Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 57 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ຊ່ວຍເຫລືອ

1 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.

2 ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າ​ອົງ​ສູງສຸດ ຄື​ອົງ​ທີ່​ປະທານ​ສິ່ງ​ສາລະພັດ​ທີ່​ຂ້ານ້ອຍ​ຂາດ​ຢູ່​ນັ້ນ.

3 ຈາກ​ສະຫວັນ​ພຣະອົງ​ຈະ​ຕອບ​ທັງ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ປາບ​ພວກ​ທີ່​ກົດຂີ່​ຂ້ານ້ອຍ​ໃຫ້​ພ່າຍແພ້. ພຣະເຈົ້າ​ຈະ​ສຳແດງ​ໃຫ້​ເຫັນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ທີ່​ມີ​ແກ່​ຂ້ານ້ອຍ​ນັ້ນ.

4 ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ຜູ້​ເປັນ​ດັ່ງ​ໂຕສິງ​ທີ່​ກັດກິນ​ມະນຸດ. ແຂ້ວ​ມັນ​ນັ້ນ​ຄ້າຍ​ຄື​ຫອກ​ແລະ​ລູກສອນ ລີ້ນ​ມັນ​ຄ້າຍ​ຄື​ກັບ​ດາບ​ອັນ​ຄົມໆ.

5 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.

6 ສັດຕູ​ໄດ້​ກາງ​ຕາໜ່າງ​ເພື່ອ​ຈັບ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຈຶ່ງ​ໝູບ​ລົງ​ເປັນທຸກໃຈ​ຫຼາຍ. ພວກເຂົາ​ຂຸດ​ຫລຸມ​ໃສ່​ທາງ​ທີ່​ຂ້ານ້ອຍ​ໄປ ແຕ່​ແມ່ນ​ພວກເຂົາ​ເອງ​ທີ່​ຕົກ​ໃນ​ຫລຸມ​ນັ້ນ.

7 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ຢ່າງ​ໝົດໃຈ ແລະ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ

8 ຈິດວິນຍານ​ຂອງຂ້ອຍ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ກິດຕາ​ແລະ​ກະຈັບປີ່ ຂອງຂ້ອຍ ພິນໃຫຍ່​ແລະ​ພິນນ້ອຍ ຈົ່ງ​ຕື່ນ​ຂຶ້ນ​ມາ ຈົ່ງ​ຂຶ້ນ​ມາ​ບັນເລງ​ເພງ ຂ້ອຍ​ຈະ​ປຸກ​ຕາເວັນ​ໃຫ້​ລຸກ​ຂຶ້ນ.

9 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ໃນ​ທ່າມກາງ​ບັນດາ​ຊົນຊາດ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ປະຊາຊົນ​ທຸກ​ຊາດ​ພາສາ​ດ້ວຍ.

10 ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ກໍ​ຈຸ​ທ້ອງຟ້າ.

11 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງ​ເທິງ ແລະ​ພຣະ​ສະຫງ່າຣາສີ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan