ເພງ^ສັນລະເສີນ 68 - ພຣະຄຳພີສັກສິບົດເພງແຫ່ງໄຊຊະນະປະຈຳຊາດ 1 ພຣະເຈົ້າລຸກຂຶ້ນແລະຕີສັດຕູແຕກກະຈັດກະຈາຍ ພວກທີ່ກຽດຊັງພຣະອົງກໍປົບໜີຢ່າງພ່າຍແພ້. 2 ພຣະອົງໄລ່ພວກເຂົາໜີໄປດັ່ງຄວັນໄຟຖືກລົມພັດພ່າຍ ເໝືອນຂີ້ເຜິ້ງທີ່ເປື່ອຍໃນໄຟ ຄົນຊົ່ວກໍຕາຍຢູ່ຊ້ອງໜ້າພຣະເຈົ້າ. 3 ແຕ່ຄົນຊອບທຳດີໃຈແລະຊົມຊື່ນຢູ່ຊ້ອງໜ້າພຣະອົງ ພວກເຂົາສຸກໃຈແລະໂຮຮ້ອງຢ່າງມ່ວນຊື່ນ. 4 ຈົ່ງຮ້ອງເພງແດ່ພຣະເຈົ້າ ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ ຈົ່ງຕຽມທາງໃຫ້ຜູ້ຊົງຂີ່ເມກເປັນພາຫະນະ. ພຣະເຈົ້າຢາເວແມ່ນນາມຂອງພຣະອົງ ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະອົງເຖີດ. 5 ພຣະເຈົ້າຜູ້ທີ່ສະຖິດຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ເປັນຫ່ວງເປັນໃຍລູກກຳພ້າແລະປ້ອງກັນຮັກສາແມ່ໝ້າຍ. 6 ພຣະອົງໃຫ້ຄົນເປົ່າປ່ຽວມີເຮືອນຢູ່ອາໄສ ແລະໃຫ້ນັກໂທດດີໃຈເພາະມີອິດສະຫລະພາບ. ສ່ວນພວກກະບົດນັ້ນຈະຕ້ອງໄປອາໄສ ຢູ່ໃນດິນແດນທີ່ມີແຕ່ຄວາມເປົ່າປ່ຽວ. 7 ຂ້າແດ່ພຣະເຈົ້າ ເມື່ອພຣະອົງນຳໜ້າປະຊາຊົນໄປ ເມື່ອຄາວເດີນຂ້າມຖິ່ນແຫ້ງແລ້ງກັນດານນັ້ນ 8 ແຜ່ນດິນໂລກໄດ້ຫວັ່ນໄຫວໄປໝົດ ແລະຟ້າສະຫວັນກໍເທຫ່າຝົນລົງມາ ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງພູເຂົາຊີນາຍ ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງຊາດອິດສະຣາເອນ. 9 ພຣະອົງໄດ້ເທຫ່າຝົນລົງໃສ່ຢ່າງອຸດົມສົມບູນ ໃຫ້ດິນແດນທີ່ຊຸດໂຊມອຸດົມສົມບູນຂຶ້ນໃໝ່ 10 ປະຊາຊົນໄດ້ສ້າງເຮືອນຊານບ້ານຊ່ອງຢູ່ອາໄສ ດ້ວຍພຣະຄຸນຄວາມດີຂອງພຣະອົງ ພຣະອົງຈັດຕຽມໃຫ້ແກ່ຄົນທຸກຍາກຂັດສົນໃຫ້ມີຢູ່ມີກິນ. 11 ອົງພຣະຜູ້ເປັນເຈົ້າໄດ້ອອກຄຳສັ່ງບັນຊາ ແລະບັນດາຜູ້ຍິງກໍນຳໄປປະກາດວ່າ 12 ກະສັດກັບກອງທັບກຳລັງແລ່ນປົບໜີໄປ ພວກຜູ້ຍິງໃນເຮືອນກໍແບ່ງສິ່ງທີ່ພວກເຂົາຢຶດໄດ້. 