Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 60 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຊ່ວຍ​ໃຫ້​ພົ້ນໄພ

1 ຂ້າແດ່​ພຣະເຈົ້າ ພຣະອົງ​ປະຕິເສດ​ພວກ​ຂ້ານ້ອຍ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ບັດນີ້​ໂຜດ​ເຊົາ​ແລະ​ຄືນ​ມາ​ຫາ​ພວກ​ຂ້ານ້ອຍ​ເຖີດ.

2 ພຣະອົງ​ໄດ້​ເຮັດ​ໃຫ້​ດິນແດນ​ສັ່ນສະເທືອນ ແລະ​ໄດ້​ເຮັດ​ໃຫ້​ພື້ນດິນ​ແຕກ​ຍະ​ອອກ ບັດນີ້ ໂຜດ​ປິ່ນປົວ​ບາດແຜ​ຂອງ​ດິນແດນ​ນີ້ ເພາະ​ມັນ​ກຳລັງ​ແຕກແຍກ​ອອກ​ຈາກ​ກັນ.

3 ພຣະອົງ​ໄດ້​ໃຫ້​ປະຊາຊົນ​ນັ້ນ​ທົນທຸກ​ໜັກ ຍ່າງ​ໂຊເຊ​ເໝືອນ​ກັບ​ຄົນ​ເມົາ​ເຫຼົ້າ.

4 ພຣະອົງ​ຕັກເຕືອນ​ພວກ​ທີ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຫລົບ​ໜີ​ຈາກ​ການທຳລາຍ.

5 ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພວກ​ຂ້ານ້ອຍ​ພົ້ນ​ໄພ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ທີ່​ພຣະອົງ​ຊົງຮັກ.

6-7 ຈາກ​ພຣະວິຫານ​ນັ້ນ ພຣະເຈົ້າ ໄດ້​ກ່າວ​ວ່າ, “ໃນ​ຄວາມມີໄຊ ເຮົາ​ຈະ​ແຍກ​ເອົາ​ຊີເຄມ​ໄວ້ ແບ່ງ​ຮ່ອມພູ​ຊຸກໂກດ​ໃຫ້​ປະຊາຊົນ​ຂອງເຮົາ ກີເລອາດ​ເປັນ​ຂອງເຮົາ​ທັງ​ເຜົ່າ​ມານາເຊ​ດ້ວຍ ເຜົ່າ​ເອຟຣາອິມ​ຄື​ໝວກ​ປ້ອງກັນ​ຫົວ​ເຮົາ ແລະ​ເຜົ່າຢູດາ​ຄື​ຕະບອງ​ແຫ່ງ​ຣາຊອຳນາດ.

8 ແຕ່​ເຮົາ​ຈະ​ໃຊ້​ໂມອາບ​ຄື​ຊາມ​ລ້າງສ່ວຍ ແລະ​ໂຍນ​ເກີບ​ຂອງເຮົາ​ໃສ່​ເອໂດມ ໝາຍ​ເຖິງ​ວ່າ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ດິນແດນ. ຊາວ​ຟີລິດສະຕິນ​ຄິດ​ວ່າ​ຈະ​ໂຮຮ້ອງ​ມີໄຊ​ຫລືນີ້?”

9 ຜູ້ໃດ​ຈະ​ນຳພາ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ? ຜູ້ໃດ​ຈະ​ພາ​ໄປ​ທີ່​ເອໂດມ​ພຸ້ນ?

10 ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ໄປ​ແທ້ບໍ? ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ບໍ່​ໄປ​ກັບ​ກອງທັບ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລືນີ້?

11 ຂໍ​ຊົງ​ໂຜດ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ໃນ​ການ​ຕໍ່ສູ້​ສັດຕູ​ແດ່​ທ້ອນ ເພາະ​ການ​ຊ່ວຍເຫຼືອ​ຂອງ​ມະນຸດ​ນັ້ນ​ໃຊ້​ການ​ຫຍັງ​ບໍ່ໄດ້​ເລີຍ.

12 ເມື່ອ​ພຣະເຈົ້າ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ຈະ​ມີ​ໄຊຊະນະ ແລະ​ຈະ​ຜາບແພ້​ສັດຕູ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan