

18 ຂ້າແດ່​ພຣະເຈົ້າ​ເອີຍ ບັດນີ້​ຂ້ານ້ອຍ​ເຖົ້າແກ່ ແລະ​ຜົມ​ຫງອກ​ກໍ​ຫລາຍ​ແລ້ວ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄປເລີຍ ໃນ​ຂະນະທີ່​ຂ້ານ້ອຍ​ປະກາດ​ເຖິງ​ຣິດອຳນາດ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ແກ່​ຄົນ​ລຸ້ນ​ຕໍ່ໄປ​ຟັງ ຂໍ​ພຣະອົງ​ຢູ່​ນຳ​ຂ້ານ້ອຍ​ດ້ວຍ.

19 ຂ້າແດ່​ພຣະເຈົ້າ ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ສູງສົ່ງ​ຫລາຍ ສູງສຸດ​ຈົນ​ຈຸ​ຟ້າ​ສະຫວັນ ພຣະອົງ​ໄດ້​ກະທຳ​ສິ່ງ​ທີ່​ຍິ່ງໃຫຍ່​ຫລາຍ​ປະການ ຊຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ເປັນ​ເໝືອນ​ພຣະອົງ.

20 ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ລຳບາກ​ແລະ​ທົນທຸກ ແຕ່​ພຣະອົງ​ຈະ​ເສີມສ້າງ​ເຫື່ອແຮງ​ຂຶ້ນ​ໃໝ່. ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້​ແລະ​ໃຫ້​ພົ້ນໄພ ຈາກ​ບ່ອນ​ເລິກ​ແຫ່ງ​ຂຸມຝັງສົບ​ນັ້ນ.

21 ພຣະອົງ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຽດ​ຫລາຍ ມີ​ຫລາຍກວ່າ​ທີ່​ຂ້ານ້ອຍ​ເຄີຍ​ມີ​ມາ​ກ່ອນ ທັງ​ຈະ​ປະເລົ້າ​ປະໂລມ​ຂ້ານ້ອຍ​ຄືນ​ໃໝ່​ອີກ.

22 ແມ່ນແທ້ ຂ້ານ້ອຍ​ຈະ​ດີດ​ກິດຕາ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ຄວາມສັດຊື່​ຂອງ​ພຣະອົງ ດ້ວຍ​ກິດຕາ ຂ້ານ້ອຍ​ຈະ​ຮ້ອງ​ຍ້ອງຍໍ​ພຣະອົງ ຄື​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ນັ້ນ.

23 ຂ້ານ້ອຍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ໃນ​ຂະນະທີ່​ດີດ​ກິດຕາ​ຖວາຍ​ແດ່​ພຣະອົງ​ນັ້ນ ຂ້ານ້ອຍ​ຈະ​ຮ້ອງເພງ​ດ້ວຍ​ສຸດຈິດ​ສຸດໃຈ ເພາະ​ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ໄດ້​ພົ້ນ.

24 ຂ້ານ້ອຍ​ຈະ​ເວົ້າ​ເຖິງ ຄວາມ​ຊອບທຳ​ຂອງ​ພຣະອົງ​ຕະຫລອດ​ວັນ ເພາະ​ຜູ້​ທີ່​ພະຍາຍາມ​ທຳຮ້າຍ​ຂ້ານ້ອຍ ໄດ້​ພ່າຍແພ້​ແລະ​ເສຍກຽດ​ແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan