ເພງ^ສັນລະເສີນ 40 - ພຣະຄຳພີສັກສິສັນລະເສີນເພາະໄດ້ຮັບການຊ່ວຍກູ້ 1 ຂ້ານ້ອຍອົດທົນຄອຍຖ້າພຣະເຈົ້າຢາເວດ້ວຍຄວາມພຽນ ພຣະອົງກໍຟັງແລະໄດ້ຍິນຄຳຮ້ອງຂໍຂອງຂ້ານ້ອຍແລ້ວ. 2 ພຣະອົງດຶງຂ້ານ້ອຍອອກຈາກຂຸມອັນຕະລາຍ ຄືຈາກບຶງດິນຊາຍຊຶ່ງບໍ່ມີພື້ນ. ແລ້ວພຣະອົງກໍໃຫ້ນັ່ງຢູ່ເທິງໂງ່ນຫີນຢ່າງປອດໄພ ແລະເຮັດໃຫ້ມີຄວາມໝັ້ນຄົງຫລາຍຂຶ້ນ. 3 ພຣະອົງໄດ້ສອນຂ້ານ້ອຍໃຫ້ຮ້ອງເພງບົດໃໝ່ ເປັນບົດເພງທີ່ຍ້ອງຍໍສັນລະເສີນພຣະເຈົ້າຂອງພວກເຮົາ. ຫລາຍຄົນທີ່ເຫັນການນີ້ ພວກເຂົາກໍຈະໄດ້ຢຳເກງ ແລະຈະໄວ້ວາງໃຈໃນພຣະເຈົ້າຢາເວ. 4 ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ຄືຜູ້ທີ່ບໍ່ຫັນໄປຫາຮູບເຄົາຣົບຫລືຮ່ວມຂາບໄຫວ້ພະທຽມນັ້ນ. 5 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງໄດ້ຊົງກະທຳຫລາຍຢ່າງສຳລັບພວກຂ້ານ້ອຍ ບໍ່ມີຜູ້ໃດຄືພຣະອົງທີ່ເຮັດສິ່ງອັດສະຈັນໃຫ້ໄດ້ເຫັນ ຊຶ່ງມີຫລາຍຢ່າງຈົນຂ້ານ້ອຍບໍ່ສາມາດກ່າວໝົດເພາະມີຫລາຍແທ້ໆ. 6 ການບູຊາກັບເຄື່ອງຖວາຍນັ້ນ ພຣະອົງບໍ່ຕ້ອງການ ພຣະອົງບໍ່ໄດ້ຂໍໃຫ້ເຜົາສັດທັງໂຕຖວາຍບູຊາ ຫລືຖາມຫາເຄື່ອງບູຊາລືບລ້າງບາບທັງຫລາຍ ແຕ່ໃຫ້ຂ້ານ້ອຍມີຫູເພື່ອຟັງສຽງຂອງພຣະເຈົ້າ. 7 ສະນັ້ນ ຂ້ານ້ອຍຈຶ່ງຕອບວ່າ, “ຂ້ານ້ອຍຢູ່ນີ້ແລ້ວ ຂໍ້ຄຳແນະນຳຂອງພຣະອົງທີ່ໃຫ້ແກ່ຂ້ານ້ອຍກໍມີຢູ່ໃນກົດບັນຍັດ. 8 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍຍິນດີເຮັດຕາມຄວາມປະສົງຂອງພຣະອົງ ຄືຮັກສາຂໍ້ຄຳສັ່ງສອນຂອງພຣະອົງໄວ້ຢູ່ໃນຈິດໃຈແລ້ວ.” 9 ຂ້າແດ່ພຣະເຈົ້າຢາເວ ໃນທີ່ຊຸມນຸມຊົນຂອງພຣະອົງ ຂ້ານ້ອຍໄດ້ບອກຂ່າວດີເລື່ອງການຊ່ວຍກູ້. ຂ້ານ້ອຍຈະສືບຕໍ່ບອກຂ່າວນີ້ ພຣະອົງກໍຮູ້ຈັກດີວ່າຂ້ານ້ອຍຈະບໍ່ມິດງຽບ. 10 