ເພງ^ສັນລະເສີນ 41 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຄົນເຈັບໂຊ 1 ຄວາມສຸກເປັນຂອງຜູ້ທີ່ຫ່ວງໃຍນຳຄົນຈົນ ພຣະເຈົ້າຢາເວຊ່ວຍເຫຼືອພວກເຂົາໃນວັນແຫ່ງຄວາມເດືອດຮ້ອນ. 2 ພຣະເຈົ້າຢາເວຈະປົກປ້ອງຄຸ້ມຄອງຊີວິດຂອງພວກເຂົາ ແລະໃຫ້ພວກເຂົາມີຄວາມສຸກຢູ່ໃນດິນແດນໄດ້ ພຣະອົງຈະບໍ່ປະໃຫ້ເຫຼົ່າສັດຕູຂອງພວກເຂົາ ມີອຳນາດເໜືອເຂົາເຈົ້າ. 3 ພຣະເຈົ້າຢາເວຈະຊ່ວຍຊູເມື່ອພວກເຂົາເຈັບໂຊ ແລະຈະໃຫ້ມີສຸຂະພາບແຂງແຮງຂຶ້ນໃໝ່. 4 ຂ້ອຍເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍເຮັດຜິດບາບຕໍ່ສູ້ພຣະອົງແລ້ວ ໂຜດເມດຕາຂ້ານ້ອຍຄືຜູ້ເຈັບໂຊແດ່ທ້ອນ ແລະປິ່ນປົວຂ້ານ້ອຍໃຫ້ດີດ້ວຍ. 5 ສັດຕູຂອງຂ້ານ້ອຍເວົ້າຮ້າຍໃສ່ຢ່າງສົມໃຈ ພວກເຂົາຢາກໃຫ້ຂ້ານ້ອຍຕາຍທັງຖືກລືມໄລໄປສິ້ນ. 6 ຄົນທີ່ມາຫາຂ້ານ້ອຍກໍບໍ່ມີຄວາມຈິງໃຈເລີຍ ມາພຽງຮວບຮວມເອົາເລື່ອງບໍ່ດີໄປເວົ້າທຸກທີ່ທຸກບ່ອນ. 7 ທຸກຄົນທີ່ກຽດຊັງຂ້ານ້ອຍກໍຊຸບຊິບກັນເລື່ອງຂ້ານ້ອຍຢ່າງຜິດໆ ເຂົາຄິດປັ້ນແຕ່ງເລື່ອງບໍ່ດີມາຕູ່ຫາໃສ່ຂ້ານ້ອຍ.” 8 ພວກເຂົາເວົ້າກັນວ່າ, “ມັນໂຊໜັກແລ້ວ ມັນຈະລຸກຈາກຕຽງນອນ ໄປມາໃສບໍ່ໄດ້ອີກດອກ”. 9 ແມ່ນແຕ່ໝູ່ຜູ້ດີແທ້ໆທີ່ຂ້ານ້ອຍໄວ້ວາງໃຈ ຜູ້ທີ່ຂ້ານ້ອຍໃຫ້ອາຫານກໍໄດ້ຫັນມາຕໍ່ສູ້ຂ້ານ້ອຍ. 10 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເມດຕາຂ້ານ້ອຍດ້ວຍ ໂຜດໃຫ້ມີເຮື່ອແຮງຄືນມາ ເພື່ອຈະຕອບໂຕ້ສັດຕູໄດ້. 11 ພວກເຂົາຈະບໍ່ໄຊຊະນະເໜືອຂ້ານ້ອຍ ແລະຈະຮູ້ວ່າພຣະອົງພໍໃຈໃນຂ້ານ້ອຍແລ້ວ. 12 ພຣະອົງຈະຊ່ວຍຂ້ານ້ອຍ ເພາະຂ້ານ້ອຍເຮັດສິ່ງທີ່ຊອບທຳ ແລະຈະໃຫ້ຂ້ານ້ອຍຢູ່ຕໍ່ໜ້າພຣະອົງສືບໄປເປັນນິດ. 13 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ຈົ່ງຍ້ອງຍໍສັນລະເສີນພຣະອົງໃນບັດນີ້ແລະສືບໆໄປເປັນນິດ ອາແມນ! ອາແມນ! |
@ 2012 United Bible Societies. All Rights Reserved.