ເພງ^ສັນລະເສີນ 70 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍການຊ່ວຍກອບກູ້ ( ພສສ 40:13-17 ) 1 ໂອ ຂ້າແດ່ພຣະເຈົ້າ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນແດ່ ຂ້າແດ່ພຣະເຈົ້າຢາເວ ໂຜດຊ່ວຍຂ້ານ້ອຍດຽວນີ້ເທີ້ນ. 2 ຂໍໃຫ້ພວກທີ່ຊອກສັງຫານຂ້ານ້ອຍນັ້ນພ່າຍແພ້ ແລະສັບສົນວຸ້ນວາຍ. ຂໍໃຫ້ຄົນທີ່ດີໃຈຍ້ອນເຫັນຂ້ານ້ອຍເດືອດຮ້ອນ ຖອຍໜີອອກໄປແລະຖືກອັບອາຍຂາຍໜ້າ. 3 ຂໍໃຫ້ຄົນທີ່ຫົວເຍາະເຍີ້ຍຂ້ານ້ອຍນັ້ນ ຕົກຕະລຶງໄປຍ້ອນພວກເຂົາພ່າຍແພ້. 4 ຂໍໃຫ້ທຸກຄົນທີ່ມາຫາພຣະອົງຊົມຊື່ນຍິນດີ. ຂໍໃຫ້ທຸກຄົນໂມທະນາຂອບພຣະຄຸນທີ່ຊົງຊ່ວຍເຂົາໃຫ້ພົ້ນ ຂໍໃຫ້ທຸກຄົນກ່າວຢູ່ຢ່າງສະໝໍ່າສະເໝີວ່າ, “ພຣະເຈົ້າຍິ່ງໃຫຍ່!” 5 ໂອ ຂ້າແດ່ພຣະເຈົ້າ ຂ້ານ້ອຍອ່ອນແຮງທັງລຳບາກຫຼາຍ ຂ້າແດ່ພຣະເຈົ້າຢາເວເອີຍ ຂໍຊົງໂຜດມາຊ່ວຍຂ້ານ້ອຍໃຫ້ພົ້ນໄວໆດ້ວຍເຖີດ. |
@ 2012 United Bible Societies. All Rights Reserved.