ເພງ^ສັນລະເສີນ 56 - ພຣະຄຳພີສັກສິຄຳພາວັນນາອະທິຖານທີ່ໄວ້ວາງໃຈໃນພຣະເຈົ້າ 1 ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ເພາະຖືກສັດຕູໂຈມຕີແລະຖືກຂົ່ມເຫັງເລື້ອຍມາ. 2 ຄູ່ຕໍ່ສູ້ຂອງຂ້ານ້ອຍກໍໂຈມຕີຢູ່ທຸກວັນ ມີດ້ວຍກັນຫລາຍຄົນທີ່ຕໍ່ສູ້ຂ້ານ້ອຍຢູ່. 3 ໂອ ພຣະຜູ້ຊົງຣິດອຳນາດອົງສູງສຸດເອີຍ ເມື່ອຢ້ານກົວຂ້ານ້ອຍກໍໄວ້ວາງໃຈໃນພຣະອົງ. 4 ຢູ່ໃນພຣະເຈົ້າ ຄວາມຢ້ານກໍໝົດໄປ ຂ້ານ້ອຍຍ້ອງຍໍສັນລະເສີນພຣະອົງ ສຳລັບສິ່ງທີ່ພຣະອົງໄດ້ຊົງສັນຍາ ເມື່ອໄວ້ວາງໃຈໃນພຣະອົງ ຂ້ານ້ອຍຈະບໍ່ຢ້ານ ມະນຸດລ້າໆເຮັດຫຍັງໃຫ້ໄດ້ແດ່? 5 ພວກສັດຕູກໍ່ຄວາມເດືອດຮ້ອນໃຫ້ຂ້ານ້ອຍຕະຫຼອດທຸກວັນເວລາ ແລະຄິດຫາທາງທຳລາຍຂ້ານ້ອຍເລື້ອຍໆ 6 ພວກເຂົາລີ້ຈຸ້ມກັນຊອມເບິ່ງສິ່ງທີ່ຂ້ານ້ອຍກະທຳ ລໍຫາໂອກາດດີທີ່ຈະສັງຫານຂ້ານ້ອຍຖິ້ມ. 7 ຂ້າແດ່ພຣະເຈົ້າ ໂຜດລົງໂທດ ຄວາມຊົ່ວຊ້າຂອງພວກເຂົາ ດ້ວຍຄວາມຄຽດຮ້າຍຂອງພຣະອົງ ຂໍຊົງໂຜດຜາບແພ້ພວກເຂົາສາເທາະ. 8 ພຣະອົງຮູ້ວ່າຂ້ານ້ອຍຖືກເດືອດຮ້ອນສໍ່າໃດ ຈຶ່ງຊົງບັນຈຸນໍ້າຕາໃສ່ແກ້ວໄວ້. ນໍ້າຕາຂອງຂ້ານ້ອຍໄດ້ຖືກ ບັນທຶກໄວ້ໃນປຶ້ມບັນຊີຂອງພຣະອົງແລ້ວບໍ່ແມ່ນຫຼື? 9 ມື້ທີ່ຂ້ານ້ອຍຮ້ອງຫາພຣະອົງນັ້ນ ສັດຕູຈະຖອຍໜີໄປ ແລະຮູ້ໄດ້ເພາະພຣະເຈົ້າ ຢູ່ຝ່າຍຂ້ານ້ອຍແລ້ວ. 10 ພຣະເຈົ້າ ຂ້ານ້ອຍຍ້ອງຍໍສັນລະເສີນຖ້ອຍຄຳຂອງພຣະອົງ ໃນພຣະເຈົ້າຢາເວ ຂ້ານ້ອຍຈຶ່ງຍ້ອງຍໍສັນລະເສີນຖ້ອຍຄຳຂອງພຣະອົງ. 11 ເມື່ອໄວ້ວາງໃຈໃນພຣະເຈົ້າ ຂ້ານ້ອຍຈະບໍ່ຢ້ານ ມະນຸດລ້າໆເຮັດຫຍັງໃຫ້ໄດ້ແດ່? 12 ຂ້າແດ່ພຣະເຈົ້າ ຂ້ານ້ອຍຈະຖວາຍຕາມທີ່ໄດ້ສັນຍາ ຄືເຄື່ອງບູຊາແຫ່ງການໂມທະນາຂອບພຣະຄຸນພຣະອົງ. 13 ຍ້ອນພຣະອົງໄດ້ຊ່ວຍກູ້ຂ້ານ້ອຍຈາກຄວາມຕາຍ ແລະປົກປ້ອງຮັກສາໂດຍບໍ່ໃຫ້ພ່າຍແພ້. ສະນັ້ນ ຂ້ານ້ອຍຈຶ່ງກ້າວເດີນໄປຊ້ອງໜ້າພຣະເຈົ້າສະເໝີ ໃນແສງແຈ້ງໃສທີ່ສ່ອງເທິງຜູ້ທີ່ຍັງມີຊີວິດຢູ່. |
@ 2012 United Bible Societies. All Rights Reserved.