ເພງ^ສັນລະເສີນ 63 - ພຣະຄຳພີສັກສິຄວາມຮັກແລະເມດຕາກໍມີຄ່າກວ່າຊີວິດ 1 ຂ້າແດ່ພຣະເຈົ້າ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຈິດວິນຍານຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງດິນແຫ້ງແລ້ງທີ່ຂາດນໍ້າລໍ່ລ້ຽງສັນໃດ ເນື້ອໜັງຂອງຂ້ານ້ອຍກໍຫິວກະຫາຍຫາພຣະອົງສັນນັ້ນ. 2 ໂຜດໃຫ້ຂ້ານ້ອຍໄດ້ພົບພຣະອົງໃນພຣະວິຫານ ໃຫ້ຂ້ານ້ອຍເຫັນຣິດອຳນາດທັງຄວາມຍິ່ງໃຫຍ່ຂອງພຣະອົງດ້ວຍ. 3 ຄວາມຮັກແລະເມດຕານັ້ນກໍມີຄ່າກວ່າຊີວິດ ສະນັ້ນ ຂ້ານ້ອຍຈຶ່ງຮ້ອງເພງຍ້ອງຍໍສັນລະເສີນພຣະອົງ. 4 ຕາບໃດທີ່ມີຊີວິດຢູ່ ຂ້ານ້ອຍຈະຖວາຍຄຳໂມທະນາຂອບພຣະຄຸນພຣະອົງ ຂ້ານ້ອຍຈະຍົກມືຂຶ້ນຫາພຣະອົງ ພ້ອມກັບຄຳພາວັນນາອະທິຖານຮ້ອງຫາພຣະອົງ. 5 ຈິດໃຈຂອງຂ້ານ້ອຍຈະຊົມຊື່ນຍິນດີແລະອີ່ມໜຳສຳລານ ຂ້ານ້ອຍຈະຮ້ອງເພງຍິນດີຍ້ອງຍໍສັນລະເສີນພຣະອົງ. 6 ເມື່ອຂ້ານ້ອຍນອນລົງ ຂ້ານ້ອຍກໍລະນຶກຄິດເຖິງພຣະອົງ ແລະຄິດເຖິງພຣະອົງຕະຫລອດທັງຄືນ 7 ເພາະພຣະອົງເປັນພຣະຜູ້ໂຜດຊ່ວຍສະເໝີມາ ຂ້ານ້ອຍຈຶ່ງຮ້ອງເພງຍິນດີໃຕ້ຮົ່ມປີກຂອງພຣະເຈົ້າ. 8 ຂ້ານ້ອຍຕິດພັນຢູ່ກັບພຣະອົງສະເໝີ ແລະມືຂອງພຣະອົງກໍຮັກສາຂ້ານ້ອຍໄວ້ໃຫ້ປອດໄພ. 9 ພວກທີ່ກຳລັງຊອກຫາສັງຫານຂ້ານ້ອຍ ກໍຈະຕ້ອງລົງໄປສູ່ແດນມໍຣະນາພຸ້ນ. 10 ພວກເຂົາຈະຖືກຂ້າໃນສະໜາມຮົບ ຊາກສົບຂອງພວກເຂົາກໍຈະຖືກໝາປ່າກັດກິນ. 11 ສ່ວນກະສັດນັ້ນກໍຈະຊົມຊື່ນຍິນດີ ເພາະວ່າພຣະເຈົ້າໃຫ້ໄຊຊະນະແກ່ເພິ່ນ. ຄົນທັງຫລາຍທີ່ສັນຍາໃນພຣະນາມຂອງພຣະເຈົ້າ ກໍຈະຍ້ອງຍໍສັນລະເສີນພຣະອົງ ແຕ່ປາກຂອງຄົນຂີ້ຕົວະຈະຖືກງັບໄວ້. |
@ 2012 United Bible Societies. All Rights Reserved.