ເພງ^ສັນລະເສີນ 38 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຄົນທົນທຸກ 1 ຂ້າແດ່ພຣະເຈົ້າຢາເວ ຂໍຢ່າລົງໂທດຂ້ານ້ອຍເລີຍ ເມື່ອພຣະອົງຊົງໂກດຮ້າຍ. 2 ຍ້ອນລູກສອນຂອງພຣະອົງ ຂ້ານ້ອຍຈຶ່ງບາດເຈັບ ພຣະອົງຕີຂ້ານ້ອຍໃຫ້ລົ້ມລົງແລ້ວ. 3 ຍ້ອນພຣະອົງໂກດຮ້າຍ ຂ້ານ້ອຍຈຶ່ງເຈັບປວດໜັກ ມີພະຍາດທົ່ວທັງກາຍ ເພາະຂ້ານ້ອຍເຮັດບາບ. 4 ການບາບຂອງຂ້ານ້ອຍກໍຖ້ວມຊີວິດໃຫ້ຈົມ ເປັນພາລະໜັກເກີນທີ່ຈະແບກໄດ້. 5 ບາດແຜຂອງຂ້ານ້ອຍເໝັນເນົ່າທັງເປື່ອຍທັງໂພງ ກໍຍ້ອນຂ້ານ້ອຍເອງເປັນຄົນໂງ່ຈ້າ. 6 ຂ້ານ້ອຍຖືກຕີຈົນລົ້ມທັງອິດອ່ອນໝົດກຳລັງ ຕະຫລອດທັງວັນຈຶ່ງຮ້ອງໄຫ້ແລະໄວ້ທຸກ. 7 ອາການເຈັບໄຂ້ກໍເຜົາໄໝ້ຢູ່ທັງຮ່າງກາຍ ແລະຄວາມຕາຍກໍຫຍັບເຂົ້າມາໃກ້. 8 ຂ້ານ້ອຍໝົດແຮງທັງຖືກຂະຍີ້ຈົນໝົດສະຕິໄປ ຈິດໃຈຂອງຂ້ານ້ອຍລະທົມທຸກແລະເຈັບປວດ. 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ສິ່ງທີ່ຂ້ານ້ອຍຕ້ອງການ ແລະໄດ້ຍິນສຽງຄວນຄາງທຸກຢ່າງຢູ່ແລ້ວ. 10 ຫົວໃຈຂອງຂ້ານ້ອຍເຕັ້ນແຮງຂຶ້ນແລະເຫື່ອແຮງກໍໝົດໄປ ຕາກໍເສົ້າໝອງແລະສູນເສຍຄວາມສະຫວ່າງ. 11 ໝູ່ເພື່ອນແລະເພື່ອນບ້ານທັງຫຼາຍຕ່າງກໍເຫີນຫ່າງໜີໄປ ພວກເຂົາບໍ່ມາໃກ້ຊິດຕິດແທດຂ້ານ້ອຍອີກ. ແມ່ນແຕ່ຄອບຄົວຕົນເອງກໍເຫີນຫ່າງເໝືອນກັນ ກໍເພາະບາດແຜທີ່ຂ້ານ້ອຍໄດ້ຮັບຢູ່ນີ້. 12 ພວກຄົນທີ່ຢາກສັງຫານຂ້ານ້ອຍກໍຫ້າງແຮ້ວດັກຈັບຂ້ານ້ອຍ ຜູ້ຢາກທຳຮ້າຍກໍຂູ່ເຂັນວ່າຈະບໍ່ຢຸດປອງຮ້າຍຈັກເທື່ອ. 13 ຂ້ານ້ອຍເປັນດັ່ງຄົນຫູໜວກທີ່ຟັງບໍ່ໄດ້ຍິນຫຍັງ ເປັນດັ່ງຄົນປາກກືກທີ່ເວົ້າຈາບໍ່ເປັນດ້ວຍ. 14 ຂ້ານ້ອຍເປັນດັ່ງຄົນທີ່ບໍ່ຕອບຫຍັງເລີຍ ເພາະພວກເຂົາບໍ່ໄດ້ຍິນ. 15 ຂ້າແດ່ພຣະເຈົ້າຢາເວ ແຕ່ຂ້ານ້ອຍກໍໄວ້ວາງໃຈໃນພຣະອົງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງຈະຕອບຂ້ານ້ອຍ. 16 ຂໍຢ່າໃຫ້ສັດຕູໄດ້ສົມນໍ້າໜ້າຂ້ານ້ອຍເລີຍ ຍ້ອນຄວາມໂສກເສົ້າເສຍໃຈທີ່ມີຢູ່ນັ້ນ ຂໍຢ່າໃຫ້ເຂົາເຈົ້າເວົ້າອວດອົ່ງທະນົງຕົວ ເຖິງຄວາມລົ້ມລົງຂອງຂ້ານ້ອຍນັ້ນ 17 ຄວາມເຈັບປວດຍັງລົບກວນຂ້ານ້ອຍຢູ່ບໍ່ຂາດ ຂ້ານ້ອຍເກືອບຈະລົ້ມລົງແລ້ວ. 18 ຂ້ານ້ອຍສາລະພາບການບາບທີ່ໄດ້ເຮັດມາ ມັນມີແຕ່ເຮັດໃຫ້ຂ້ານ້ອຍວຸ້ນວາຍໃຈເທົ່ານັ້ນ. 19 ຝ່າຍສັດຕູຂອງຂ້ານ້ອຍນັ້ນມີສຸຂະພາບເຂັ້ມແຂງດີ ມີຫລາຍຄົນທີ່ກຽດຊັງຂ້ານ້ອຍໂດຍບໍ່ມີເຫດຜົນ. 20 ພວກທີ່ເຮັດການຊົ່ວເພື່ອຕອບແທນການດີ ພວກເຂົາກໍຕໍ່ຕ້ານການດີທີ່ຂ້ານ້ອຍພະຍາຍາມເຮັດນັ້ນ. 21 ຂ້າແດ່ພຣະເຈົ້າຢາເວ ຂໍຢ່າປະຖິ້ມຂ້ານ້ອຍ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍຢ່າຫ່າງໄກຂ້ານ້ອຍເລີຍ. 22 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງຂ້ານ້ອຍເອີຍ ຂໍຊົງໂຜດສະເດັດມາຊ່ວຍຂ້ານ້ອຍໄວໆແດ່ທ້ອນ. |
@ 2012 United Bible Societies. All Rights Reserved.