Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 6 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ໃນ​ຄາວ​ເດືອດຮ້ອນ

1 ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໂກດຮ້າຍ​ແລະ​ກ່າວໂທດ​ຂ້ານ້ອຍ ຢ່າ​ລົງໂທດ​ຂ້ານ້ອຍ​ເລີຍ ເມື່ອ​ພຣະອົງ​ໂກດຮ້າຍ

2 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ອິດອ່ອນ​ຊຸດໂຊມ​ລົງ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ແດ່ທ້ອນ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ກຳລັງ​ດ້ວຍ ເພາະ​ອິດເມື່ອຍ​ທີ່ສຸດ ແລະ​ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເປັນ​ທຸກຢ່າງ​ໜັກໜ່ວງ

3 ຂ້າແດ່​ພຣະເຈົ້າຢາເວ ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເດືອດຮ້ອນ​ໜັກ ພຣະອົງ​ຈະ​ລໍຖ້າ​ດົນ​ປານໃດ​ຈຶ່ງ​ຈະ​ມາ​ຊ່ວຍ​ຂ້ານ້ອຍ?

4 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກັບມາ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ ໂດຍ​ພຣະເມດຕາ ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ອອກ​ຈາກ​ຄວາມ​ຕາຍ​ແດ່ທ້ອນ.

5 ໃນ​ແດນ​ມໍຣະນາ​ນັ້ນ​ຈະ​ບໍ່ມີ​ຜູ້ໃດ​ຄິດເຖິງ​ພຣະອົງ ບໍ່ມີ​ຜູ້ໃດ​ສັນລະເສີນ​ພຣະອົງ​ຢູ່​ໃນ​ທີ່ນັ້ນ​ໄດ້.

6 ຂ້ານ້ອຍ​ໂສກເສົ້າ​ຍ້ອນ​ອິດອ່ອນ​ໝົດແຮງ ບ່ອນ​ນອນ​ກໍ​ຊຸ່ມປຽກ ຍ້ອນ​ຂ້ານ້ອຍ​ຮ້ອງໄຫ້​ເປັນ​ທຸກ​ລະທົມ​ໃຈ​ທຸກ​ຄືນ ແລະ​ໝອນ​ກໍ​ປຽກຊຸ່ມ​ດ້ວຍ​ນໍ້າຕາ​ທີ່​ໄຫລຫລັ່ງ.

7 ຕາ​ຂອງ​ຂ້ານ້ອຍ​ກໍ​ໃຄ່​ຟອງ ເກືອບ​ເບິ່ງ​ບໍ່​ເຫັນ​ເພາະ​ຮ້ອງໄຫ້ ຍ້ອນ​ພວກ​ສັດຕູ​ເປັນ​ຜູ້ນຳ​ກໍ່ເຫດ.

8 ພວກເຈົ້າ​ຄົນຊົ່ວຮ້າຍ ຈົ່ງ​ໜີໄປ​ຈາກ​ຂ້ອຍ​ສາ ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຂອງຂ້ອຍ​ແລ້ວ

9 ພຣະເຈົ້າຢາເວ​ໄດ້​ຟັງ​ສຽງ​ຮ້ອງຂໍ​ຂອງຂ້ອຍ​ແລ້ວ. ພຣະເຈົ້າຢາເວ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ.

10 ສັດຕູ​ຂອງຂ້ອຍ​ຈະ​ພ່າຍແພ້​ຢ່າງ​ອັບອາຍຂາຍໜ້າ ພວກເຂົາ​ຈະ​ຖືກ​ຂັບໄລ່​ໜີໄປ​ດ້ວຍ​ຄວາມ​ສັບສົນ​ຢ່າງ​ກະທັນຫັນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan