ເພງ^ສັນລະເສີນ 65 - ພຣະຄຳພີສັກສິພຣະເຈົ້າຄວນເປັນທີ່ຍ້ອງຍໍສັນລະເສີນ 1 ຂ້າແດ່ພຣະເຈົ້າ ຖືກຕ້ອງແລ້ວສຳລັບພວກເຮົາ ທີ່ຈະຍ້ອງຍໍສັນລະເສີນພຣະອົງໃນພູເຂົາຊີໂອນນັ້ນ ແລະຮັກສາຄຳສັນຍາຂອງເຮົາທັງຫລາຍ ຊຶ່ງໄດ້ມີຕໍ່ພຣະອົງນັ້ນ 2 ກໍເພາະພຣະອົງຕອບຄຳພາວັນນາອະທິຖານ ຄົນທົ່ວໂລກຈະມາຫາພຣະອົງເມື່ອພວກເຂົາມີຜິດບາບ. 3 ຄວາມຜິດບາບນັ້ນເຮັດໃຫ້ພວກຂ້ານ້ອຍ ພ່າຍແພ້ໄປ ແຕ່ພຣະອົງໃຫ້ອະໄພພວກຂ້ານ້ອຍຢ່າງໝົດສິ້ນ. 4 ຄວາມສຸກເປັນຂອງຜູ້ທີ່ພຣະອົງໄດ້ເລືອກເອົາ ໃຫ້ເຂົ້າມາອາໄສຢູ່ໃນຫໍນະມັດສະການໄດ້. ພວກຂ້ານ້ອຍຈະອີ່ມບໍຣິບູນດ້ວຍຂອງດີ ທັງພຣະພອນນາໆຈາກພຣະວິຫານອັນສັກສິດນັ້ນ. 5 ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ພຣະອົງຕອບພວກຂ້ານ້ອຍໂດຍໃຫ້ຄວາມມີໄຊ ແລະຊ່ວຍເຫລືອໂດຍການອັດສະຈັນຕ່າງໆ. ປະຊາຊົນທົ່ວໂລກແລະທີ່ຟາກນໍ້າທີ່ຫ່າງໄກ ກໍພາກັນເຊື່ອວາງໃຈໃນພຣະອົງ. 6 ພຣະອົງຕັ້ງພູຜາໄວ້ດ້ວຍພະລັງຂອງພຣະອົງ ຊຶ່ງສຳແດງໃຫ້ເຫັນຣິດທະນຸພາບອັນຍິ່ງໃຫຍ່ຂອງພຣະອົງ. 7 ພຣະອົງເຮັດໃຫ້ຄື້ນທະເລອັນປັ່ນປ່ວນສະຫງົບລົງ ສຽງອຶກກະທຶກຂອງປະຊາຊົນມິດງຽບ. 8 ທົ່ວທັງໂລກຕົກສະທ້ານຢ້ານກົວ ຕໍ່ສິ່ງອັດສະຈັນອັນຍິ່ງໃຫຍ່ ທີ່ພຣະອົງໄດ້ກະທຳ ຈາກສົ້ນໂລກເບື້ອງນີ້ເຖິງສົ້ນໂລກເບື້ອງນັ້ນ ພຣະຣາຊກິດຂອງພຣະອົງ ຈະນຳສຽງໂຮຮ້ອງຍິນດີມາ. 9 ພຣະອົງເປັນຜູ້ຈັດທຸກສິ່ງໃຫ້ແກ່ແຜ່ນດິນ ໂດຍສົ່ງນໍ້າຝົນໃຫ້ຕົກລົງສູ່ພິພົບໂລກ ພຣະອົງບັນດານໃຫ້ດິນແດນອຸດົມແລະຮັ່ງມີ ໂດຍມີນໍ້າລໍ່ລ້ຽງປັດຖະພີໃຫ້ມີຜົນລະປູກ. 10 ຕໍ່ໄປນີ້ ຄືສິ່ງທີ່ພຣະອົງໄດ້ກະທຳ: ນາທີ່ໄຖແລ້ວກໍມີຝົນຫົດດິນໃຫ້ຊຸ່ມປຽກ ພຣະອົງເຮັດໃຫ້ມີດິນອ່ອນດ້ວຍຫ່າຝົນ ຊຶ່ງເຮັດໃຫ້ກ້າເບ້ຍເກີດມີຂຶ້ນ. 11 ພຣະຄຸນຄວາມດີຂອງພຣະອົງນັ້ນ ເຮັດໃຫ້ເກັບກ່ຽວໄດ້ຢ່າງອຸດົມສົມບູນ ບໍ່ວ່າພຣະອົງຈະໄປທີ່ໃດກໍອຸດົມສົມບູນທີ່ນັ້ນ. 12 ທົ່ງຫຍ້າທັງຫລາຍກໍເຕັມໄປດ້ວຍຝູງສັດ ຕາມເນີນພູກໍມີຄວາມຊົມຊື່ນຍິນດີ. 13 ຝູງແກະເຕັມຢູ່ຕາມທົ່ງຫຍ້າ ຕາມຮ່ອມພູເຕັມໄປດ້ວຍເມັດພືດພັນທັນຍາຫານ ສັບພະທຸກສິ່ງກໍເປັ່ງສຽງຮ້ອງລຳທຳເພງ ດ້ວຍຄວາມເບີກບານຊົມຊື່ນ. |
@ 2012 United Bible Societies. All Rights Reserved.