ຂ້ານ້ອຍບໍ່ໄດ້ເກັບເລື່ອງຄວາມພົ້ນໄວ້ສຳລັບຕົວເອງ ຂ້ານ້ອຍກ່າວວ່າພຣະອົງສັດຊື່ແລະຊ່ວຍຊູຢູ່ເລື້ອຍ. ໃນທີ່ຊຸມນຸມຊົນນັ້ນ ຂ້ານ້ອຍບໍ່ໄດ້ປິດບັງຄວາມສັດຊື່ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງຈັກເທື່ອ. 11 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮູ້ວ່າພຣະອົງຈະບໍ່ຢຸດ ທີ່ຈະໃຫ້ຄວາມເມດຕາແກ່ຂ້ານ້ອຍຈັກເທື່ອ. ຄວາມຮັກແລະຄວາມຈົງຮັກພັກດີຂອງພຣະອົງ ຈະຮັກສາຂ້ານ້ອຍໃຫ້ປອດໄພຢູ່ເລື້ອຍໆ. ຄຳພາວັນນາອະທິຖານຂໍໃຫ້ພຣະເຈົ້າຊ່ວຍເຫຼືອ ( ພສສ 70 ) 12 ຂ້ານ້ອຍຖືກອ້ອມຮອບໂດຍຄວາມເດືອດຮ້ອນຫຼາຍຢ່າງ ມີຫລວງຫລາຍທີ່ສຸດຈົນຂ້ານ້ອຍນັບບໍ່ໄດ້ ບາບໄລ່ເວນທັນແລ້ວ ຂ້ານ້ອຍຈຶ່ງບໍ່ຢາກເຫັນຕໍ່ໄປ ຂາດໃຈກ້າຫານເພາະມັນຫລາຍກວ່າເສັ້ນຜົມອີກ. 13 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍເຖີດ ຂ້າແດ່ພຣະເຈົ້າຢາເວ ໂຜດມາຊ່ວຍເຫລືອຂ້ານ້ອຍດຽວນີ້ເທີ້ນ 14 ຂໍໃຫ້ຄົນທີ່ຊອກສັງຫານນັ້ນພ່າຍແພ້ໝົດສາ ແລະຂໍໃຫ້ພວກເຂົາວຸ້ນວາຍໄປຢ່າງໝົດສິ້ນ. ຂໍໃຫ້ຄົນທີ່ດີອົກດີໃຈຍ້ອນເຫັນຂ້ານ້ອຍເປັນທຸກ ຖອຍໜີໄກຫ່າງແລະຖືກອັບອາຍ. 15 ຂໍໃຫ້ຄົນທີ່ຫົວເຍາະເຍີ້ຍຂ້ານ້ອຍຕົກຕະລຶງ ຍ້ອນວ່າພວກເຂົາພ່າຍແພ້ແລ້ວ. 16 ຂໍໃຫ້ທຸກຄົນທີ່ສະແຫວງຫາພຣະເຈົ້າຊົມຊື່ນຍິນດີ ແລະເບີກບານໃຈ ທຸກຄົນທີ່ໂມທະນາຂອບພຣະຄຸນສຳລັບຄວາມພົ້ນ ຈົ່ງພາກັນກ່າວຢູ່ຢ່າງສະໝໍ່າສະເໝີວ່າ, “ພຣະເຈົ້າຢາເວຍິ່ງໃຫຍ່!” 17 ຂ້ານ້ອຍອິດອ່ອນລຳບາກ ແຕ່ພຣະເຈົ້າຢາເວບໍ່ລືມໄລແລະບໍ່ປະຖິ້ມຂ້ານ້ອຍຈັກເທື່ອ. ພຣະອົງຄືພຣະຜູ້ຊ່ວຍໃຫ້ພົ້ນ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຮີບມາຊ່ວຍກູ້ເອົາຂ້ານ້ອຍໄວ້ດ້ວຍ. |
@ 2012 United Bible Societies. All Rights Reserved.