Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 50 - ພຣະຄຳພີສັກສິ


ການ​ນະມັດສະການ​ອັນ​ແທ້ຈິງ

1 ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ກ່າວ​ຈາ ພຣະອົງ​ເອີ້ນ​ເອົາ​ຄົນ​ທົ່ວ​ທັງ​ໂລກາ​ຈາກ​ທິດ​ຕາເວັນອອກ ເຖິງ​ທິດ​ຕາເວັນຕົກ.

2 ພຣະເຈົ້າ​ສົ່ງ​ແສງແຈ້ງ​ມາ​ຈາກ​ພູເຂົາ​ຊີໂອນ ຄື​ພຣະ​ນະຄອນ​ທີ່​ມີ​ຄວາມ​ງົດງາມ​ອັນ​ຄົບຖ້ວນ​ແລະ​ສົມບູນແບບ.

3 ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ມາ​ຢ່າງ​ໂດ່ງດັງ ພຣະອົງ​ມີ​ໄຟ​ລຸກ​ຢູ່ ແລະ​ມີ​ລົມພະຍຸ​ອັນ​ຮ້າຍແຮງ​ພັດ​ອ້ອມ​ພຣະອົງ​ໄວ້.

4 ພຣະອົງ​ຊົງ​ຮຽກເອີ້ນ​ຟ້າ​ສະຫວັນ​ເບື້ອງ​ເທິງ​ແລະ​ແຜ່ນດິນ​ໂລກ​ມາ ໃຫ້​ເປັນ​ພະຍານ​ເພື່ອ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.

5 ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ທ້ອນໂຮມ​ເອົາ​ພວກ​ຄົນ​ສັດຊື່​ຕໍ່​ເຮົາ ແລະ​ນຳ​ພວກເຂົາ​ໃຫ້​ມາ​ຫາ​ເຮົາ​ພີ້ ຄື​ຜູ້​ທີ່​ໄດ້​ຕົກລົງ​ເຮັດ​ພັນທະສັນຍາ​ກັບ​ເຮົາ ໂດຍ​ການຖວາຍ​ເຄື່ອງ​ບູຊາ​ນັ້ນ.”

6 ຟ້າ​ສະຫວັນ​ປະກາດ​ວ່າ ພຣະເຈົ້າ​ຊົງ​ຊອບທຳ ແລະ​ຜູ້​ຕັດສິນ​ຄວາມ​ແມ່ນ​ພຣະອົງເອງ​ຄື​ພຣະເຈົ້າ.

7 “ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.

8 ເຮົາ​ບໍ່ໄດ້​ຕິຕຽນ​ພວກເຈົ້າ​ຍ້ອນ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ ຫຼື​ເຄື່ອງ​ເຜົາບູຊາ​ທີ່​ນຳ​ມາ​ໃຫ້​ເຮົາ​ເລື້ອຍໆ​ນັ້ນ.

9 ງົວເຖິກ​ໃນ​ຄອກ​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ຕ້ອງການ ຫລື​ແບ້​ໃນ​ຝູງສັດ ເຮົາ​ກໍ​ບໍ່​ຕ້ອງການ​ດ້ວຍ

10 ເພາະ​ສັດ​ທັງໝົດ​ນັ້ນ​ທີ່​ຢູ່​ໃນ​ປ່າດົງ​ພົງໄພ ຝູງງົວ​ເທິງ​ເນີນພູ​ພັນໜ່ວຍ​ກໍ​ເປັນ​ຂອງເຮົາ​ທັງນັ້ນ.

11 ຝູງນົກ​ຢູ່​ຕາມ​ປ່າ​ຕ່າງໆ​ກໍ​ເປັນ​ຂອງເຮົາ ທັງ​ທຸກໆສິ່ງ​ທີ່​ມີ​ຊີວິດ​ຢູ່​ຕາມ​ທົ່ງນາ​ດ້ວຍ.

12 ຖ້າ​ເຮົາ​ຫິວເຂົ້າ​ກໍ​ຈະ​ບໍ່​ຂໍ​ເຂົ້າ​ຈາກ​ເຈົ້າ​ກິນ ເພາະ​ໂລກ​ກັບ​ທຸກໆສິ່ງ​ກໍ​ເປັນ​ຂອງເຮົາ​ທັງສິ້ນ.

13 ເຮົາ​ກິນ​ຊີ້ນ​ຂອງ​ງົວເຖິກ​ຊັ້ນບໍ? ຫລື​ດື່ມ​ເລືອດ​ຂອງ​ແບ້ເຖິກ​ຫລືນີ້?

14 ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.

15 ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”

16 ແຕ່​ພຣະເຈົ້າ​ກ່າວ​ຕໍ່​ຄົນຊົ່ວຮ້າຍ​ທັງຫລາຍ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ທ່ອງຈຳ​ຂໍ້ຄຳສັ່ງ​ຂອງເຮົາ? ແລະ​ເປັນຫຍັງ​ເຈົ້າ​ຈຶ່ງ​ກ່າວ​ເຖິງ​ເລື່ອງ ພັນທະສັນຍາ​ຂອງເຮົາ​ນັ້ນ?

17 ເຈົ້າ​ປະຕິເສດ​ເຮົາ ກ່າວ​ຕຳໜິ​ຕິຕຽນ ແລະ​ບໍ່​ຍອມຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.

18 ເຈົ້າ​ເປັນ​ໝູ່​ກັບ​ຄົນ​ຂີ້ລັກ​ທຸກຄົນ​ທີ່​ພົບເຫັນ ແລະ​ຄົບຫາ​ສະມາຄົມ​ກັບ​ທຸກຄົນ​ທີ່​ຫລີ້ນຊູ້.

19 ເຈົ້າ​ພ້ອມ​ທີ່​ຈະ​ເວົ້າ​ແຕ່​ຄວາມ​ຊົ່ວຮ້າຍ​ຢູ່​ສະເໝີ ເຈົ້າ​ບໍ່ເຄີຍ​ຫ້າມ​ລີ້ນ​ຂອງ​ເຈົ້າ​ບໍ່​ໃຫ້​ກ່າວ​ຄຳຕົວະ.

20 ເຈົ້າ​ພ້ອມ​ທີ່​ຈະ​ຫາ​ເລື່ອງ​ໃສ່​ພີ່ນ້ອງ​ຂອງຕົນ ແລະ​ເລັ່ງ​ຊອກ​ຈັບ​ຜິດ​ເຂົາເຈົ້າ.

21 ເຈົ້າ​ໄດ້​ເຮັດ​ທຸກສິ່ງ​ນີ້ ແຕ່​ເຮົາ​ບໍ່ໄດ້​ເວົ້າຫຍັງ ສະນັ້ນ ເຈົ້າ​ຈຶ່ງ​ຄິດ​ວ່າ​ເຮົາ​ກໍ​ຄືກັນ​ກັບ​ເຈົ້າ ແຕ່​ບັດນີ້​ເຮົາ​ຂໍ​ກ່າວ​ຕຳໜິ​ຕິຕຽນ ແລະ​ເຮັດ​ໃຫ້​ເລື່ອງ​ຈະແຈ້ງ​ຕໍ່ໜ້າ​ເຈົ້າ.

22 ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.

23 ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan