Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 59 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ປອດໄພ

1 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ສັດຕູ​ແດ່​ ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ໂຈມຕີ​ດ້ວຍ

2 ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນຊົ່ວ​ເຫຼົ່ານັ້ນ​ສາ ຊ່ວຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​ຄາດຕະກອນ​ເຫຼົ່ານັ້ນ​ດ້ວຍ.

3 ຂ້າແດ່​ພຣະເຈົ້າຢາເວ ເບິ່ງດູ! ພວກເຂົາ​ລໍ​ຖ້າ​ທີ່​ຈະ​ສັງຫານ​ຂ້ານ້ອຍ ຄົນ​ໂຫດຮ້າຍ​ໂຮມກັນ​ຕໍ່ສູ້​ຂ້ານ້ອຍ​ຢູ່. ແຕ່​ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ຂ້ານ້ອຍ ຫລື​ຍ້ອນ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ

4 ທັງ​ບໍ່ແມ່ນ​ເພາະ​ຄວາມ​ຜິດພາດ​ຂອງ​ຂ້ານ້ອຍ ທີ່​ພວກເຂົາ​ຟ້າວ​ໄປ​ສູ່​ບ່ອນ​ຂອງ​ພວກເຂົາ​ນັ້ນ.

5 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.

6 ພວກເຂົາ​ກັບ​ມາ​ຕອນແລງ​ຕ່າງ​ກໍ​ເຫົ່າຫອນ​ຄື​ໝາ ໃນ​ຂະນະທີ່​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ.

7 ໂຜດ​ຟັງ​ຄຳ​ດູຖູກ​ແລະ​ນາບຂູ່​ຂອງ​ພວກເຂົາ ລີ້ນ​ກໍ​ເປັນ​ດັ່ງ​ດາບ​ໃນ​ປາກ​ຂອງ​ເຂົາເຈົ້າ, ແຕ່​ພວກເຂົາ​ຄິດ​ວ່າ​ບໍ່ມີ​ໃຜ​ຈັກ​ຄົນ​ເລີຍ ທີ່​ສາມາດ​ໄດ້ຍິນ​ພວກເຂົາ.

8 ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຫົວຂວັນ​ໃສ່​ພວກເຂົາ ເຍາະເຍີ້ຍ​ໃສ່​ທຸກຄົນ​ທີ່​ບໍ່​ນັບຖື​ພຣະອົງ.

9 ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ຣິດອຳນາດ​ຂອງ​ພຣະອົງ ໂອ ຂ້າແດ່​ພຣະເຈົ້າ​ເອີຍ ພຣະອົງ​ຊົງ​ເປັນ​ປ້ອມ​ປ້ອງກັນ.

10 ພຣະເຈົ້າ​ຮັກ​ຂ້ານ້ອຍ ຈຶ່ງ​ຈະ​ສະເດັດ​ມາ​ຫາ​ໂດຍ​ໄວ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຫັນ​ສັດຕູ​ພ່າຍແພ້.

11 ຂໍ​ຢ່າ​ສັງຫານ​ພວກເຂົາ​ເລີຍ​ເທາະ ເພາະ​ຢ້ານ​ປະຊາຊົນ​ຂອງ​ຂ້ານ້ອຍ​ລືມໄລ. ໂຜດ​ເຮັດ​ໃຫ້​ພວກເຂົາ​ແຕກ​ກະຈັກ​ກະຈາຍ ໂດຍ​ພະລັງ​ອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະຜູ້​ຄຸ້ມຄອງ​ຂອງ​ພວກ​ຂ້ານ້ອຍ.

12 ຄຳເວົ້າ​ທຸກ​ຄຳ​ຂອງ​ພວກເຂົາ​ລ້ວນແຕ່​ເປັນ​ບາບ​ໝົດ ເພາະ​ບາບ​ອາໄສ​ຢູ່​ໃນ​ສົບປາກ​ຂອງ​ເຂົາເຈົ້າ; ໃນ​ຄວາມ​ຈອງຫອງ​ນັ້ນ ຂໍ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ ເພາະວ່າ​ພວກເຂົາ​ມັກ​ສາບແຊ່ງ​ແລະ​ຂີ້ຕົວະ

13 ໃນ​ຄວາມ​ໂກດຮ້າຍ​ນັ້ນ ຈົ່ງ​ທຳລາຍ​ພວກເຂົາ​ເສຍ ຈົ່ງ​ທຳລາຍ​ພວກເຂົາ​ທຸກຄົນ​ໃຫ້​ໝົດສິ້ນ​ເສຍເຖີດ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າ​ປົກຄອງ​ອິດສະຣາເອນ ແລະ​ການປົກຄອງ​ຂອງ​ພຣະອົງ​ກໍ​ແຜ່ໄປ​ສຸດປາຍ​ແຜ່ນດິນ​ໂລກ.

14 ສັດຕູ​ກັບ​ມາ​ຕອນແລງ​ຕ່າງ​ກໍ​ເຫົ່າຫອນ​ຄື​ໝາ ໃນ​ຂະນະທີ່​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ.

15 ດັ່ງ​ຝູງ​ໝາ​ທີ່​ທ່ອງທ່ຽວ​ຊອກຢູ່​ຫາກິນ ເມື່ອ​ບໍ່ມີ​ອາຫານ​ພໍ​ກໍ​ເຫົ່າຫອນ​ຢູ່​ຢ່າງ​ນັ້ນ.

16 ຂ້ານ້ອຍ​ຈະ​ຂັບ​ຮ້ອງ​ເຖິງ​ຣິດທານຸພາບ ແຕ່​ວ່າ​ທຸກໆເຊົ້າ​ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ທີ່​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ເປັນ​ທີ່ເພິ່ງ​ແລະ​ທີ່ຊົ້ນ​ໃນ​ເວລາ​ເດືອດຮ້ອນ​ຂອງ​ຂ້ານ້ອຍ.

17 ໂອ ພຣະເຈົ້າ​ພຣະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ​ເປັນ​ທີ່​ເພິ່ງ ເປັນ​ຜູ້​ທີ່​ຊົງ​ຮັກ​ຂອງ​ຂ້ານ້ອຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan