ເພງ^ສັນລະເສີນ 52 - ພຣະຄຳພີສັກສິການຊົງພິພາກສາຂອງພຣະເຈົ້າແລະພຣະຄຸນຂອງພຣະອົງ 1 ເປັນຫຍັງຈຶ່ງອວດອ້າງຄວາມຊົ່ວຂອງເຈົ້າ ມະນຸດຜູ້ແຂງແຮງເອີຍ? ຄວາມສັດຊື່ຂອງພຣະອົງດຳລົງສືບໄປເປັນນິດ. 2 ເຈົ້າວາງແຜນຊົ່ວຫລາຍຢ່າງ ເພື່ອນຳໄປປອງຮ້າຍຄົນອື່ນ ລີ້ນຂອງເຈົ້ານັ້ນຄົມດັ່ງມີດແຖ ເຈົ້າຜູ້ປະດິດຄິດສ້າງແຕ່ການຕົວະ. 3 ເຈົ້າຮັກຄວາມຊົ່ວຮ້າຍຫລາຍກວ່າຄວາມດີ ຮັກຄວາມຈອມປອມຫລາຍກວ່າຄວາມສັດຊື່. 4 ເຈົ້າມັກທຳຮ້າຍມະນຸດດ້ວຍວາຈາ ເຈົ້າເປັນຄົນມັກຕົວະ. 5 ສະນັ້ນ ພຣະເຈົ້າຈຶ່ງຈະທຳລາຍເຈົ້າຕະຫລອດໄປ ແລະຈະຖອນໃຫ້ໜີໄກຈາກເຮືອນຂອງເຈົ້າ ພຣະອົງຈະເຄື່ອນຍ້າຍໃຫ້ເຈົ້າໄປຢູ່ໄກ ຈາກບ່ອນທີ່ຢູ່ອາໄສ. 6 ເມື່ອຄົນຊອບທຳເຫັນການນີ້ກໍຈະຢ້ານຢຳ ແລ້ວພວກເຂົາກໍຈະຫົວຫຍໍ້ຫຍັນໃສ່ເຈົ້າວ່າ, 7 “ເບິ່ງແມ! ນີ້ແມ່ນຄົນທີ່ບໍ່ເພິ່ງຄວາມປອດໄພໃນພຣະເຈົ້າ ແຕ່ໄວ້ວາງໃຈໃນຊັບສິນອັນມະຫາສານຂອງຕົນ ແລະຊອກຫາຄວາມປອດໄພໃນທາງຊົ່ວຮ້າຍ.” 8 ແຕ່ຂ້ານ້ອຍເປັນດັ່ງຕົ້ນໝາກກອກເທດຕົ້ນໜຶ່ງ ທີ່ໃຫຍ່ຂຶ້ນຢູ່ໃນວິຫານຂອງພຣະເຈົ້າ ຂ້ານ້ອຍໄວ້ວາງໃຈ ໃນຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຕະຫລອດໄປ. 9 ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີ ສຳລັບສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຈະປະກາດພຣະນາມຂອງພຣະອົງອົງຊົງຄຸນຄວາມດີ ຢູ່ຊ້ອງໜ້າປະຊາຊົນຂອງພຣະອົງ. |
@ 2012 United Bible Societies. All Rights Reserved.