Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 49 - ພຣະຄຳພີສັກສິ


ຄວາມ​ໂງ່ຈ້າ​ຂອງ​ຜູ້​ທີ່​ໄວ້ໃຈ​ໃນ​ຄວາມຮັ່ງມີ​ຂອງຕົນ

1 ຈົ່ງ​ຟັງ​ເຖີດ ປະຊາຊົນ​ທຸກ​ຖ້ວນ​ໜ້າ​ເອີຍ ຄົນ​ທົ່ວ​ທັງໂລກ​ເອີຍ ຈົ່ງ​ຮັບ​ຟັງ​ເລື່ອງນີ້

2 ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ​ກໍ​ເໝືອນກັນ ທັງ​ຄົນ​ຮັ່ງມີ​ແລະ​ຄົນ​ຍາກຈົນ​ດ້ວຍ.

3 ແນວຄິດ​ຂອງ​ຂ້ານ້ອຍ​ນັ້ນ​ຈະ​ປອດໂປ່ງ​ດີ ຂ້ານ້ອຍ​ມີ​ຖ້ອຍຄຳ​ແຫ່ງ​ປັນຍາ​ທີ່​ຈະ​ກ່າວ.

4 ຂ້ານ້ອຍ​ຈະ​ໃຫ້​ຄວາມ​ສົນໃຈ​ແກ່​ຄຳ​ສຸພາສິດ ແລະ​ອະທິບາຍ​ຄວາມໝາຍ​ທັງ​ດີດ​ກິດຕາ ພ້ອມ.

5 ຂ້ານ້ອຍ​ບໍ່​ຢ້ານ​ໃນ​ຄາວ​ອັນຕະລາຍ ເມື່ອ​ຖືກ​ສັດຕູ​ອ້ອມລ້ອມ​ຂ້ານ້ອຍ​ໄວ້

6 ເມື່ອ​ຖືກ​ຄົນຊົ່ວຮ້າຍ​ຜູ້​ທີ່​ວາງໃຈ​ໃນ​ຄວາມຮັ່ງມີ ອວດດີ​ໃນ​ຊັບສິນ​ອັນ​ໃຫຍ່ໂຕ​ຂອງ​ເຂົາເຈົ້າ.

7 ຄົນ​ຜູ້ໜຶ່ງ​ໄຖ່​ເອົາ​ຊີວິດ​ຂອງ​ຕົນເອງ​ບໍ່ໄດ້​ເລີຍ ຈ່າຍ​ຄ່າ​ຊີວິດ​ໃຫ້​ພຣະເຈົ້າ​ບໍ່ໄດ້​ຈັກເທື່ອ

8 ເພາະ​ຊີວິດ​ມະນຸດ​ນັ້ນ​ມີຄ່າ​ສູງ​ຫລາຍ ສິ່ງ​ທີ່​ລາວ​ມີ​ກໍ​ໄຖ່​ເອົາ​ຊີວິດ​ບໍ່​ພໍ​ຈັກເທື່ອ

9 ເພື່ອ​ຮັກສາ​ລາວ​ໃຫ້​ພົ້ນ​ຈາກ​ຂຸມຝັງສົບ ແລະ​ໃຫ້​ມີ​ຊີວິດ​ຢູ່​ສືບໄປ​ເປັນນິດ.

10 ໃຜໆ​ກໍ​ເຫັນ​ໄດ້​ວ່າ​ມະນຸດ​ທຸກຄົນ​ຕ້ອງຕາຍ ທັງ​ຄົນໂງ່ຈ້າ​ເບົາປັນຍາ​ແລະ​ນັກປາດ​ດ້ວຍ. ພວກເຂົາ​ໄດ້​ປະ​ຄວາມ​ຄູນຮັ່ງຄູນມີ​ໄວ້​ໃຫ້​ຜູ້ໃດ ກໍ​ໃຫ້​ລູກຫລານ​ຂອງ​ເຂົາເຈົ້າ.

11 ຂຸມຝັງສົບ ເປັນ​ບ້ານ​ເຮືອນ​ຂອງ​ເຂົາ​ຕະຫຼອດໄປ ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຂົາ​ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ກໍຕາມ.

12 ຄວາມ​ຍິ່ງໃຫຍ່​ຂອງ​ມະນຸດ​ນັ້ນ​ບໍ່​ອາດ​ຊ່ວຍ​ຕົນ​ໃຫ້​ພົ້ນຕາຍ ລາວ​ຈະ​ຕ້ອງ​ຕາຍໄປ​ດັ່ງ​ໂຕ​ສັດ​ຕ່າງໆ.

13 ເບິ່ງດູ ມີ​ຫຍັງ​ເກີດຂຶ້ນ​ນຳ​ຜູ້​ທີ່​ວາງໃຈ​ໃນ​ຕົນເອງ ຄື​ຊາຕາກຳ​ຂອງ​ຜູ້​ທີ່ ພໍໃຈ​ໃນ​ຄວາມຮັ່ງມີ​ນັ້ນ.

14 ພວກເຂົາ​ຖືກ​ກຳນົດ​ໃຫ້​ຕາຍ​ດັ່ງ​ໂຕ​ແກະ ແລະ​ຄວາມຕາຍ​ກໍ​ຈະ​ເປັນ​ຜູ້ລ້ຽງ​ເຂົາເຈົ້າ. ຄົນ​ຊອບທຳ​ຈະ​ມີໄຊ​ຂະນະທີ່​ຮ່າງກາຍ​ເປື່ອຍເໜົ່າ ໃນ​ແດນ​ມໍຣະນາ​ທີ່​ໄກ​ຈາກ​ເຮືອນ​ເຂົາເຈົ້າ.

15 ແຕ່​ພຣະເຈົ້າ​ຈະ​ກອບກູ້​ເອົາ​ຂ້ານ້ອຍ​ແລະ​ຈະ​ຊ່ວຍຊູ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ຣິດອຳນາດ​ຂອງ​ຄວາມຕາຍ​ໄດ້.

16 ຢ່າ​ສູ່​ເຄືອງໃຈ ເມື່ອ​ເຫັນ​ຄົນ​ໜຶ່ງ​ຮັ່ງມີ ແມ່ນແຕ່​ເມື່ອ​ເຫັນ​ຊັບສິນ​ຂອງ​ລາວ​ທະວີ​ຂຶ້ນ

17 ລາວ​ເອົາ​ຊັບສິນ​ໄປ​ນຳ​ບໍ່ໄດ້​ເມື່ອ​ຕາຍໄປ ມັນ​ຈະ​ບໍ່​ໄປ​ກັບ​ລາວ​ໃນ​ຂຸມຝັງສົບ​ດອກ.

18 ຖ້າ​ແມ່ນ​ວ່າ ຊາຍ​ຄົນ​ໜຶ່ງ​ພໍໃຈ​ໃນ​ຊີວິດ​ຂອງຕົນ ແລະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ຊົມເຊີຍ​ເພາະ​ຜົນ​ສຳເລັດ​ຂອງ​ລາວ​ນັ້ນ

19 ລາວ​ກໍ​ຈະ​ໄປ​ຢູ່​ຮ່ວມ​ກັບ​ປູ່ຍ່າຕາຍາຍ​ທີ່​ຕາຍໄປ ສູ່​ບ່ອນ​ມືດມິດ​ອັນ​ຕະຫລອດ​ສືບໆໄປ​ພຸ້ນ.

20 ຄວາມ​ຍິ່ງໃຫຍ່​ນັ້ນ​ບໍ່​ອາດ​ຊ່ວຍ​ຕົນ​ໃຫ້​ພົ້ນ​ຕາຍ ລາວ​ຍັງ​ຈະ​ຕ້ອງ​ຕາຍໄປ​ດັ່ງ​ໂຕ​ສັດ​ທັງຫຼາຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan