ເພງ^ສັນລະເສີນ 58 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍໃຫ້ພຣະເຈົ້າລົງໂທດຄົນຊົ່ວ 1 ທ່ານຕັດສິນໃຈຖືກຕ້ອງຫລືບໍ່? ບັນດາຜູ້ປົກຄອງເອີຍ ທ່ານຕັດສິນທຸກຄົນຢ່າງເປັນທຳຫລືບໍ່? 2 ບໍ່ເລີຍ ທ່ານຄິດເຖິງແຕ່ການຊົ່ວຮ້າຍທີ່ທ່ານເຮັດ ໄດ້ສ້າງການທາລຸນຮຸນແຮງຢູ່ແຜ່ນດິນໂລກດ້ວຍ. 3 ຄົນຊົ່ວຮ້າຍເຮັດຜິດຕະຫລອດຊີວິດຂອງພວກເຂົາ ພວກເຂົາເວົ້າຕົວະຕະຫລອດມາຕັ້ງແຕ່ມື້ພວກເຂົາເກີດ. 4 ພວກເຂົາເຕັມໄປດ້ວຍພິດ ເໝືອນດັ່ງງູພິດທັງຫລາຍ ອັດຫູບັງຕາຕົນເອງດັ່ງງູເຫົ່າຫູໜວກ 5 ພວກເຂົາຈຶ່ງບໍ່ໄດ້ຍິນສຽງຂອງເຈົ້າໝໍງູ ຫລືສຽງເພງຂອງນັກຫລີ້ນກົນທີ່ຫລອກລວງ. 6 ຂ້າແດ່ພຣະເຈົ້າ ຂໍພຣະອົງຫັກແຂ້ວຂອງພວກເຂົາຖິ້ມໃຫ້ໝົດສາ ຂ້າແດ່ພຣະເຈົ້າຢາເວ ຈົ່ງຫັກແຂ້ວໂຄບຝູງສິງໜຸ່ມທີ່ໂຫດຮ້າຍສາເຖີດ 7 ຂໍໃຫ້ພວກເຂົາຫາຍໄປເໝືອນດັ່ງທີ່ນໍ້າຖືກເປັ່ງອອກໄປ ຂໍໃຫ້ຖືກຢຽບຢໍ່າດັ່ງຫຍ້າຕາມທາງຍ່າງ. 8 ຂໍໃຫ້ພວກເຂົາເປັນດັ່ງທາກທີ່ຖືກລະລາຍເປັນເມືອກໄປ ຂໍໃຫ້ພວກເຂົາເປັນເໝືອນເດັກທີ່ເກີດໃໝ່ຕາຍໄປໂດຍບໍ່ເຫັນແສງສະຫວ່າງ. 9 ກ່ອນທີ່ພວກເຂົາຈະຮູ້ເຖິງການນີ້ ພວກເຂົາໄດ້ຖືກຕັດຖິ້ມດັ່ງຕົ້ນຫຍ້າດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ ພຣະອົງຈະເປົ່າພວກເຂົາອອກໜີໄປ ໃນຂະນະທີ່ພວກເຂົາຍັງມີຊີວິດຢູ່ນັ້ນ. 10 ເມື່ອຄົນຊອບທຳເຫັນຄົນບາບຖືກລົງໂທດ ພວກເຂົາຈະດີໃຈ ພວກເຂົາຈະເອົາເລືອດຂອງຄົນຊົ່ວຮ້າຍລ້າງຕີນຂອງພວກເຂົາ. 11 ປະຊາຊົນຈະເວົ້າວ່າ, “ຄົນຊອບທຳຈະໄດ້ບຳເໜັດ ແມ່ນແທ້ມີພຣະເຈົ້າເປັນຜູ້ຕັດສິນໂລກນີ້.” |
@ 2012 United Bible Societies. All Rights Reserved.