Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 55 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຖືກ​ເພື່ອນ​ຫັກຫລັງ

1 ຂ້າແດ່​ພຣະເຈົ້າ ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ແລະ​ຢ່າ​ສູ່​ຫັນ​ໜີ​ຈາກ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ເລີຍ

2 ຂໍ​ຊົງ​ໂຜດ​ສະດັບ​ຮັບ​ຟັງ​ແລະ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ ຍ້ອນ​ຄວາມ​ວິຕົກ​ກັງວົນ​ຂ້ານ້ອຍ​ຈຶ່ງ​ເກີດ​ຄວາມ​ອິດເມື່ອຍ.

3 ຂ້ານ້ອຍ​ຢ້ານ​ຕໍ່​ການ​ຂູ່ເຂັນ​ຂອງ​ພວກ​ສັດຕູ ຢ້ານ​ຖືກ​ຢຽບຢໍ່າ​ເພາະ​ຄົນຊົ່ວຮ້າຍ​ກົດຂີ່. ພວກເຂົາ​ເຮັດ​ໃຫ້​ຂ້ານ້ອຍ​ເດືອດຮ້ອນ​ໜັກ​ຫລາຍ ທັງ​ໂກດຮ້າຍ​ແລະ​ກຽດຊັງ​ຂ້ານ້ອຍ​ດ້ວຍ.

4 ສະນັ້ນ ຂ້ານ້ອຍ​ຈຶ່ງ​ສະທ້ານ​ຢ້ານກົວ ແລະ​ຄວາມຢ້ານ​ຕາຍ​ກໍ​ບີບຄັ້ນ​ຢູ່.

5 ຄວາມຢ້ານ​ຈັບກຸມ​ໄວ້​ແລະ​ສັ່ນເຊັນ​ທັງຕົວ ແລະ​ຄວາມຢ້ານ​ໃຫຍ່​ກໍ​ຄຸມ​ຂ້ານ້ອຍ​ໄວ້.

6 ຂ້ານ້ອຍ​ຢາກ​ມີ​ປີກ​ດັ່ງ​ນົກເຂົາ ແລະ​ຈະ​ບິນ​ໜີໄປ​ຫາ​ທີ່​ພັກຜ່ອນ.

7 ຂ້ານ້ອຍ​ຈະ​ໄດ້​ບິນ​ໜີໄປ​ໄກແສນໄກ ອາໄສ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.

8 ຂ້ານ້ອຍ​ຈະ​ໄດ້​ພົບ​ບ່ອນ​ຊົ້ນ​ຢ່າງ​ໄວວາ ຈາກ​ລົມ​ບ້າ​ພັດແຮງ​ແລະ​ລົມພະຍຸ​ຮ້າຍ.

9 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຄຳເວົ້າ​ຂອງ​ເຫຼົ່າ​ສັດຕູ ເກີດ​ສັບສົນ​ວຸ້ນວາຍ​ແລະ​ບໍ່​ເຂົ້າໃຈກັນ. ເພາະ​ຂ້ານ້ອຍ​ເຫັນ​ແຕ່​ການ​ຮຸນແຮງ ແລະ​ການ​ຈາລະຈົນ​ເກີດຂຶ້ນ​ຢູ່​ໃນ​ເມືອງ

10 ປິດ​ອ້ອມ​ເມືອງ​ໄວ້​ທັງເວັນ​ທັງຄືນ​ຢູ່​ທີ່​ນັ້ນ​ເຕັມ​ໄປ​ແຕ່ ການ​ຂ້າຟັນກັນ​ແລະ​ຄວາມ​ເດືອດຮ້ອນ.

11 ສ່ວນ​ການ​ທຳລາຍ​ນັ້ນ​ກໍ​ມີ​ຢູ່​ທຸກ​ແຫ່ງຫົນ ການ​ຂົ່ມຂູ່ ແລະ​ການ​ຫລອກລວງ​ກໍ​ມີ​ໄປ​ທົ່ວ​ຕາມ​ທ້ອງ​ຖະໜົນ.

12 ຖ້າ​ສັດຕູ​ຜູ້ໜຶ່ງ​ດູໝິ່ນ​ນິນທາ​ຂ້ອຍ​ກໍ​ຊ່າງ​ເຂົາ ຂ້ອຍ​ກໍ​ອົດທົນ​ຕໍ່​ຄຳເວົ້າ​ນັ້ນ​ໄດ້ ຖ້າ​ຄູ່ແຂ່ງ​ຜູ້ໜຶ່ງ​ເວົ້າ​ອວດ​ໃສ່​ຂ້ອຍ​ກໍ​ຊ່າງ​ເຂົາ ຂ້ອຍ​ກໍ​ຫລົບຫລີກ​ຈາກ​ເຂົາ​ໄດ້.

13 ແຕ່​ແມ່ນ​ເຈົ້າ​ທີ່​ເປັນ​ໝູ່ຄູ່​ຂອງຂ້ອຍ​ນີ້ເອງ ເປັນ​ທັງ​ຜູ້​ຮ່ວມງານ​ແລະ​ເພື່ອນ​ຜູ້​ໃກ້ຊິດ​ດ້ວຍ.

14 ພວກເຮົາ​ເຄີຍ​ເວົ້າ​ຢ່າງ​ມ່ວນຊື່ນ​ນຳກັນ ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າ​ນຳກັນ​ດ້ວຍ.

15 ຂໍ​ໃຫ້​ສັດຕູ​ນັ້ນ​ຕາຍໄປ​ກ່ອນ​ເວລາ​ຂອງ​ພວກເຂົາ​ສາ ຂໍ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ທັງເປັນ​ເຖີດ. ຄວາມ​ຊົ່ວຮ້າຍ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ແລະ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຂົາ​ດ້ວຍ.

16 ແຕ່​ຂ້ອຍ​ເອີ້ນ​ຫາ​ພຣະເຈົ້າ, ແລະ​ພຣະເຈົ້າຢາເວ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ.

17 ຂ້ອຍ​ຄາງ​ຈົ່ມທຸກ​ທັງເຊົ້າ​ທັງທ່ຽງ​ແລະ​ໃນ​ເວລາ​ກາງຄືນ ແລະ​ສຽງ​ຮ້ອງທຸກ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ​ແລ້ວ.

18 ພຣະອົງ​ຈະ​ນຳພາ​ຂ້ອຍ​ໃຫ້​ຄືນ​ມາ​ຢ່າງ​ປອດໄພ ຈາກ​ສະໜາມຮົບ​ທີ່​ຂ້ອຍ​ໄດ້​ຕໍ່ສູ້​ສັດຕູ​ຫລາຍ​ຄົນ​ນັ້ນ.

19 ພຣະເຈົ້າ ອົງ​ທີ່​ໄດ້​ປົກຄອງ​ແຕ່​ນິຣັນດອນ​ມາ ຈະ​ຟັງ​ຂ້ອຍ​ຮ້ອງຂໍ​ແລະ​ເອົາ​ຊະນະ​ເຂົາເຈົ້າ. ດ້ວຍວ່າ, ພວກເຂົາ​ປະຕິເສດ​ທີ່​ຈະ​ປ່ຽນແປງ ແລະ​ພວກເຂົາ​ກໍ​ບໍ່​ຢຳເກງ​ພຣະອົງ​ດ້ວຍ.

20 ໝູ່​ເກົ່າ​ຂອງຂ້ອຍ​ໄດ້​ໂຈມຕີ​ໝູ່​ຂອງ​ລາວ​ເອງ ຄື​ໄດ້​ລະເມີດ​ຄຳສັນຍາ​ທີ່​ຕົນ​ໄດ້​ເຮັດ​ໄວ້.

21 ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.

22 ຈົ່ງ​ມອບ​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າຢາເວ​ສາ ພຣະອົງ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້. ພຣະອົງ​ບໍ່ເຄີຍ​ປະຖິ້ມ​ຄົນ​ສັດຊື່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ໂດຍ​ໃຫ້​ລາວ​ຖືກ​ພ່າຍແພ້.

23 ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ນຳ​ຜູ້​ທີ່​ຂ້າ​ຄົນ​ແລະ​ຄົນ​ຂີ້ຕົວະ ໃຫ້​ເຂົ້າ​ໄປ​ສູ່​ຂຸມຝັງສົບ​ພຸ້ນ ກ່ອນ​ທີ່​ອາຍຸ​ເຄິ່ງ​ໜຶ່ງ​ຂອງ​ພວກເຂົາ​ໝົດ​ໄປ ສ່ວນ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan