Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 61 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ການ​ປົກປ້ອງ​ຄຸ້ມຄອງ

1 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງຫາ​ດ້ວຍ ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ

2 ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ເພາະ​ຄວາມ​ໝົດຫວັງ ແລະ​ຂ້ານ້ອຍ​ກໍ​ກຳລັງ​ຢູ່​ຫ່າງໄກ​ຈາກ​ບ້ານ.

3 ໂຜດ​ນຳ​ຂ້ານ້ອຍ​ໄປ​ສູ່​ບ່ອນ​ທີ່​ປອດໄພ ເປັນ​ບ່ອນ​ທີ່​ຂ້ານ້ອຍ​ລີ້ໄພ​ຢູ່​ໄດ້ ເພາະ​ພຣະອົງ​ຄື​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ ເປັນ​ບ່ອນ​ທີ່​ແໜ້ນໜາ​ຕໍ່ສູ້​ສັດຕູ​ຂອງ​ຂ້ານ້ອຍ​ໄດ້.

4 ຊົ່ວຊີວິດ​ຂອງ​ຂ້ານ້ອຍ​ນີ້ ຂໍ​ຊົງ​ໂຜດ​ໃຫ້​ໄດ້​ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ຂໍ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ທີ່​ປອດໄພ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ​ດ້ວຍ.

5 ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້ຍິນ​ຄຳ​ທີ່​ຂ້ານ້ອຍ​ສັນຍາ ແລະ​ມອບ​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຢຳເກງ​ພຣະນາມ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.

6 ຂໍ​ຊົງ​ໂຜດ​ຕື່ມ​ອາຍຸ​ຍືນຍາວ​ໃຫ້​ກະສັດ​ແດ່ ແລະ​ໃຫ້​ເພິ່ນ​ມີ​ຊີວິດ​ຢູ່​ໄດ້​ນານແສນນານ

7 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ເພິ່ນ​ໄດ້​ປົກຄອງ​ສືບໄປ ຢູ່​ຊ້ອງໜ້າ​ພຣະອົງ ໂຜດ​ຄຸ້ມຄອງ​ເພິ່ນ ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ໃນ​ຄວາມສັດຊື່​ຂອງ​ພຣະອົງ​ດ້ວຍ.

8 ສະນັ້ນ ຂ້ານ້ອຍ​ຈຶ່ງ​ຖວາຍ​ບົດເພງ​ຍ້ອງຍໍ​ສັນລະເສີນ​ສະເໝີໄປ ແລະ​ນຳ​ເຄື່ອງ​ຖວາຍ​ປະຈຳວັນ​ມາ​ໃຫ້​ພຣະອົງ​ຕາມ​ທີ່​ຂ້ານ້ອຍ​ໄດ້​ສັນຍາ​ໄວ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan