Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 67 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ

1 ຂໍ​ພຣະເຈົ້າ​ຊົງ​ໂຜດ​ອີດູ​ແລະ​ອວຍພອນ​ພວກ​ຂ້ານ້ອຍ​ດ້ວຍ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ

2 ເພື່ອ​ທົ່ວ​ທັງ​ໂລກນີ້​ຈະ​ຮູ້ຈັກ​ພຣະປະສົງ ມະນຸດ​ຊາດ​ຈະ​ຮູ້​ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.

3 ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ປະຊາຊາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ທຸກ​ຊາດ​ທຸກ​ພາສາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.

4 ຂໍ​ໃຫ້​ຊົນຊາດ​ຕ່າງໆ ຊົມຊື່ນ​ແລະ​ຍິນດີ ຮ່ວມ​ກັນ​ຮ້ອງເພງ​ຢ່າງ​ເບີກບານ​ເຖີດ ເພາະ​ພຣະອົງ​ຕັດສິນ​ບັນດາ​ຊົນຊາດ​ຢ່າງ​ຍຸດຕິທຳ ແລະ​ນຳພາ​ແຕ່ລະ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ນີ້.

5 ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ປະຊາຊາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ທຸກ​ຊາດ​ທຸກ​ພາສາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.

6 ທີ່ດິນ​ເກີດ​ຜົນລະປູກ​ໃຫ້​ໄດ້​ເກັບກ່ຽວ, ພຣະເຈົ້າ, ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ອວຍພຣະພອນ​ແກ່​ພວກເຮົາ.

7 ພຣະເຈົ້າ​ໄດ້​ອວຍພອນ​ແກ່​ພວກເຮົາ ຂໍ​ໃຫ້​ປະຊາຊົນ​ທັງໝົດ​ທີ່​ສຸດປາຍ​ແຜ່ນດິນ​ໂລກ ຈົ່ງ​ຖວາຍ​ພຣະກຽດ​ແດ່​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan