Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 64 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ການ​ຄຸ້ມຄອງ

1 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເດືອດຮ້ອນ​ແລ້ວ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ຢ້ານກົວ​ເຫຼົ່າ​ສັດຕູ ໂຜດ​ຊ່ວຍກູ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ.

2 ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ແຜນ​ອຸບາຍ​ຂອງ​ຄົນຊົ່ວຮ້າຍ ຈາກ​ຝຸງຄົນ​ທີ່​ຊົ່ວຮ້າຍ​ທັງຫລາຍ​ນັ້ນ.

3 ພວກເຂົາ​ຝຶກຝົນ​ລີ້ນ​ໃຫ້​ແຫຼມຄົມ​ດັ່ງ​ດາບ ທັ່ງ​ຄຳເວົ້າ​ອອກ​ມາ​ດັ່ງ​ຍິງ​ໜ້າ​ລູກທະນູ.

4 ພວກເຂົາ​ວ່ອງໄວ​ໃນ​ການ​ແຜ່​ຄວາມ​ຕົວະຍົວະ​ຢ່າງ​ຂາດ​ຄວາມອາຍ ແລະ​ພວກເຂົາ​ທຳລາຍ​ຄົນດີ​ດ້ວຍ​ຄຳເວົ້າ​ອັນ​ໂຫດຮ້າຍ​ຢ່າງ​ບໍ່​ຢ້ານກົວ.

5 ພວກເຂົາ​ໜູນໃຈ​ກັນແລະກັນ​ເຖິງ​ແຜນການ​ຊົ່ວ​ຂອງ​ພວກເຂົາ ພວກເຂົາ​ປຶກສາ​ກັນ​ເຖິງ​ບ່ອນ​ທີ່​ພວກເຂົາ​ຈະ​ຫ້າງ​ແຮ້ວ​ໃສ່. ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກັນແລະກັນ ເຖິງ​ແຜນການ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ເຫັນ​ພວກເຮົາ​ໄດ້.”

6 ພວກເຂົາ​ວາງແຜນ​ຊົ່ວ​ແລະ​ເວົ້າ​ວ່າ, “ເປັນ​ແຜນການ​ທີ່​ດີເລີດ.” ຈິດໃຈ​ແລະ​ຄວາມ​ນຶກຄິດ​ຂອງ​ມະນຸດ ກໍ​ເລິກລັບ​ບໍ່ມີ​ຜູ້ໃດ​ຢັ່ງ​ຮູ້​ໄດ້​ເລີຍ.

7 ແຕ່​ພຣະເຈົ້າ​ຍິງ​ລູກໜ້າ​ຂອງ​ພຣະອົງ​ໃສ່​ພວກເຂົາ ແລະ​ໃນທັນໃດ​ພວກເຂົາ​ກໍ​ບາດເຈັບ.

8 ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຍ້ອນ​ຄຳເວົ້າ​ຂອງ​ພວກເຂົາ​ເອງ ທຸກຄົນ​ທີ່​ເຫັນ​ພວກເຂົາ​ຕ່າງ​ກໍ​ແກວ່ງຫົວ.

9 ພວກເຂົາ​ຈະ​ຢ້ານ​ເມື່ອ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ຈະ​ບອກ​ເຖິງ​ກິດຈະການ​ຂອງ​ພຣະອົງ.

10 ສ່ວນ​ຄົນ​ຊອບທຳ​ນັ້ນ​ຈະ​ຊົມຊື່ນ​ຍິນດີ ຍ້ອນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ. ພວກເຂົາ​ຈະ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ຄົນ​ຊອບທຳ​ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan