Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 42 - ພຣະຄຳພີສັກສິ


ໝວດ​ທີ 2 (ເພງ​ສັນລະເສີນ 42–72) ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ພາກບ້ານ

1 ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ກວາງນ້ອຍ​ຫິວກະຫາຍ​ລຳນໍ້າ​ໃສ

2 ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະເຈົ້າ, ພຣະເຈົ້າ​ອົງ​ຊົງ​ຊີວິດ ເມື່ອໃດ​ຂ້ານ້ອຍ​ຈຶ່ງ​ຈະ​ໄດ້​ໄປ​ຂາບລົງ​ຢູ່​ຕໍ່ໜ້າ​ພຣະເຈົ້າ?

3 ຂ້ານ້ອຍ​ຮ້ອງໄຫ້​ທັງເວັນ​ທັງຄືນ ອາຫານ​ທີ່​ກືນ​ລົງ​ກໍ​ມີ​ແຕ່​ນໍ້າຕາ​ເທົ່ານັ້ນ ເຫຼົ່າ​ສັດຕູ​ໄດ້​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”

4 ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.

5 ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.

6-7 ຢູ່​ໃນ​ຕ່າງຖິ່ນ​ພີ້​ຂ້ານ້ອຍ​ທຸກ​ລະທົມ​ໃຈ ຈຶ່ງ​ໄດ້​ແຕ່​ຄິດຄະນຶງ​ຫາ​ພຣະອົງ. ຄື້ນ​ແຫ່ງ​ຄວາມ​ໂສກເສົ້າ​ທີ່​ໄດ້​ສົ່ງ​ມາ​ສູ່​ຈິດໃຈ ດັງ​ສັບສົນ​ວຸ້ນວາຍ ດັ່ງ​ນໍ້າ​ໄຫລ​ຖ້ວມ ດັ່ງ​ນໍ້າ​ຕົກຕາດ​ດັງ​ໄຫລ​ສູ່​ແມ່ນໍ້າ​ຈໍແດນ ຈາກ​ພູເຂົາ​ເຮີໂມນ​ແລະ​ຈາກ​ພູມີຊາ​ພຸ້ນ.

8 ຂໍ​ພຣະເຈົ້າຢາເວ​ຊົງ​ໂຜດ​ສຳແດງ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໃນ​ເວລາ​ກາງເວັນ​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ໄດ້​ຮ້ອງເພງ​ເວລາ​ກາງຄືນ ຄື​ຄຳພາວັນນາ​ອະທິຖານ​ເຖິງ​ພຣະເຈົ້າ ທີ່​ຊົງ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ​ນັ້ນ.

9 ຂ້ານ້ອຍ​ທູນ​ຖາມ​ພຣະເຈົ້າ​ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ວ່າ, “ເປັນຫຍັງ​ໜໍ​ຈຶ່ງ​ໄດ້​ລືມໄລ​ຂ້ານ້ອຍ? ເປັນຫຍັງ​ໜໍ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ທໍລະມານ ຈາກ​ຄວາມ​ໂຫດຫ້ຽມ​ຂອງ​ເຫຼົ່າ​ສັດຕູ​ນັ້ນ?”

10 ຂ້ານ້ອຍ​ຖືກ​ຢຽບຢໍ່າ​ຍ້ອນ​ເຂົາ​ເວົ້າ​ນິນທາ ພວກເຂົາ​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍໆ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”

11 ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan