Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 69 - ພຣະຄຳພີສັກສິ


ຄຳ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ

1 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ ເພາະ​ນໍ້າ​ມາກ​ຂຶ້ນ​ຖ້ວມ​ຮອດ​ຄໍ​ແລ້ວ.

2 ຂ້ານ້ອຍ​ກຳລັງ​ຈົມ​ລົງ​ໃນ​ຂີ້ຕົມ​ທີ່​ບໍ່ມີ​ພື້ນ​ຢັນ ຂ້ານ້ອຍ​ຈົມ​ຢູ່​ໃນ​ນໍ້າ​ເລິກ ແລະ​ຄື້ນ​ກໍ​ກຳລັງ​ດຶງ​ຂ້ານ້ອຍ​ລົງ.

3 ຂ້ານ້ອຍ​ອິດອ່ອນ​ຍ້ອນ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈົນ​ລຳຄໍ​ຂ້ານ້ອຍ​ເຈັບປວດ​ຍ້ອນ. ສ່ວນ​ສາຍ​ຕາ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນແຮງ​ລົງ ເພາະ​ມົວ​ແຕ່​ແນມ​ຫາ​ພຣະອົງ​ມາ​ຊ່ວຍ.

4 ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.

5 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອງ​ຄວາມ​ຜິດບາບ​ຈາກ​ພຣະອົງ​ບໍ່ໄດ້​ດອກ ຂ້ານ້ອຍ​ໂງ່ຈ້າ​ສໍ່າໃດ ພຣະອົງ​ກໍ​ຮູ້​ແລ້ວ.

6 ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຢ່າ​ໃຫ້​ຜູ້​ໄວ້ວາງໃຈ​ໃນ​ພຣະອົງ​ຖືກ​ອັບອາຍ​ຍ້ອນ​ຂ້ານ້ອຍ ໂອ ຂ້າແດ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຢ່າ​ໃຫ້​ຜູ້​ນະມັດສະການ​ພຣະອົງ​ເສຍ​ຍ້ອນ​ຂ້ານ້ອຍ​ດ້ວຍ.

7 ແມ່ນ​ເຫັນ​ແກ່​ພຣະອົງ ຂ້ານ້ອຍ​ຈຶ່ງ​ຖືກ​ໝິ່ນປະໝາດ ແລະ​ຖືກ​ອັບອາຍ​ຂາຍໜ້າ​ດ້ວຍ.

8 ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ແປກໜ້າ​ຕໍ່​ພີ່ນ້ອງ​ຂອງຕົນ ເປັນ​ດັ່ງ​ຄົນ​ຕ່າງດ້າວ​ຕໍ່​ຄອບຄົວ​ຂອງຕົນເອງ​ດ້ວຍ.

9 ການ​ອຸທິດຕົວ​ຕໍ່​ພຣະວິຫານ​ລຸກ​ໄໝ້​ຄື​ໄຟ​ຢູ່​ພາຍ​ໃນ ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ເຍາະເຍີ້ຍ​ພຣະອົງ​ກໍ​ຖືກ​ຂ້ານ້ອຍ​ແລ້ວ.

10 ເມື່ອ​ຂ້ານ້ອຍ​ອົດອາຫານ​ແລະ​ຖ່ອມຕົວ​ລົງ ຄົນ​ກໍ​ໝິ່ນປະໝາດ​ຂ້ານ້ອຍ​ຫຼາຍຂຶ້ນ;

11 ເມື່ອ​ຂ້ານ້ອຍ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ ຄົນ​ກໍ​ຫົວຂວັນ​ເຍາະເຍີ້ຍ​ຂ້ານ້ອຍ​ຊໍ້າ.

12 ຄົນ​ເວົ້າ​ເລື່ອງ​ຂ້ານ້ອຍ​ນັ້ນ​ຕາມ​ຫົນທາງ ແລະ​ຄົນ​ຂີ້ເຫລົ້າ​ກໍ​ແຕ່ງເພງ​ຮ້ອງ​ສຽດສີ​ໃສ່​ຂ້ານ້ອຍ.

13 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຂ້າແດ່​ພຣະເຈົ້າ ໂຜດ​ຕອບ​ຕາມ​ເວລາ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ດ້ວຍ​ຄວາມຮັກ​ອັນ​ຍິ່ງໃຫຍ່​ໂຜດ​ຕອບ​ຂ້ານ້ອຍ ໂຜດ​ຮັກສາ​ຄຳສັນຍາ​ທີ່​ວ່າ​ຈະ​ຊ່ວຍ​ໃຫ້​ພົ້ນ.

14 ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ການ​ຈົມລົງ​ໃນ​ບຶງ​ຂີ້ຕົມ ໃຫ້​ປອດໄພ​ຈາກ​ນໍ້າ​ເລິກ​ແລະ​ສັດຕູ​ແດ່ທ້ອນ.

15 ຂໍ​ຢ່າ​ໃຫ້​ນໍ້າ​ນອງ​ໄຫລ​ຖ້ວມ​ຂ້ານ້ອຍ ຂໍ​ຢ່າ​ໃຫ້​ລົ້ມລົງ​ໃນ​ຂຸມຝັງສົບ​ເລີຍ.

16 ຂ້າແດ່​ພຣະເຈົ້າຢາເວ ໃນ​ພຣະຄຸນ​ຄວາມດີ ແຫ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ ຂໍ​ຊົງ​ຕອບ​ຂ້ານ້ອຍ​ດ້ວຍ ແລະ​ໃນ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ໂຜດ​ຕອບ​ແລະ​ຫັນ​ມາ​ຫາ​ຂ້ານ້ອຍ​ດ້ວຍ

17 ຂໍ​ຢ່າ​ຫັນໜີ​ຈາກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເລີຍ ບັດນີ້ ຂໍ​ຊົງ​ໂຜດ​ຕອບ​ດ້ວຍ ເພາະ​ເດືອດຮ້ອນ​ທີ່ສຸດ​ແລ້ວ

18 ຂໍ​ຊົງ​ໂຜດ​ມາ​ຫາ​ດ້ວຍ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ​ແດ່ ໂຜດ​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.

19 ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ຖືກ​ໝິ່ນປະໝາດ​ສໍ່າໃດ ແລະ​ທັງ​ຖືກ​ອັບອາຍ​ຂາຍໜ້າ​ສໍ່າໃດ​ດ້ວຍ. ນອກນີ້​ຂ້ານ້ອຍ​ກໍ​ຍັງ​ຖືກ​ເສຍກຽດ​ຫລາຍ ພຣະອົງ​ເຫັນ​ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ໄດ້.

20 ຄຳ​ໝິ່ນປະໝາດ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ​ເມື່ອຍ​ອິດອ່ອນ​ຫລາຍ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ໝົດຫວັງ​ດ້ວຍ. ຂ້ານ້ອຍ​ຫວັງ​ວ່າ​ຈະ​ມີ​ຜູ້​ເຫັນອົກເຫັນໃຈ ຫວັງ​ຕໍ່​ຜູ້​ເລົ້າໂລມ​ໃຈ​ແຕ່​ກໍ​ບໍ່​ເຫັນ​ປານນີ້.

21 ເມື່ອ​ຂ້ານ້ອຍ​ຫິວເຂົ້າ ພວກເຂົາ​ພັດ​ຍື່ນ​ຢາພິດ​ໃຫ້​ກິນ ເມື່ອ​ຫິວນໍ້າ ພວກເຂົາ​ພັດ​ເອົາ​ນໍ້າສົ້ມ​ໃຫ້​ດື່ມ.

22 ຂໍ​ໃຫ້​ງານລ້ຽງ​ອັນ​ໃຫຍ່ໂຕ​ນັ້ນ​ທຳລາຍ​ພວກເຂົາ​ລົງ ຂໍ​ໃຫ້​ການລ້ຽງ​ອັນ​ສັກສິດ​ເຮັດ​ໃຫ້​ພວກເຂົາ​ຫຼົ້ມຈົມ​ເຖີດ.

23 ຂໍ​ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຕາບອດ​ໄປ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ຢູ່​ເລື້ອຍໆ​ໄປ.

24 ຈົ່ງ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ພວກເຂົາ ຈົ່ງ​ປ່ອຍ​ຄວາມ​ໂກດແຄ້ນ​ໄລ່​ຄຸບ​ພວກເຂົາ​ເຖີດ.

