ເພງ^ສັນລະເສີນ 43 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຄົນພາກບ້ານ (ຕໍ່ຈາກເພງສັນລະເສີນບົດ 42) 1 ຂ້າແດ່ພຣະເຈົ້າ ໂຜດປະກາດວ່າຂ້ານ້ອຍບໍ່ມີຄວາມຜິດ ຂໍຊົງໂຜດຊ່ວຍແກ້ຄະດີໃຫ້ຂ້ານ້ອຍດ້ວຍ ຄົນບໍ່ເຊື່ອພຣະເຈົ້າໄດ້ກ່າວຕໍ່ສູ້ຂ້ານ້ອຍ ໂຜດຊ່ວຍກູ້ຂ້ານ້ອຍຈາກຄົນຂີ້ຕົວະແລະຊົ່ວຮ້າຍ. 2 ພຣະອົງເປັນຜູ້ປົກປ້ອງຄຸ້ມຄອງເປັນຫຍັງຈຶ່ງປະຖິ້ມຂ້ານ້ອຍ ແລະດ້ວຍເຫດໃດຈຶ່ງໃຫ້ຂ້ານ້ອຍທົນທຸກທໍລະມານຈາກສັດຕູຜູ້ໂຫດຮ້າຍ? 3 ຂໍຊົງໂຜດສົ່ງແສງສະຫວ່າງແລະຄວາມຈິງຂອງພຣະອົງມາ ເພື່ອວ່າສິ່ງນັ້ນຈະໄດ້ນຳພາຂ້ານ້ອຍ ແລະນຳຂ້ານ້ອຍກັບຄືນໄປສູ່ຊີໂອນ ເນີນພູສັກສິດ ແລະສູ່ພຣະວິຫານບ່ອນທີ່ພຣະອົງສະຖິດຢູ່. 4 ຂ້າແດ່ພຣະເຈົ້າ ແລ້ວຂ້ານ້ອຍກໍຈະໄປທີ່ແທ່ນບູຊາ ເພາະພຣະອົງເປັນບໍ່ເກີດແຫ່ງຄວາມສຸກອັນໃຫຍ່. ຂ້ານ້ອຍຈະຈັບກິດຕາຂຶ້ນດີດ ຮ້ອງເພງຍ້ອງຍໍສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ. 5 ເປັນຫຍັງຈຶ່ງໂສກເສົ້າ ແລະຍາກລຳບາກຍິ່ງ? ຂ້ານ້ອຍຈຶ່ງມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້ານ້ອຍຍັງຈະຍ້ອງຍໍສັນລະເສີນພຣະອົງ ພຣະຜູ້ຊ່ວຍຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍເອີຍ. |
@ 2012 United Bible Societies. All Rights Reserved.