13 (ເປັນຫຍັງບາງຄົນໃນພວກເຈົ້າຈຶ່ງຢູ່ໃນຄອກແກະມື້ທີ່ສູ້ຮົບນັ້ນ?) ເຖິງປານນັ້ນເໝືອນດັ່ງນົກກາງແກໃຊ້ເງິນເຄືອບປີກ ແລະຂົນຂອງມັນເຄືອບດ້ວຍຄຳສົດ. 14 ເມື່ອອົງຊົງຣິດອຳນາດຍິ່ງໃຫຍ່ ເຮັດໃຫ້ບັນດາກະສັດທັງຫຼາຍແຕກກະຈັດກະຈາຍໄປ ຢູ່ທີ່ນັ້ນ ມັນກໍເໝືອນຫິມະຕົກຢູ່ເທິງພູເຂົາຊານໂມນ. 15 ບາຊານເປັນພູເຂົາໃຫຍ່ທີ່ແຂງແກ່ນຫລາຍ ເປັນພູທີ່ມີຫລາຍຈອມຫລາຍຍອດ 16 ໂອ ພູເຂົາຫຼາຍຍອດເອີຍ ເປັນຫຍັງເຈົ້າຈຶ່ງຫຼຽວລົງມາຢ່າງອິດສາ ໃສ່ທີ່ເທິງພູ ບ່ອນທີ່ພຣະເຈົ້າເອງໄດ້ເລືອກເປັນບ່ອນຢູ່? ພຣະເຈົ້າຢາເວຈະຢູ່ທີ່ນັ້ນຕະຫລອດໄປ. 17 ດ້ວຍລົດຮົບຢ່າງດີພັນໆຄັນຂອງພຣະອົງນັ້ນ ອົງພຣະຜູ້ເປັນເຈົ້າສະເດັດມາຈາກພູເຂົາຊີນາຍ ສູ່ສະຖານທີ່ສັກສິດ. 18 ພຣະອົງຂຶ້ນໄປສູ່ບ່ອນສູງສຸດໂດຍນຳ ພວກຊະເລີຍຫລາຍຄົນມາພ້ອມກັບພຣະອົງ ພຣະອົງຮັບເອົາຂອງຂວັນຈາກພວກກະບົດຕໍ່ສູ້ ພຣະເຈົ້າຢາເວ ພຣະເຈົ້າກຳລັງຢູ່ທີ່ນັ້ນ. 19 ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ຜູ້ທີ່ແບກພາລະໜັກຂອງພວກເຮົາທຸກມື້ທຸກຄືນ ພຣະອົງເປັນພຣະເຈົ້າຜູ້ຊ່ວຍກູ້ເອົາ ພວກເຮົາໃຫ້ພົ້ນ. 20 ພຣະເຈົ້າຂອງພວກເຮົານັ້ນເປັນພຣະເຈົ້າ ແຫ່ງຄວາມລອດພົ້ນ. ພຣະເຈົ້າ ອົງພຣະຜູ້ເປັນເຈົ້າຊ່ວຍກູ້ໃຫ້ພົ້ນຈາກຕາຍໄດ້. 21 ແນ່ນອນພຣະເຈົ້າຈະຕີກະໂຫລກຫົວ ພວກສັດຕູຂອງພຣະອົງໃຫ້ໝຸ່ນທະລາຍ ຄືພວກທີ່ຂືນດຳເນີນຊີວິດ ໃນທາງແຫ່ງຄວາມຜິດບາບຂອງເຂົາເຈົ້າ. 22 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະນຳສັດຕູຂອງພວກເຈົ້າ ໃຫ້ຄືນມາຈາກບາຊານ ເຮົາຈະນຳເອົາພວກເຂົາໃຫ້ກັບຄືນມາ ຈາກບ່ອນເລິກສຸດຂອງມະຫາສະໝຸດນັ້ນ 23 ເພື່ອວ່າພວກເຈົ້າຈະໄດ້ລູຍເລືອດຂອງພວກເຂົາໄປ ແລະຝູງໝາກໍຈະໄດ້ເລຍກິນຕາມໃຈຊອບ.” 24 ຂ້າແດ່ພຣະເຈົ້າ ທຸກຄົນໄດ້ເຫັນຂະບວນແຫ່ໄຊຊະນະຂອງພຣະອົງ ຜູ້ທີ່ເປັນກະສັດຂອງຂ້ານ້ອຍ ແຫ່ໄປສູ່ສະຖານທີ່ສັກສິດຂອງພຣະອົງນັ້ນ. 25 ພວກນັກຮ້ອງຢູ່ດ້ານໜ້າ ພວກດົນຕຼີຢູ່ດ້ານຫລັງ ທາງກາງມີພວກຍິງສາວໜຸ່ມກຳລັງຕີກອງໄປພ້ອມ. 26 “ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າເຖີດ ຄົນທັງຫລາຍທີ່ເປັນຊາດອິດສະຣາເອນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວໃນທີ່ຊຸມນຸມຊົນທັງຫລາຍ.” 27 ເບັນຢາມິນເປັນເຜົ່ານ້ອຍທີ່ສຸດໃຫ້ມາກ່ອນ ແລ້ວຜູ້ນຳເຜົ່າຢູດາພ້ອມໝວດໝູ່ຂອງພວກຕົນ ທັງພວກຜູ້ນຳເຜົ່າເຊບູໂລນແລະເນັບທາລີ ກໍໃຫ້ພາກັນເດີນຕິດຕາມໄປນຳດ້ວຍ. 28 ຂ້າແດ່ພຣະເຈົ້າ ຂໍຊົງໂຜດສຳແດງຣິດອຳນາດຂອງພຣະອົງ; ຂ້າແດ່ພຣະເຈົ້າ ດັ່ງທີ່ພຣະອົງເຄີຍກະທຳເພື່ອນຳພາພວກຂ້ານ້ອຍນັ້ນ. 29 ຈາກພຣະວິຫານຂອງພຣະອົງໃນນະຄອນເຢຣູຊາເລັມ ບ່ອນທີ່ບັນດາກະສັດນຳຂອງຂວັນມາຖວາຍໃຫ້ພຣະອົງ. 30 ຈົ່ງນາບຂູ່ສັດປ່າທີ່ຢູ່ທ່າມກາງຕົ້ນອໍ້ທັງຫລາຍ ຄືຝູງງົວເຖິກແລະລູກຂອງມັນ ທີ່ຢູ່ທ່າມກາງບັນດາຊົນຊາດທັງປວງ ຈົນກວ່າພວກເຂົາທັງໝົດຈະຍອມຢູ່ໃຕ້ບັງຄັບແລະນຳເອົາເງິນມາຖວາຍ ຈົ່ງຕີພວກເຂົາໃຫ້ແຕກກະຈັດກະຈາຍ ຄືພວກທີ່ມັກເຮັດເສິກສົງຄາມ. 31 ບັນດາຄະນະທູດຈະມາຈາກເອຢິບ ຊາວເອທີໂອເປຍຈະຍົກມືພາວັນນາອະທິຖານຫາພຣະເຈົ້າ. 32 ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າເຖີດ ບັນດາອານາຈັກແຫ່ງໂລກເອີຍ ຈົ່ງຮ້ອງເພງຖວາຍຄຳຍ້ອງຍໍສັນລະເສີນ ແກ່ອົງພຣະຜູ້ເປັນເຈົ້າເຖີດ 33 ຜູ້ໃຊ້ຟ້າສະຫວັນເປັນພາຫະນະ ຄືຜູ້ໃຊ້ຟ້າສະຫວັນແຕ່ດຶກດຳບັນ. ຈົ່ງຟັງຜູ້ທີ່ເປັ່ງສຽງຮ້ອງດ້ວຍຣິດອຳນາດ. 34 ຈົ່ງປະກາດເຖິງຣິດທານຸພາບຂອງພຣະເຈົ້າ ພຣະສະຫງ່າຣາສີທີ່ປົກຄຸມເໜືອອິດສະຣາເອນ ແລະຄວາມຍິ່ງໃຫຍ່ຂອງພຣະອົງຢູ່ເໜືອທ້ອງຟ້າ. 35 ພຣະເຈົ້າ ພຣະອົງເປັນທີ່ໜ້າຢຳເກງໃນພຣະວິຫານອັນສັກສິດຂອງພຣະອົງ ແຕ່ພຣະວິຫານອັນສັກສິດຂອງພຣະອົງນັ້ນ ຄືພຣະເຈົ້າແຫ່ງຊາດອິດສະຣາເອນ ຜູ້ໃຫ້ພະລັງ ແລະອຳນາດແກ່ປະຊາຊົນຂອງພຣະອົງ. ສັນລະເສີນພຣະເຈົ້າ. |
@ 2012 United Bible Societies. All Rights Reserved.