Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 54 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ເພື່ອ​ຂໍ​ໃຫ້​ປົກປ້ອງ​ຄຸ້ມຄອງ

1 ຂ້າແດ່​ພຣະເຈົ້າ ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໂດຍ​ພຣະນາມ​ຂອງ​ພຣະອົງ​ແດ່​ ແລະ​ໂຜດ​ໃຫ້​ເປັນ​ອິດສະລະ​ໂດຍ​ພຣະ​ກຳລັງ​ຂອງ​ພຣະອົງ.

2 ຂ້າແດ່​ພຣະເຈົ້າ ເມື່ອ​ຂ້ານ້ອຍ​ກ່າວ​ທູນ​ຂໍ ໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ.

3 ຄົນ​ຈອງຫອງ​ຕ່າງ​ກໍ​ພາກັນ​ຫັນ​ມາ ເພື່ອ​ໂຈມຕີ​ຂ້ານ້ອຍ​ໃຫ້​ໄດ້ ແລະ​ຄົນ​ໂຫດຮ້າຍ​ກໍ​ຊອກ​ສັງຫານ​ເຊັ່ນກັນ ເປັນ​ຄົນ​ທີ່​ບໍ່​ສົນໃຈ​ໃນ​ເລື່ອງ​ພຣະເຈົ້າ.

4 ແຕ່​ພຣະເຈົ້າ​ຄື​ຜູ້​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ເລື້ອຍ​ມາ. ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້ຄໍ້າຈູນ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.

5 ຂໍ​ໃຫ້​ພຣະອົງ​ໃຊ້​ການ​ຊົ່ວຮ້າຍ​ຂອງ​ພວກເຂົາ​ລົງໂທດ​ສັດຕູ​ຂອງ​ຂ້ານ້ອຍ. ພຣະອົງ​ຈະ​ທຳລາຍ​ພວກເຂົາ​ເພາະ​ພຣະອົງ​ຊົງ​ສັດຊື່.

6 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ຢ່າງ​ຊື່ນໃຈ​ຍິນດີ ຈະ​ໂມທະນາ​ຂອບພຣະຄຸນ​ເພາະ​ພຣະອົງ​ຊົງ​ມີ​ຄຸນຄວາມດີ.

7 ພຣະອົງ​ໄດ້​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຫັນ​ສັດຕູ​ຂອງ​ຂ້ານ້ອຍ​ພ່າຍແພ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan