ເພງ^ສັນລະເສີນ 46 - ພຣະຄຳພີສັກສິພຣະເຈົ້າຢູ່ກັບເຮົາທັງຫລາຍ 1 ພຣະເຈົ້າເປັນທີ່ກຳບັງແລະກຳລັງຂອງພວກຂ້ານ້ອຍ ພຣະອົງພ້ອມຊ່ວຍເຫຼືອໃນຄາວພວກຂ້ານ້ອຍຍາກລຳບາກ. 2 ສະນັ້ນ ພວກຂ້ານ້ອຍຈຶ່ງບໍ່ຢ້ານແມ່ນວ່າໂລກນີ້ສະທ້ານຫວັ່ນໄຫວ ໜ່ວຍພູຖະຫລົ່ມໃສ່ມະຫາສະໝຸດອັນເລິກກໍຕາມ 3 ເຖິງແມ່ນວ່ານໍ້າທະເລສົ່ງສຽງບ້າຄັ່ງດັງຮ້າຍແຮງ ຈົນເນີນພູສັ່ນສະເທືອນຍ້ອນຄວາມຮຸນແຮງນັ້ນ. 4 ມີແມ່ນໍ້າສາຍໜຶ່ງທີ່ນຳເອົາຄວາມຊົມຊື່ນຍິນດີມາ ສູ່ນະຄອນທີ່ສັກສິດແຫ່ງອົງສູງສຸດນັ້ນ. 5 ພຣະເຈົ້າຢູ່ໃນນະຄອນນັ້ນ ແລະນະຄອນນັ້ນຈະບໍ່ຖືກທຳລາຍເລີຍ ພຣະເຈົ້າຈະມາຊ່ວຍເມືອງນີ້ໄວ້ໃນຕອນເຊົ້າມືດ. 6 ບັນດາຊົນຊາດຕ່າງກໍຫວາດຫວັ່ນຕົກໃຈກົວ ແລະອານາຈັກທັງຫລາຍກໍສັ່ນສະເທືອນ ເມື່ອພຣະອົງສົ່ງສຽງຟ້າຮ້ອງດັງກ້ອງກັງວານ ແຜ່ນດິນໂລກເຮົາກໍຖະຫລົ່ມໄປໝົດສິ້ນ. 7 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຢູ່ກັບພວກຂ້ານ້ອຍ ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກຂ້ານ້ອຍ. 8 ຈົ່ງມາເບິ່ງສິ່ງທີ່ພຣະເຈົ້າຢາເວໄດ້ກະທຳການ ສິ່ງອັດສະຈັນທີ່ພຣະອົງໄດ້ກະທຳເທິງໂລກນີ້. 9 ພຣະອົງເຮັດໃຫ້ເສິກສົງຄາມໃນທົ່ວໂລກຢຸດຕິລົງ ຫັກຄັນທະນູທຳລາຍຫອກແລະຈູດໂລ້. 10 ພຣະອົງຊົງກ່າວວ່າ, “ຈົ່ງງຽບສະຫງົບຢູ່ ແລະຈົ່ງຮູ້ເຖີດວ່າເຮົາຄືພຣະເຈົ້າ ເຮົາເປັນທີ່ຍົກຍໍໃນທ່າມກາງບັນດາປະຊາຊາດ ເຮົາເປັນທີ່ຍົກຍໍເທິງແຜ່ນດິນໂລກ.” 11 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຢູ່ກັບພວກຂ້ານ້ອຍ ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກຂ້ານ້ອຍ. |
@ 2012 United Bible Societies. All Rights Reserved.