Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 5 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ການ​ປົກປ້ອງ​ຄຸ້ມຄອງ

1 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຟັງ​ຖ້ອຍຄຳ​ຂອງ​ຂ້ານ້ອຍ ແລະ​ສຽງ​ຄໍ່າຄວນ​ຂອງ​ຂ້ານ້ອຍ​ດ້ວຍ.

2 ເຈົ້າຊີວິດ​ຂອງ​ຂ້ານ້ອຍ​ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.

3 ພຣະອົງ​ໄດ້ຍິນ​ສຽງ​ຄຳພາວັນນາ​ອະທິຖານ ຂອງ​ຂ້ານ້ອຍ​ໃນ​ຕອນເຊົ້າ ແລະ​ຄອງຄອຍ​ຖ້າ​ຮັບ​ຄຳຕອບ​ຈາກ​ພຣະອົງ.

4 ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ທີ່​ພໍໃຈ​ໃນ​ການ​ບາບຊົ່ວ ຄວາມ​ຊົ່ວຮ້າຍ​ທຸກ​ຊະນິດ​ຈະ​ບໍ່​ຢູ່​ກັບ​ພຣະອົງ.

5 ພຣະອົງ​ບໍ່​ອົດທົນ​ຕໍ່​ຄົນ​ອວດອົ່ງ​ຈອງຫອງ ຜູ້​ທີ່​ຊົ່ວຮ້າຍ​ທຸກຄົນ ພຣະອົງ​ກຽດຊັງ​ທັງນັ້ນ.

6 ພຣະອົງ​ທຳລາຍ​ຄົນ​ຂີ້ຕົວະ​ທຸກຄົນ ແລະ​ພຣະເຈົ້າຢາເວ​ກຽດຊັງ​ຄົນຊົ່ວຮ້າຍ​ແລະ​ຄົນ​ຫລອກລວງ​ດ້ວຍ.

7 ແຕ່​ເພາະ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ຂ້ານ້ອຍ​ຈຶ່ງ​ສາມາດ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະອົງ​ໄດ້ ຂ້ານ້ອຍ​ນະມັດສະການ​ໃນ​ທີ່​ສັກສິດ​ຂອງ​ພຣະອົງ ແລະ​ກົ້ມຂາບ​ພຣະອົງ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ.

8 ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງສັດຊື່​ເອີຍ ຂ້ານ້ອຍ​ນີ້​ມີ​ສັດຕູ​ຫລາຍ​ຄົນ​ແທ້ໆ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ດຳເນີນ​ຕາມ​ທາງ​ຂອງ​ພຣະອົງ​ໃຫ້​ງ່າຍ​ຂຶ້ນ ເພື່ອ​ຂ້ານ້ອຍ​ຈະ​ກ້າວເດີນ​ໄປ​ໄດ້.

9 ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.

10 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຕັດສິນ​ລົງໂທດ​ພວກເຂົາ​ເຖີດ ຂໍ​ໃຫ້​ອຸບາຍ​ຂອງ​ພວກເຂົາ​ທຳລາຍ​ພວກເຂົາ​ເອງ​ເຖີດ. ຍ້ອນ​ການບາບ​ແລະ​ການ​ກະບົດ​ຂອງ​ພວກເຂົາ​ນັ້ນ ໂຜດ​ຂັບໄລ່​ພວກເຂົາ​ໃຫ້​ຫ່າງ​ຈາກ​ສາຍຕາ​ພຣະອົງ​ດ້ວຍ.

11 ແຕ່​ທຸກຄົນ​ທີ່​ລີ້ໄພ​ໃນ​ພຣະອົງ​ຈະ​ເບີກບານ​ໃຈ ພວກເຂົາ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໄດ້​ຕະຫລອດ. ຂໍ​ຊົງ​ໂຜດ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ໄວ້​ແດ່ ເພາະ​ພຣະອົງ​ແທ້ໆ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ.

12 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ອວຍພອນ​ຜູ້​ທີ່​ຊອບທຳ ຄວາມ​ເມດຕາ​ກະລຸນາ​ຂອງ​ພຣະອົງ​ເປັນ​ດັ່ງ​ໂລ້​ປ້ອງກັນ​ພວກເຂົາ​ໄວ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan