ເພງ^ສັນລະເສີນ 48 - ພຣະຄຳພີສັກສິພູເຂົາຊີໂອນນະຄອນຂອງພຣະເຈົ້າ 1 ພຣະເຈົ້າຢາເວຍິ່ງໃຫຍ່ ແລະເປັນທີ່ສັນລະເສີນຢ່າງສູງສຸດ ໃນນະຄອນທີ່ເທິງເນີນພູສັກສິດນັ້ນ. 2 ຊີໂອນພູຂອງພຣະເຈົ້າສູງສົ່ງແລະງາມຫລາຍ ນະຄອນຂອງກະສັດຜູ້ຍິ່ງໃຫຍ່ທີ່ນຳເອົາຄວາມຊົມຊື່ນຍິນດີມາສູ່ທົ່ວທັງແຜ່ນດິນໂລກ. 3 ພຣະເຈົ້າຊີ້ໃຫ້ເຫັນວ່າພຣະອົງໃຫ້ມີຄວາມປອດໄພ ກັບພຣະອົງທີ່ປ້ອມປ້ອງກັນໃນນະຄອນນັ້ນ. 4 ບັນດາກະສັດຕ່າງກໍໄດ້ມາເຕົ້າໂຮມກັນ ຮ່ວມໃຈກັນໂຈມຕີພູເຂົາຊີໂອນແຫ່ງນີ້. 5 ແຕ່ເມື່ອເຫັນພູນີ້ແລ້ວຕ່າງກໍງຶດງໍ້ປະຫລາດໃຈ ຈຶ່ງຢ້ານກົວແລະແລ່ນປົບໜີໄປໝົດສິ້ນ. 6 ໃນທີ່ນັ້ນ ພວກເຂົາຕ່າງກໍຢ້ານໃຫຍ່ທັງເຈັບປວດໜັກ ດັ່ງຍິງຄົນໜຶ່ງທີ່ກຳລັງຈະເກີດລູກ 7 ເໝືອນດັ່ງກຳປັ່ນທີ່ຖືກຊັດໄປມາຂຶ້ນລົງເທິງນໍ້າທະເລ ໃນທ່າມກາງກະແສຟອງລົມພະຍຸອັນໂຫດຮ້າຍ. 8 ພວກເຮົາໄດ້ຍິນເຖິງສິ່ງທີ່ພຣະອົງກະທຳການ ແລະບັດນີ້ ພວກເຮົາກໍໄດ້ເຫັນສິ່ງເຫຼົ່ານັ້ນ ຢູ່ໃນນະຄອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ແລ້ວ ຄືພຣະເຈົ້າຂອງພວກເຮົາໄດ້ກະທຳການ ແລະພຣະເຈົ້າຈະຮັກສາເມືອງນີ້ໃຫ້ປອດໄພຕະຫລອດໄປເປັນນິດ. 9 ຂ້າແດ່ພຣະເຈົ້າ ຢູ່ຂ້າງໃນພຣະວິຫານນັ້ນ ພວກຂ້ານ້ອຍຄິດເຖິງແຕ່ຄວາມຮັກອັນໝັ້ນຄົງຂອງພຣະອົງ. 10 ພຣະນາມຂອງພຣະອົງດັງໄປສຸດປາຍແຜ່ນດິນໂລກ ຍ້ອນຄົນທຸກໆບ່ອນຍ້ອງຍໍສັນລະເສີນພຣະເຈົ້າ ພຣະອົງປົກຄອງດ້ວຍຄວາມຍຸດຕິທຳຍິ່ງ 11 ຂໍໃຫ້ປະຊາຊົນຊາວຊີໂອນຈົ່ງຊົມຊື່ນຍິນດີ ເພາະພຣະອົງຕັດສິນຢ່າງຖືກຕ້ອງ ຂໍໃຫ້ເມືອງຕ່າງໆຂອງຊາວຢູດາ ຈົ່ງຊົມຊື່ນຍິນດີເຖີດ. 12 ປະຊາຊົນຂອງພຣະເຈົ້າ ຈົ່ງຍ່າງອ້ອມພູເຂົາຊີໂອນ ແລະພວກເຈົ້າຈົ່ງນັບຫໍຄອຍທັງຫລາຍເບິ່ງ 13 ຈົ່ງສັງເກດເບິ່ງກຳແພງເມືອງແລະກວດກາເບິ່ງປ້ອມປ້ອງກັນເມືອງ ເພື່ອພວກເຈົ້າຈະບອກຄົນລຸ້ນຫລັງຕໍ່ໆໄປໄດ້ວ່າ, 14 “ພຣະເຈົ້າອົງນີ້ເປັນພຣະເຈົ້າຂອງພວກເຮົາສືບໄປ ພຣະອົງຈະນຳພາພວກເຮົາຕະຫລອດໄປເປັນນິດ.” |
@ 2012 United Bible Societies. All Rights Reserved.