Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 53 - ພຣະຄຳພີສັກສິ


ຄວາມ​ຊົ່ວຮ້າຍ​ຂອງ​ມະນຸດ
( ພສສ 14 )

1 ຄົນໂງ່ຈ້າ​ເວົ້າ​ຕໍ່ກັນ​ວ່າ, “ໂລກນີ້​ບໍ່ມີ​ພຣະເຈົ້າ.” ພວກເຂົາ​ຕ່າງ​ກໍ​ເຮັດ​ໃຫ້​ຕົນ​ຊົ່ວ​ລົງ​ທັງນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າຢ້ານກົວ​ຫລາຍ ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

2 ພຣະເຈົ້າ​ຫລຽວລົງ​ຈາກ​ສະຫວັນ ເພື່ອ​ເບິ່ງ​ມວນ​ມະນຸດ​ຊາດ ແລະ​ເພື່ອ​ຢາກ​ຮູ້​ວ່າ​ມີ​ຜູ້ໃດ​ແດ່​ສະຫລາດ​ພໍ ທີ່​ສະແຫວງ​ຫາ​ພຣະເຈົ້າ.

3 ແຕ່​ທຸກຄົນ​ລ້ວນແຕ່​ເຮັດ​ຜິດ​ຄືກັນ​ໝົດ ບໍ່ມີ​ຈັກ​ຄົນດຽວ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

4 “ພວກເຂົາ​ບໍ່ມີ​ປັນຍາ​ບໍ? ຄົນຊົ່ວ​ເຫຼົ່ານີ້​ເປັນ​ຄົນໂງ່ຈ້າ​ກັນ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ໂດຍ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ກໍ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຈັກເທື່ອ.”

5 ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.

6 ຂ້ານ້ອຍ​ຄວນ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ກັບ​ມາ​ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan