ເພງ^ສັນລະເສີນ 47 - ພຣະຄຳພີສັກສິຜູ້ປົກຄອງທີ່ມີອຳນາດສູງສຸດ 1 ຈົ່ງຕົບມືຢ່າງຊົມຊື່ນຍິນດີເຖີດ ຄົນທຸກຊາດພາສາເອີຍ ຈົ່ງຮ້ອງສຽງດັງໆຖວາຍບົດເພງຍ້ອງຍໍສັນລະເສີນພຣະເຈົ້າ 2 ພຣະເຈົ້າຢາເວອົງສູງສຸດເປັນທີ່ຢ້ານຢຳຫລາຍ ເປັນກະສັດອົງຍິ່ງໃຫຍ່ທີ່ປົກຄອງທົ່ວທັງໂລກ. 3 ພຣະອົງໃຫ້ພວກເຮົາມີໄຊຊະນະເໜືອຄົນທັງຫລາຍ ແລະໃຫ້ປົກຄອງເໜືອບັນດາປະຊາຊາດ. 4 ພຣະອົງໄດ້ເລືອກດິນແດນໃຫ້ພວກເຮົາອາໄສຢູ່ ຄືໃຫ້ເປັນກຳມະສິດອັນພາກພູມໃຈຂອງປະຊາຊົນຜູ້ທີ່ພຣະອົງຊົງຮັກ. 5 ພຣະເຈົ້າຂຶ້ນສູ່ບັນລັງທ່າມກາງສຽງໂຮຮ້ອງຍິນດີ ສຽງແກດັງກ້ອງສະໜັ່ນຂະນະທີ່ພຣະເຈົ້າຢາເວຂຶ້ນໄປນັ້ນ. 6 ຈົ່ງຮ້ອງເພງຖວາຍຍ້ອງຍໍສັນລະເສີນແດ່ພຣະເຈົ້າ ຈົ່ງຖວາຍເພງຍ້ອງຍໍສັນລະເສີນແດ່ອົງກະສັດຂອງພວກເຮົາເຖີດ 7 ພຣະເຈົ້າເປັນເຈົ້າກະສັດທົ່ວທັງແຜ່ນດິນໂລກ ຈົ່ງຍ້ອງຍໍສັນລະເສີນພຣະອົງດ້ວຍບົດເພງເຖີດ. 8 ພຣະເຈົ້ານັ່ງເທິງພຣະບັນລັງອັນສັກສິດ ພຣະເຈົ້າເປັນກະສັດເໜືອທຸກຊົນຊາດ. 9 ພວກຜູ້ປົກຄອງບັນດາຊົນຊາດມາເຕົ້າໂຮມກັນ ຮ່ວມກັບປະຊາຊົນ ຂອງພຣະເຈົ້າຂອງອັບຣາຮາມ. ພຣະອົງຊົງຣິດອຳນາດເໜືອກອງທັບທັງປວງ ພຣະອົງປົກຄອງຢູ່ເໜືອສັບພະທຸກສິ່ງ. |
@ 2012 United Bible Societies. All Rights Reserved.