ເພງ^ສັນລະເສີນ 45 - ພຣະຄຳພີສັກສິບົດເພງສຳລັບກະສັດແຕ່ງງານ 1 ຂະນະທີ່ປະພັນເພງນີ້ສຳລັບກະສັດ ຄຳເວົ້າອັນມ່ວນຫູກໍລົ້ນຢູ່ໃນຈິດໃຈດ້ວຍ. ລີ້ນຂ້ານ້ອຍພ້ອມທີ່ຈະກ່າວເປັນຄຳກາບກອນ ດັ່ງປາກກາຂຽນຂອງນັກປະພັນຜູ້ດີເລີດ. 2 ທ່ານເປັນຜູ້ງາມເລີດຮູບຮ່າງໄດ້ສັດສ່ວນດີ ໃນທ່າມກາງຜູ້ຊາຍທັງຫລາຍນັ້ນ ທ່ານເປັນນັກເວົ້າທີ່ມີໂວຫານດີ ເພາະພຣະເຈົ້າໄດ້ອວຍພອນທ່ານມາຕະຫລອດ. 3 ຈົ່ງຂັດດາບເຖີດ ກະສັດຜູ້ເກັ່ງກ້າເອີຍ ທ່ານຜູ້ມີຊື່ລືນາມແລະສະຫງ່າຜ່າເຜີຍດ້ວຍ. 4 ໃນຄວາມຜ່າເຜີຍນັ້ນ ທ່ານຈົ່ງຂີ່ມ້າອອກໄປ ຈົ່ງມຸ່ງໜ້າສູ່ຄວາມມີໄຊ ເພື່ອປ້ອງກັນໄວ້ ຊຶ່ງຄວາມຈິງແລະຄວາມຍຸດຕິທຳ ກຳລັງທີ່ທ່ານມີຢູ່ຈະໃຫ້ທ່ານມີໄຊຍິ່ງໃຫຍ່ 5 ລູກທະນູແຫລມຄົມຂອງທ່ານທະລຸທີ່ຫົວໃຈສັດຕູ ບັນດາຊົນຊາດຕ່າງກໍລົ້ມລົງຢູ່ໃຕ້ຕີນທ່ານ. 6 ອານາຈັກທີ່ພຣະເຈົ້າມອບໃຫ້ທ່ານ ຈະຄົງຢູ່ສືບໄປ ທ່ານຈະປົກຄອງດ້ວຍຄວາມຍຸດຕິທຳອັນຍິ່ງໃຫຍ່. 7 ທ່ານຮັກສິ່ງທີ່ຖືກຕ້ອງແລະກຽດຊັງສິ່ງທີ່ຊົ່ວຮ້າຍ. ສະນັ້ນພຣະເຈົ້າ ພຣະເຈົ້າຂອງທ່ານຈຶ່ງຫົດສົງທ່ານໄວ້ ໂດຍເທພຣະພອນໃຫ້ທ່ານໄດ້ຮັບຄວາມສຸກ ຫລາຍກວ່າຄົນອື່ນໃດທົ່ວໃຕ້ຟ້າໂລກມະນຸດ. 8 ກິ່ນຢາງໄມ້ຫອມແລະກິ່ນອາໂລກໍຕິດເຄື່ອງນຸ່ງຖື ນັກດົນຕຼີກໍຂັບກ່ອມໃນວັງຕົບແຕ່ງດ້ວຍງາຊ້າງ. 9 ໃນທ່າມກາງບັນດາສະຕຼີຜູ້ທີ່ປະຈຳຢູ່ໃນວັງ ກໍມີບັນດາລູກສາວຂອງກະສັດຢູ່ນຳດ້ວຍ ທີ່ຂ້າງຂວາບັນລັງນັ້ນກໍມີຣາຊີນີຢືນຢູ່ ຜູ້ທີ່ຕົບແຕ່ງດ້ວຍເຄື່ອງເອ້ເປັນຄຳແຫ່ງໂອເຟຍ. 10 ຈົ່ງຟັງຂ້ອຍເຖີດ ເຈົ້າສາວຂອງກະສັດເອີຍ ຈົ່ງລືມໄລປະຊາຊົນ ແລະພີ່ນ້ອງຂອງເຈົ້າສາເຖີດ. 11 ຄວາມງາມຂອງເຈົ້າຈະເຮັດໃຫ້ກະສັດປາຖະໜາ ຈົ່ງເຊື່ອຟັງເພິ່ນເພາະເພິ່ນເປັນນາຍຂອງເຈົ້າ. 12 ຊາວເມືອງຕີເຣຈະຫາຂອງຂວັນແລະນຳມາ ຄົນຮັ່ງມີກໍຊອກຫາທາງທີ່ຈະເອົາໃຈເຈົ້າ. 13 ຊ່າງງາມແທ້ ຮູບຮ່າງເຈົ້າຍິງທີ່ຢູ່ໃນວັງ ເສື້ອຄຸມຂອງນາງກໍຕົບແຕ່ງດ້ວຍເສັ້ນດ້າຍຄຳ. 14 ນາງໄດ້ຖືກນຳໄປຫາກະສັດ ໃນຊຸດຫຍິບແສ່ວເປັນເສື້ອຄຸມຫລາຍສີ ແລະຕິດຕາມໄປດ້ວຍພວກເພື່ອນເຈົ້າສາວ ແລະພວກນາງກໍຖືກນຳເຂົ້າໄປເຝົ້າກະສັດເໝືອນກັນ. 15 ພວກເຂົາຈຶ່ງມາຮອດແລະເຂົ້າໄປໃນວັງຂອງກະສັດ ຢ່າງຊົມຊື່ນຍິນດີແລະສຸກໃຈຍິ່ງໃຫຍ່. 16 ກະສັດຂອງຂ້ານ້ອຍເອີຍ ທ່ານຈະມີລູກຊາຍຫລາຍຄົນ ເພື່ອຂຶ້ນເປັນກະສັດສືບປົກຄອງແທນທ່ານ. ບັນພະບຸລຸດຂອງທ່ານ ແລະທ່ານເອງຈະເຮັດໃຫ້ພວກເຂົາໄດ້ເປັນຜູ້ປົກຄອງ ເໜືອທົ່ວທັງໂລກນີ້. 17 ບົດເພງນີ້ຈະເຮັດໃຫ້ຊື່ສຽງທ່ານຍືນຍົງຕໍ່ໄປ ທຸກຄົນຈະຍົກຍໍຊົມເຊີຍທ່ານເທົ່າກາລະນານພຸ້ນ. |
@ 2012 United Bible Societies. All Rights Reserved.