ເພງ^ສັນລະເສີນ 7 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍຄວາມຍຸດຕິທຳ 1 ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍມາຫາເພື່ອຂໍໃຫ້ພຣະອົງປົກປ້ອງຄຸ້ມຄອງ ໂຜດຊ່ວຍເອົາຂ້ານ້ອຍໃຫ້ພົ້ນ ຈາກທຸກຄົນທີ່ໄລ່ຕາມລ່າຂ້ານ້ອຍດ້ວຍ 2 ຖ້າບໍ່ດັ່ງນັ້ນ ພວກເຂົາຈະລາກຂ້ານ້ອຍໄປດັ່ງໂຕສິງຂົບຈີກເຫຍື່ອ ກັດກິນເປັນຕ່ອນໆ ໂດຍບໍ່ມີຜູ້ໃດຊ່ວຍກູ້ໄວ້ໄດ້. 3 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຖ້າມືຂອງຂ້ານ້ອຍໄດ້ກະທຳຜິດດັ່ງທີ່ຖືກກ່າວຫານັ້ນ 4 ຖ້າຂ້ານ້ອຍໄດ້ຄິດຄົດຕໍ່ຜູ້ໜຶ່ງຜູ້ໃດ ຫລືໄດ້ຫັກຫລັງເພື່ອນຄົນໃດຄົນໜຶ່ງ ຫລືເຮັດຮຸນແຮງໂພດຕໍ່ສັດຕູຢ່າງບໍ່ຍຸດຕິທຳ ຖ້າຂ້ານ້ອຍໄດ້ເຮັດໃນສິ່ງເຫຼົ່ານີ້ 5 ກໍຂໍໃຫ້ເຫຼົ່າສັດຕູໄລ່ຕິດຕາມແລະສັງຫານຂ້ານ້ອຍ ໃຫ້ຕາຍເສຍແລະຖືກຕັດເປັນຕ່ອນໆ. 6 ຂ້າແດ່ພຣະເຈົ້າຢາເວ ຈົ່ງລຸກຂຶ້ນເຖີດ ຢືນຕໍ່ສູ້ສັດຕູຜູ້ທີ່ກິ້ວໂກດຂ້ານ້ອຍດ້ວຍ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດລຸກຂຶ້ນຊ່ວຍຂ້ານ້ອຍແດ່ ເພາະຄວາມຍຸດຕິທຳຄືສິ່ງທີ່ພຣະອົງຕ້ອງການ. 7 ດັ່ງນັ້ນ ຂໍຊົງໂຜດນຳທຸກຊົນຊາດເຂົ້າມາໂຮມກັນຢູ່ອ້ອມຮອບພຣະອົງ ໂຜດປົກຄອງພວກເຂົາຈາກພຣະທີ່ນັ່ງເບື້ອງເທິງພຸ້ນ. 8 ໂອ ຂ້າແດ່ພຣະເຈົ້າຢາເວເອີຍ ພຣະອົງເປັນຜູ້ຕັດສິນມະນຸດສະໂລກທຸກຄົນ. ພຣະເຈົ້າຢາເວ ຂໍຊົງໂຜດຕັດສິນເຂົ້າຂ້າງຂ້ານ້ອຍດ້ວຍ ເພາະຮູ້ວ່າຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງ. 9 ພຣະອົງຄືພຣະເຈົ້າອົງຊອບທຳ ຜູ້ຢັ່ງຮູ້ຄວາມຄິດຈິດໃຈ ທັງຄວາມປາຖະໜາຂອງພວກຂ້ານ້ອຍດ້ວຍ. ພຣະອົງລະງັບຄວາມຊົ່ວຮ້າຍຂອງຄົນຊົ່ວທັງຫລາຍ ແລະປະທານບຳເໜັດໃຫ້ແກ່ຄົນຊອບທຳທຸກຄົນ. 10 ພຣະເຈົ້າເປັນໂລ້ປ້ອງກັນຂອງຂ້ານ້ອຍ ພຣະອົງຊ່ວຍຜູ້ທີ່ເຊື່ອຟັງພຣະອົງໃຫ້ພົ້ນໄພ. 11 ພຣະເຈົ້າຕັດສິນຄວາມໃຫ້ຢ່າງຍຸດຕິທຳ ແລະພຣະເຈົ້າລົງໂທດບັນດາຄົນຊົ່ວຮ້າຍເປັນປະຈຳ. 12 ຖ້າບໍ່ກັບໃຈໃໝ່ ພຣະເຈົ້າກໍຈະຝົນດາບໃຫ້ຄົມ ພຣະອົງກົ່ງໜ້າທະນູຂອງພຣະອົງແລະຕຽມພ້ອມໄວ້. 13 ພຣະອົງຈັບອາວຸດອັນຮ້າຍກາດຂອງພຣະອົງ ແນລູກສອນໄຟໄປສູ່ຈຸດທີ່ພຣະອົງໝາຍໄວ້. 14 ເບິ່ງດູ ຄົນຊົ່ວຮ້າຍຄິດສິ່ງທີ່ຊົ່ວຮ້າຍພຽງໃດ ພວກເຂົາວາງແຜນຊົ່ວຮ້າຍແລະດຳເນີນການຫລອກລວງອອກມາໃຫ້ເດືອດຮ້ອນ. 15 ແຕ່ແຮ້ວທີ່ພວກເຂົາຫ້າງໃສ່ຄົນອື່ນຖືກຈັບ ແຕ່ແມ່ນພວກເຂົາເອງທີ່ຕົກຖືກແຮ້ວນັ້ນ. 16 ສະນັ້ນ ພວກເຂົາຈຶ່ງຖືກລົງໂທດໂດຍສິ່ງຊົ່ວນັ້ນເອງ ຖືກທຳຮ້າຍຍ້ອນສິ່ງຮຸນແຮງທີ່ພວກເຂົາໄດ້ກໍ່ຂຶ້ນ. 17 ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວສຳລັບຄວາມຍຸດຕິທຳຂອງພຣະອົງ ຂ້ານ້ອຍຈະຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວອົງສູງສຸດ. |
@ 2012 United Bible Societies. All Rights Reserved.