ເພງ^ສັນລະເສີນ 44 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍການຄຸ້ມຄອງ 1 ຂ້າແດ່ພຣະເຈົ້າ ພວກຂ້ານ້ອຍໄດ້ຍິນຄຳເວົ້າດ້ວຍຫູຂອງຕົນເອງ ປູ່ຍ່າຕາຍາຍຂອງພວກຂ້ານ້ອຍກໍໄດ້ບອກເຖິງເລື່ອງນີ້ ຄືໃນຄາວຂອງພວກເພິ່ນນັ້ນພຣະອົງໄດ້ເຮັດສິ່ງຍິ່ງໃຫຍ່ຫລາຍ ເປັນເຫດການທີ່ຜ່ານມາແຕ່ດົນນານແລ້ວ: 2 ພຣະອົງໄດ້ຂັບໄລ່ຊົນຊາດທີ່ບໍ່ນັບຖືພຣະອົງອອກໄປ ແລະໃຫ້ປະຊາຊົນຂອງພຣະອົງຢູ່ດິນແດນນັ້ນ ພຣະອົງໄດ້ລົງໂທດຊົນຊາດອື່ນໆ ເຮັດໃຫ້ຄົນຊາດຂອງພຣະອົງຮັ່ງມີຂຶ້ນ. 3 ບໍ່ແມ່ນດ້ວຍດາບທີ່ຄົນຂອງພຣະອົງຕີໄດ້ດິນແດນ ບໍ່ແມ່ນດ້ວຍກຳລັງຂອງພວກເພິ່ນທີ່ໄດ້ຕີຊະນະ ແຕ່ແມ່ນຍ້ອນຣິດອຳນາດແລະກຳລັງຂອງພຣະອົງ ຍ້ອນໝັ້ນໃຈວ່າພຣະອົງຊົງສະຖິດຢູ່ນຳເພາະພຣະອົງຮັກພວກເພິ່ນ. 4 ພຣະອົງເປັນກະສັດຂອງຂ້ານ້ອຍ ແລະເປັນພຣະເຈົ້າຂອງຂ້ານ້ອຍ ຈຶ່ງໃຫ້ ຄວາມມີໄຊແກ່ປະຊາຊົນຂອງພຣະອົງດ້ວຍ 5-6 ເຫຼົ່າສັດຕູໄດ້ພ່າຍແພ້ດ້ວຍອຳນາດຂອງພຣະອົງ ຂ້ານ້ອຍບໍ່ໄດ້ໄວ້ວາງໃຈໃນໜ້າທະນູຫລືດາບ 7 ແຕ່ພຣະອົງໄດ້ຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກເຫຼົ່າສັດຕູ ແລະໃຫ້ຜູ້ທີ່ກຽດຊັງພວກຂ້ານ້ອຍ ໄດ້ພ່າຍແພ້. 8 ພວກຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະເຈົ້າຢູ່ສະເໝີ ແລະຈະໂມທະນາຂອບພຣະຄຸນພຣະອົງຕະຫລອດໄປເປັນນິດ. 9 ແຕ່ບັດນີ້ ພຣະອົງປະປ່ອຍພວກຂ້ານ້ອຍ ແລະໃຫ້ພວກຂ້ານ້ອຍພ່າຍແພ້ ພຣະອົງບໍ່ໄດ້ຍ່າງອອກໜ້າສູ້ຮົບຕໍ່ໄປ ຮ່ວມກັບກອງທັບຂອງພວກຂ້ານ້ອຍອີກ. 10 ພຣະອົງປ່ອຍໃຫ້ສັດຕູແລ່ນໄລ່ພວກຂ້ານ້ອຍ ແລະສິ່ງຂອງທີ່ມີຢູ່ກໍຖືກພວກເຂົາຢຶດເອົາໄປໝົດສິ້ນ. 11 ພຣະອົງໄດ້ປ່ອຍໃຫ້ຖືກຂ້າເປັນໝູ່ດັ່ງຝູງແກະ ແລະໃຫ້ແຕກກະຈັດກະຈາຍໄປຢູ່ຫລາຍປະເທດ. 12 ພຣະອົງໄດ້ຂາຍປະຊາຊົນຂອງພຣະອົງໃນລາຄາຖືກໆ ເໝືອນກັບວ່າພວກເຂົາມີຄ່າ ພຽງແຕ່ເລັກນ້ອຍ. 13 ເມື່ອຊາດໃກ້ຄຽງໄດ້ເຫັນສິ່ງທີ່ພຣະອົງໄດ້ເຮັດຕໍ່ພວກຂ້ານ້ອຍ ກໍເຍາະເຍີ້ຍຫົວຂວັນໃສ່ພວກຂ້ານ້ອຍ. 14 ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍຖືກຢຽບຫຍາມ ຊົນຊາດທັງຫລາຍຈຶ່ງແກວ່ງຫົວຢ່າງດູໝິ່ນ. 15 ສະນັ້ນ ຂ້ານ້ອຍຈຶ່ງຖືກໝິ່ນປະໝາດຢູ່ເລື້ອຍມາ ຈຶ່ງເຕັມໄປແຕ່ຄວາມອັບອາຍຂາຍໜ້າ 16 ກໍຍ້ອນໄດ້ຍິນຄຳເຍາະເຍີ້ຍ ຄຳດູຖູກນິນທາ ຈາກສັດຕູແລະຄົນທີ່ກຽດຊັງຂ້ານ້ອຍນັ້ນ. 17 ທຸກສິ່ງໄດ້ເກີດຂຶ້ນກັບພວກຂ້ານ້ອຍ ເຖິງວ່າພວກຂ້ານ້ອຍຍັງບໍ່ໄດ້ລືມໄລພຣະເຈົ້າ ຫລືຍັງບໍ່ໄດ້ລະເມີດພັນທະສັນຍາໃດໆ ທີ່ພຣະອົງໄດ້ມີໄວ້ກັບພວກຂ້ານ້ອຍນັ້ນ. 18 ພວກຂ້ານ້ອຍບໍ່ໄດ້ຄິດຄົດທໍລະຍົດຕໍ່ພຣະອົງ ແລະບໍ່ໄດ້ໜີຈາກທາງທີ່ພຣະອົງໄດ້ຂີດໄວ້. 19 ແຕ່ພຣະອົງໄດ້ປະປ່ອຍພວກຂ້ານ້ອຍໄວ້ທ່າມກາງສັດປ່າທັງຫລາຍ ປັດສະຈາກການຊ່ວຍຊູ ພຣະອົງໄດ້ປະປ່ອຍພວກຂ້ານ້ອຍໄວ້ໃນບ່ອນມືດໜາ. 20 ຖ້າພວກຂ້ານ້ອຍໄດ້ລືມພຣະນາມຂອງພຣະເຈົ້າຂອງພວກຂ້ານ້ອຍ ແລະໄດ້ພາວັນນາອະທິຖານຫາພະຂອງຄົນຕ່າງຊາດ 21 ພຣະອົງກໍຕ້ອງຄົ້ນພົບເລື່ອງນີ້ຢ່າງແນ່ນອນ ເພາະຄວາມຄິດອັນເລິກລັບ ພຣະອົງກໍຊົງຮູ້. 22 ແຕ່ເພາະເຫັນແກ່ພຣະອົງພວກຂ້ານ້ອຍຈຶ່ງຖືກຂ້າຕະຫລອດມາ ພວກເຂົາເຮັດຕໍ່ພວກຂ້ານ້ອຍຄືແກະທີ່ຖືກນຳໄປຂ້າ. 23 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈົ່ງຕື່ນຂຶ້ນມາເຖີດ ດ້ວຍເຫດໃດພຣະອົງຈຶ່ງຫລັບຢູ່? ໂຜດມາຊ່ວຍກູ້ເອົາພວກຂ້ານ້ອຍດ້ວຍ ຂໍພຣະອົງຊົງລຸກຂຶ້ນ ຢ່າປະຖິ້ມພວກຂ້ານ້ອຍຕະຫຼອດໄປ 24 ເຫດໃດພຣະອົງຈຶ່ງລີ້ໜ້າຈາກພວກຂ້ານ້ອຍນໍ? ຂໍຢ່າລືມໄລພວກທີ່ຖືກທົນທຸກແລະລຳບາກ. 25 ພວກຂ້ານ້ອຍຖືກຢຽບລົງຈຳພື້ນດິນ ນອນຢຽດຢູ່ຂີ້ຝຸ່ນດິນຢ່າງພ່າຍແພ້. 26 ໂຜດເຂົ້າມາຊ່ວຍຊູແດ່ ເພາະຄວາມຮັກອັນໝັ້ນຄົງຂອງພຣະອົງ ໂຜດມາຊ່ວຍກອບກູ້ເອົາພວກຂ້ານ້ອຍແດ່ທ້ອນ. |
@ 2012 United Bible Societies. All Rights Reserved.