Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 62 - ພຣະຄຳພີສັກສິ


ຄວາມ​ເຊື່ອໝັ້ນ​ໃນ​ການ​ຄຸ້ມຄອງ

1 ຂ້ານ້ອຍ​ລໍຄອຍ​ດ້ວຍ​ຄວາມ​ອົດທົນ​ຢ່າງ​ຈົດຈໍ່​ໃຫ້​ພຣະເຈົ້າ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເພິ່ງພາ​ອາໄສ​ພຣະອົງ​ແຕ່​ອົງດຽວ​ເທົ່ານັ້ນ.

2 ພຣະອົງ​ເທົ່ານັ້ນ​ທີ່​ປົກປ້ອງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ເມື່ອ​ພຣະອົງ​ເປັນ​ຜູ້​ປ້ອງກັນ​ຂ້ານ້ອຍ​ໄວ້ ຂ້ານ້ອຍ​ຈະ​ບໍ່​ພ່າຍແພ້​ຈັກເທື່ອ.

3 ພວກເຈົ້າ​ຈະ​ໂຈມຕີ​ຄົນ​ໜຶ່ງ​ໄປ​ດົນ​ປານໃດ ຄື​ຜູ້​ທີ່​ບໍ່​ແຂງແຮງ​ສໍ່າ​ກັບ​ຮົ້ວ​ທີ່​ເພພັງ​ຊໍ້າ?

4 ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.

5 ຂ້ານ້ອຍ​ເພິ່ງ​ພຣະເຈົ້າ​ແຕ່ພຽງ​ອົງດຽວ ເພາະ​ຄວາມຫວັງ​ຂອງ​ຂ້ານ້ອຍ​ມາ​ຈາກ​ພຣະອົງ.

6 ພຣະອົງ​ເປັນ​ສີລາ​ແລະ​ຄວາມພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ເທົ່ານັ້ນ​ເປັນ​ຜູ້​ປ້ອງກັນ​ຂ້ານ້ອຍ​ໄວ້ ຂ້ານ້ອຍ​ຈະ​ບໍ່​ພ່າຍແພ້.

7 ຄວາມພົ້ນ ແລະ​ກຽດ​ສັກສີ​ຂອງ​ຂ້ານ້ອຍ​ຢູ່​ໃນ​ພຣະເຈົ້າ ພຣະເຈົ້າ​ເປັນ​ສີລາ​ແຫ່ງ​ຄວາມ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ.

8 ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.

9 ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.

10 ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.

11 ຂ້ອຍ​ໄດ້ຍິນ​ພຣະເຈົ້າ​ກ່າວ​ຫລາຍກວ່າ​ໜຶ່ງ​ເທື່ອ​ວ່າ, “ຣິດອຳນາດ​ເປັນ​ຂອງ​ພຣະເຈົ້າ”.

12 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ບຳເໜັດ​ລາງວັນ​ໃຫ້​ແກ່​ທຸກຄົນ ຕາມ​ຜົນ​ການກະທຳ​ຂອງ​ເຂົາເຈົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan