Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 51 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ການ​ຍົກໂທດ

1 ຂ້າແດ່​ພຣະເຈົ້າ ໂຜດ​ເມດຕາ​ດ້ວຍ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ. ເພາະ​ຄວາມ​ເມດຕາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະອົງ ໂຜດ​ປັດ​ການບາບ​ຂອງ​ຂ້ານ້ອຍ​ຖິ້ມ​ດ້ວຍ

2 ໂຜດ​ຊຳລະ​ລ້າງ​ຄວາມຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ສິ້ນໄປ ແລະ​ໃຫ້​ສະອາດ​ໝົດ​ຈາກ​ການບາບ​ດ້ວຍ.

3 ຂ້ານ້ອຍ​ຍອມ​ຮັບຮູ້​ຄວາມຜິດ​ຂອງ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ສຳນຶກ​ເຖິງ​ການບາບ​ຂອງ​ຂ້ານ້ອຍ​ນັ້ນ.

4 ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.

5 ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.

6 ຄວາມຈິງ​ກັບ​ຄວາມສັດຊື່​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ ຂໍ​ໃຫ້​ແນວ​ຄິດ​ຈິດໃຈ​ຂອງ​ຂ້ານ້ອຍ​ເຕັມ​ດ້ວຍ​ພຣະ​ປັນຍາ​ເຖີດ.

7 ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.

8 ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້ຍິນ​ສຽງ​ອັນ​ຊົມຊື່ນ​ເບີກບານ​ໃຈ ຂໍ​ໃຫ້​ກະດູກ​ທີ່​ພຣະອົງ​ໄດ້​ຊົງ ເຮັດ​ໃຫ້​ໝຸ່ນ​ແຕກ​ສະຫລາຍ​ໄປ​ນັ້ນ​ຍິນດີ ຂ້ານ້ອຍ​ນັ້ນ​ກໍ​ຈະ​ມີ​ຄວາມສຸກ​ອີກ​ຄັ້ງ​ໜຶ່ງ.

9 ຂໍ​ຊົງ​ໂຜດ​ອັດ​ໜ້າ​ແລະ​ຢ່າ​ເບິ່ງ​ການບາບ​ຂອງ​ຂ້ານ້ອຍ ໂຜດ​ລຶບ​ການຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ​ເຖີດ.

10 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.

11 ຂໍ​ຢ່າ​ຂັບໄລ່​ໃຫ້​ໜີໄປ​ຈາກ​ບ່ອນ​ທີ່​ພຣະອົງ​ສະຖິດ ແລະ​ຢ່າ​ຖອນ​ພຣະວິນຍານ​ບໍຣິສຸດ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ.

12 ຂໍ​ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊົມຊື່ນ​ກັບ​ຄວາມພົ້ນ​ຂອງ​ພຣະອົງ ແລະ​ໂຜດ​ເຮັດ​ໃຫ້​ມີ​ໃຈ​ປະສົງ​ເຊື່ອຟັງ​ພຣະອົງ​ດ້ວຍ.

13 ແລ້ວ​ຂ້ານ້ອຍ​ກໍ​ຈະ​ສັ່ງສອນ​ຄົນ​ບາບ​ໃຫ້​ຮູ້ຈັກ ຂໍ້ຄຳສັ່ງ​ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ພຣະອົງ.

14 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.

15 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໄຂ​ສົບປາກ​ຂ້ານ້ອຍ​ແລະ​ຊ່ວຍ​ເວົ້າ​ແດ່ ເພື່ອ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.

16 ເພາະ​ພຣະອົງ​ບໍ່ໄດ້​ຍິນດີ​ໃນ​ເຄື່ອງ​ຖວາຍບູຊາ ແລະ​ເຄື່ອງ​ເຜົາບູຊາ​ທັງຫຼາຍ​ທີ່​ຂ້ານ້ອຍ​ຈະ​ຖວາຍ ພຣະອົງ​ກໍ​ບໍ່​ພໍໃຈ​ນຳ​ດ້ວຍ.

17 ຂ້າແດ່​ພຣະເຈົ້າ ເຄື່ອງບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ​ນັ້ນ ແມ່ນ​ຈິດວິນຍານ​ທີ່​ຖ່ອມຕົວ​ລົງ ພຣະເຈົ້າ​ບໍ່ໄດ້​ຊົງ​ລັງກຽດ​ຈິດໃຈ​ທີ່​ຖ່ອມຕົວ​ລົງ ແລະ​ການ​ກັບໃຈ​ໃໝ່​ແທ້​ຂອງ​ຂ້ານ້ອຍ.

18 ຂໍ​ຊົງ​ໂຜດ​ເມດຕາ​ແລະ​ຊ່ວຍເຫຼືອ​ຊີໂອນ​ດ້ວຍ ໂຜດ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ດ້ວຍ.

19 ແລ້ວ​ພຣະອົງ​ກໍ​ຈະ​ເພິ່ງພໍໃຈ​ໃນ​ເຄື່ອງບູຊາ​ທີ່​ເໝາະສົມ ແລະ​ເຄື່ອງ​ເຜົາບູຊາ​ທີ່​ພວກ​ຂ້ານ້ອຍ​ນຳ​ມາ​ນັ້ນ ງົວເຖິກ​ຫລາຍໂຕ​ຈະ​ຖືກ​ຂ້າ​ແລະ​ຖວາຍ ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan