Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 66 - ພຣະຄຳພີສັກສິ


ບົດເພງ​ຍ້ອງຍໍ​ສັນລະເສີນ​ແລະ​ການ​ໂມທະນາ​ຂອບພຣະຄຸນ

1 ປະຊາຊົນ​ທົ່ວ​ໂລກ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ຈົ່ງ​ໂຮຮ້ອງ​ຍິນດີ​ສັນລະເສີນ​ເຖີດ

2 ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະນາມ ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ຈົ່ງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຢ່າງ​ຊົມຊື່ນ​ຍິນດີ​ເຖີດ

3 ຈົ່ງ​ເວົ້າ​ຕໍ່​ພຣະເຈົ້າ​ວ່າ, “ສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ກໍ​ອັດສະຈັນ​ທີ່ສຸດ ຄື​ຣິດທານຸພາບ​ຍິ່ງໃຫຍ່ ຈົນ​ສັດຕູ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ດ້ວຍ​ຄວາມຢ້ານ.

4 ທຸກຄົນ​ທີ່​ແຜ່ນດິນ​ໂລກ​ນະມັດສະການ​ພຣະອົງ ພວກເຂົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ. ພວກເຂົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.”

5 ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ກະທຳ ການ​ອັດສະຈັນ​ທີ່​ຊົງ​ກະທຳ​ທ່າມກາງ​ມະນຸດ.

6 ພຣະອົງ​ໄດ້​ປ່ຽນ​ທະເລ​ເລິກ​ໃຫ້​ເປັນ​ດິນແຫ້ງ​ໄປ ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ໄດ້​ຍ່າງ​ຂ້າມ​ນໍ້າ​ນັ້ນ ຢູ່​ທີ່​ນັ້ນ​ພວກເພິ່ນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.

7 ພຣະອົງ​ປົກຄອງ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ​ສືບໆໄປ ແລະ​ພຣະເນດ​ຂອງ​ພຣະອົງ​ເຝົ້າເບິ່ງ​ຊົນຊາດ​ທັງຫຼາຍ ບໍ່​ໃຫ້​ລຸກຂຶ້ນ​ຕໍ່ສູ້​ພຣະອົງ.

8 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ​ເຖີດ ບັນດາ​ຊົນຊາດ​ເອີຍ ຈົ່ງ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ຍ້ອງຍໍ​ສັນລະເສີນ​ນັ້ນ.

9 ພຣະອົງ​ໄດ້​ໃຫ້​ພວກເຮົາ​ມີ​ຊີວິດ​ຢູ່ ແລະ​ບໍ່ໄດ້​ປ່ອຍ​ໃຫ້​ພວກເຮົາ​ລົ້ມລົງ.

10 ຂ້າແດ່​ພຣະເຈົ້າ ພຣະອົງ​ທົດລອງ​ເບິ່ງ​ພວກ​ຂ້ານ້ອຍ ເໝືອນ​ດັ່ງ​ເງິນ​ຖືກ​ຊຳລະ​ດ້ວຍ​ໄຟ​ສັນໃດ ພຣະອົງ​ກໍ​ຊົງ​ຊຳລະ​ພວກ​ຂ້ານ້ອຍ​ສັນນັ້ນ.

11 ພຣະອົງ​ປະ​ໃຫ້​ພວກ​ຂ້ານ້ອຍ​ຖືກ​ແຮ້ວ​ທີ່​ພວກເຂົາ​ດັກ ແລະ​ວາງ​ພາລະໜັກ​ໃສ່​ຫລັງ​ດ້ວຍ.

12 ພຣະອົງ​ປະ​ໃຫ້​ສັດຕູ​ຢຽບຢໍ່າ​ພວກ​ຂ້ານ້ອຍ ລົງ​ຢູ່​ໃຕ້​ພື້ນ​ຕີນ​ເຂົາເຈົ້າ ພວກ​ຂ້ານ້ອຍ​ໄດ້​ຜ່ານ​ນໍ້າ​ຖ້ວມ​ແລະ​ໄຟ ແຕ່​ບັດນີ້​ພຣະອົງ​ນຳ​ມາ​ເຖິງ​ທີ່​ປອດໄພ​ແລ້ວ.

13 ຂ້ານ້ອຍ​ຈະ​ນຳ​ເຄື່ອງ​ເຜົາບູຊາ​ມາ​ສູ່​ເຮືອນ ທີ່​ພຣະອົງ​ສະຖິດ​ແລະ​ຖວາຍ​ຕາມ​ທີ່​ໄດ້​ສັນຍາ​ໄວ້.

14 ຂ້ານ້ອຍ​ຈະ​ຖວາຍ​ແກ່​ພຣະອົງ​ຕາມ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ໄວ້ ເມື່ອ​ຂ້ານ້ອຍ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ.

15 ຂ້ານ້ອຍ​ຈະ​ເຜົາ​ແກະ​ຖວາຍ​ທີ່​ແທ່ນບູຊາ ຂ້ານ້ອຍ​ຈະ​ຖວາຍ​ແບ້​ກັບ​ງົວເຖິກ ແລະ​ຄວັນໄຟ​ກໍ​ຈະ​ຂຶ້ນ​ສູ່​ທ້ອງຟ້າ.

16 ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າ ຈົ່ງ​ມາ​ຟັງ​ເອົາ​ສາ ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ.

17 ຂ້ອຍ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ຊ່ວຍເຫລືອ ຂ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ຕ່າງໆ.

18 ຖ້າ​ຂ້ອຍ​ເມີນເສີຍ​ຕໍ່​ບາບ​ທີ່​ຂ້ອຍ​ໄດ້​ເຮັດ​ເອງ ພຣະເຈົ້າຢາເວ​ກໍ​ຄົງ​ບໍ່​ຟັງ​ສຽງ​ຂ້ອຍ​ດອກ.

19 ແຕ່​ພຣະເຈົ້າ​ໄດ້ຍິນ​ສຽງ​ຂ້ອຍ​ຢ່າງ​ແທ້ຈິງ ພຣະອົງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ.

20 ຂໍ​ໃຫ້​ພຣະເຈົ້າ​ເປັນທີ່​ຍ້ອງຍໍ​ສັນລະເສີນ ເພາະ​ພຣະອົງ​ຊົງ​ຟັງ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ ຫລື​ບໍ່ໄດ້​ຖອນ​ຄວາມຮັກ​ອັນ​ໝັ້ນຄົງ​ໜີໄປ​ຈາກ​ຂ້ອຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan