ເພງ^ສັນລະເສີນ 4 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍໃຫ້ພຣະເຈົ້າຊ່ວຍເຫຼືອໃນຕອນແລງ 1 ເມື່ອຂ້ານ້ອຍພາວັນນາອະທິຖານຫາໂຜດຕອບແດ່ ໂອ ຂ້າແດ່ພຣະເຈົ້າ ພຣະຜູ້ປ້ອງກັນຂອງຂ້ານ້ອຍ ເມື່ອເດືອດຮ້ອນໂຜດຊ່ວຍແດ່ ບັດນີ້ໂຜດເມດຕາ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍແດ່ທ້ອນ. 2 ພວກເຈົ້າຈະໝິ່ນປະໝາດຂ້ອຍໄປດົນປານໃດ? ພວກເຈົ້າຈະຮັກສິ່ງທີ່ໄຮ້ຄ່າ ທັງຊອກຫາຄຳຕົວະຍົວະຫລອກລວງຢູ່ຫລື? 3 ຈົ່ງຮູ້ເຖີດວ່າພຣະເຈົ້າຢາເວ ເລືອກຄົນຊອບທຳສຳລັບພຣະອົງ ພຣະເຈົ້າຢາເວຊົງໄດ້ຍິນ ເມື່ອຂ້ອຍຮ້ອງຫາພຣະອົງ. 4 ເຈົ້າຈະຮ້າຍກໍຮ້າຍໄດ້ ແຕ່ຢ່າເຮັດບາບ ຈົ່ງຄິດເຖິງເລື່ອງນີ້ໃຫ້ເລິກເຊິ່ງ ເມື່ອເຈົ້ານອນຢູ່ເທິງຕຽງຢ່າງມິດງຽບ. 5 ຈົ່ງຖວາຍບູຊາສິ່ງຖືກຕ້ອງແກ່ພຣະເຈົ້າຢາເວສາ ຈົ່ງໄວ້ວາງໃຈໃນພຣະອົງເຖີດ. 6 ມີຫລາຍຄົນພາກັນພາວັນນາອະທິຖານວ່າ: ໂອ ຂ້າແດ່ພຣະເຈົ້າຢາເວເອີຍ ໂຜດອວຍພອນພວກຂ້ານ້ອຍຕື່ມຂຶ້ນແດ່ ໂຜດແນມເບິ່ງພວກຂ້ານ້ອຍດ້ວຍຄວາມເມດຕາແດ່ທ້ອນ. 7 ແຕ່ຄວາມຊົມຊື່ນຍິນດີ ທີ່ພຣະອົງຊົງປະທານໃຫ້ຂ້ານ້ອຍນັ້ນ ຈະມີຫລາຍກວ່າເຂົ້າ ແລະເຫຼົ້າອະງຸ່ນທີ່ພວກເຂົາມີ. 8 ຂ້າແດ່ພຣະເຈົ້າຢາເວ ເມື່ອຂ້ານ້ອຍນອນລົງກໍເປັນສຸກໃຈ ເພາະພຣະອົງໂຜດຮັກສາໃຫ້ປອດໄພຢ່າງດີຍິ່ງ. |
@ 2012 United Bible Societies. All Rights Reserved.