25 ຂໍ​ໃຫ້​ຄ້າຍພັກ​ຂອງ​ພວກເຂົາ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຂໍ​ຢ່າ​ໃຫ້​ມີ​ຜູ້ໃດ​ລອດຕາຍ​ໃນ​ຜ້າເຕັນ​ຂອງ​ເຂົາເຈົ້າ.

26 ເພາະ​ພວກເຂົາ​ຂົ່ມເຫັງ​ພວກ​ທີ່​ພຣະອົງ​ໄດ້​ລົງໂທດ​ທັນ ພວກເຂົາ​ເວົ້າ​ເລື່ອງ​ທົນທຸກ​ຂອງ​ຜູ້​ທີ່​ຊົງ​ໃຫ້​ເຈັບປວດ.

27 ຂໍ​ຊົງ​ໂຜດ​ບັນທຶກ​ບາບ​ທັງໝົດ​ຂອງ​ພວກເຂົາ​ໄວ້​ດ້ວຍ ຂໍ​ຢ່າ​ໃຫ້​ພວກເຂົາ​ມີ​ສ່ວນ​ໃນ​ຄວາມພົ້ນ.

28 ໃນ​ທະບຽນ​ແຫ່ງ​ຊີວິດ​ຂໍ​ໃຫ້​ຊື່​ຂອງ​ພວກເຂົາ​ຖືກ​ລຶບ ຂໍ​ຢ່າ​ຈົດ​ຊື່​ຂອງ​ພວກເຂົາ​ເຂົ້າ​ໃນ​ທະບຽນ​ແຫ່ງ​ບັນດາ​ຄົນຊອບທຳ.

29 ຂ້າແດ່​ພຣະເຈົ້າ ແຕ່​ຂ້ານ້ອຍ​ຍັງ​ເຈັບປວດ​ສິ້ນຫວັງ ໂຜດ​ຍົກ​ຂ້ານ້ອຍ​ຂຶ້ນ​ແລະ​ຊ່ວຍ​ໃຫ້​ພົ້ນໄພ​ດ້ວຍ.

30 ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າ​ດ້ວຍ​ບົດເພງ ຂ້ານ້ອຍ​ຈະ​ປະກາດ​ໂດຍ​ການ​ໂມທະນາ​ຂອບພຣະຄຸນ ຣິດທານຸພາບ​ຂອງ​ພຣະອົງ.

31 ການນີ້​ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ກວ່າ​ການ​ຖວາຍບູຊາ​ງົວ ຫລື​ຖວາຍບູຊາ​ງົວເຖິກ​ເປັນໂຕ​ແກ່​ພຣະອົງ​ນັ້ນ.

32 ເມື່ອ​ພວກ​ທີ່​ຖືກ​ກົດຂີ່​ໄດ້​ເຫັນ​ການນີ້​ກໍ​ຈະ​ດີໃຈ ຜູ້​ທີ່​ສະແຫວງຫາ​ພຣະເຈົ້າ​ກໍໄດ້​ຄຳ​ເລົ້າໂລມ​ໃຈ​ດ້ວຍ.

33 ພຣະເຈົ້າຢາເວ​ຮັບ​ຟັງ​ຜູ້ຂັດສົນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ແລະ​ບໍ່​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ໃນ​ຄຸກ.

34 ໂອ ຟ້າ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ເອີຍ ທະເລ​ກັບ​ທຸກສິ່ງ​ໃນ​ນັ້ນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ

35 ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ສ້າງ​ເມືອງ​ຂອງ​ຢູດາ​ຂຶ້ນ​ໃໝ່. ທີ່​ນັ້ນ​ປະຊາຊົນ​ຕ່າງ​ກໍ​ຈະ​ໄດ້​ຢູ່ອາໄສ ເປັນ​ກຳມະສິດ​ດິນແດນ​ສຳລັບ​ເຂົາເຈົ້າ.

36 ພວກ​ລູກຫລານ​ຂອງ​ຜູ້ຮັບໃຊ້​ພຣະອົງ​ຈະ​ໄດ້​ຮັບ​ມູນ​ມໍຣະດົກ ແລະ​ພວກ​ທີ່​ຮັກ​ພຣະອົງ​ກໍ​ຈະ​ໄດ້​ຢູ່​ໃນ​ທີ່ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan