Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 37 - ພຣະຄຳພີສັກສິ


ຢ່າ​ເຄືອງໃຈ​ເພາະ​ຄົນຊົ່ວ​ໄດ້ດີ

1 ຢ່າ​ກັງວົນ​ໃຈ​ໃນ​ເລື່ອງ​ຄົນຊົ່ວຮ້າຍ​ທັງຫລາຍ ຢ່າ​ອິດສາ​ຄົນ​ທີ່​ປະພຶດ​ຊົ່ວຮ້າຍ.

2 ບໍ່​ດົນ​ພວກເຂົາ​ຈະ​ຫາຍ​ໄປ​ດັ່ງ​ຕົ້ນຫຍ້າ​ທີ່​ຫ່ຽວລົງ ພວກເຂົາ​ຈະ​ຕາຍ​ດັ່ງ​ພືດພັນ​ທີ່​ຫ່ຽວແຫ້ງ.

3 ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.

4 ຈົ່ງ​ຊອກ​ຫາ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ​ຂອງເຈົ້າ​ສາ ພຣະອົງ​ຈະ​ໂຜດ​ໃຫ້​ຕາມ​ຄວາມປະສົງ​ຂອງເຈົ້າ.

5 ຈົ່ງ​ມອບ​ທາງ​ຂອງ​ເຈົ້າ​ແກ່​ພຣະເຈົ້າຢາເວ ຈົ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍເຫລືອ​ເຈົ້າ

6 ພຣະອົງ​ຈະ​ເຮັດ​ໃຫ້​ຄວາມ​ຊອບທຳ​ຂອງເຈົ້າ​ຈະເລີນ​ຮຸ່ງເຮືອງ​ອອກ​ໄປ ເໝືອນ​ດັ່ງ​ຕາເວັນ​ໃນ​ຍາມ​ທ່ຽງ.

7 ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.

8 ຢ່າ​ຈຳນົນ​ຕໍ່​ຄວາມ​ໂຫດຮ້າຍ​ຫລື​ຄວາມ​ວຸ້ນວາຍ​ໃຈ ມັນ​ນຳ​ເຈົ້າ​ໄປ​ສູ່​ຄວາມ​ເດືອດຮ້ອນ​ເທົ່ານັ້ນ.

9 ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ແຕ່​ຄົນຊົ່ວຮ້າຍ​ຈະ​ຖືກ​ຂັບໄລ່​ໜີໄປ​ໝົດສິ້ນ.

10 ອີກ​ບໍ່ດົນ​ຄົນຊົ່ວຮ້າຍ​ຈະ​ດັບສູນ​ໄປ ເຈົ້າ​ອາດ​ຊອກຫາ​ພວກເຂົາ ແຕ່​ກໍ​ຈະ​ບໍ່​ພົບ

11 ແຕ່​ຜູ້​ຖ່ອມຕົວ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ທັງ​ຊື່ນໃຈ​ຍິນດີ​ຢູ່​ກັບ​ຄວາມຮັ່ງມີ​ແລະ​ມີ​ສັນຕິສຸກ​ດ້ວຍ.

12 ຄົນຊົ່ວຮ້າຍ​ວາງ​ອຸບາຍ​ເພື່ອ​ປອງຮ້າຍ​ຄົນ​ຊອບທຳ ພວກເຂົາ​ກຶ້ງຕາ​ເບິ່ງ​ລາວ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ.

13 ແຕ່​ພຣະເຈົ້າຢາເວ​ຫົວຂວັນ​ໃສ່​ຄົນຊົ່ວຮ້າຍ​ທັງຫລາຍ ເພາະ​ພຣະອົງ​ຮູ້ວ່າ​ໃນ​ບໍ່ດົນ​ພວກເຂົາ​ຈະ​ຖືກ​ທຳລາຍ.

14 ຄົນຊົ່ວ​ຖອດ​ດາບ​ແລະ​ກົ່ງ​ຄັນທະນູ​ຂອງຕົນ ເພື່ອ​ຂ້າ​ຄົນ​ທີ່​ຂັດສົນ​ແລະ​ຄົນ​ທີ່​ເຮັດ​ຖືກຕ້ອງ

15 ແຕ່​ພວກເຂົາ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ພວກ​ເຂົາເອງ ແລະ​ຄັນທະນູ​ຂອງ​ພວກເຂົາ​ຈະ​ຫັກ​ໄປສິ້ນ.

16 ສິ່ງ​ເລັກນ້ອຍ​ທີ່​ຄົນ​ຊອບທຳ​ມີ ກໍ​ມີ​ຄຸນຄ່າ​ຫລາຍກວ່າ ຊັບສິນ​ຂອງ​ຄົນຊົ່ວຮ້າຍ​ທັງຫລາຍ

17 ເພາະ​ພຣະອົງ​ໄດ້​ໃຫ້​ກຳລັງ​ຂອງ​ຄົນຊົ່ວຮ້າຍ​ເສຍໄປ ແຕ່​ພຣະເຈົ້າຢາເວ​ຄຸ້ມຄອງ​ຄົນ​ຊອບທຳ​ໄວ້.

18 ພຣະເຈົ້າຢາເວ​ເອົາໃຈໃສ່​ຕໍ່​ຜູ້​ທີ່​ເຊື່ອຟັງ​ພຣະອົງ ດິນແດນ​ກໍ​ຈະ​ເປັນ​ຂອງ​ພວກເຂົາ​ໄປ​ຕະຫລອດ.

19 ຄາວ​ຊົ່ວຮ້າຍ ພວກເຂົາ​ຈະ​ບໍ່​ທົນທຸກ​ທໍລະມານ ພວກເຂົາ​ຈະ​ມີ​ພຽງພໍ​ໃນ​ຄາວ​ອຶດຢາກ.

20 ແຕ່​ຄົນຊົ່ວຮ້າຍ​ຈະ​ຕາຍໄປ​ດັ່ງ​ຄວັນໄຟ​ຫັບຫາຍ ສັດຕູ​ຂອງ​ພຣະເຈົ້າຢາເວ​ຈະ​ດັບ​ໄປ​ດັ່ງ​ດອກໄມ້​ປ່າ.

21 ຄົນຊົ່ວຮ້າຍ​ຍືມ​ເງິນ​ໄປ​ແລ້ວ​ບໍ່ເຄີຍ​ສົ່ງ​ຄືນ ແຕ່​ຄົນ​ຊອບທຳ​ມີ​ໃຈ​ສັດທາ​ຮັກ​ໃນ​ການ​ໃຫ້ທານ.

22 ຄົນ​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແຕ່​ຄົນ​ທີ່​ຖືກ​ສາບແຊ່ງ ຈະ​ຖືກ​ຂັບໄລ່​ໜີໄປ​ສິ້ນ.

23 ພຣະເຈົ້າຢາເວ​ນຳ​ຄົນ​ຕາມ​ທາງ​ທີ່​ພວກເຂົາ​ຄວນ​ໄປ ຜູ້​ທີ່​ເຮັດ​ໃຫ້​ພຣະອົງ​ພໍໃຈ ພຣະອົງ​ກໍ​ຊົງ​ຄຸ້ມຄອງ​ເຂົາ​ໄວ້.

24 ເມື່ອ​ພວກເຂົາ​ລົ້ມລົງ ພວກເຂົາ​ຈະ​ບໍ່​ຖືກ​ຢຽບຢໍ່າ ເພາະ​ພຣະອົງ​ຈະ​ຈັບມື​ຖືແຂນ​ຂອງ​ພວກເຂົາ​ໃຫ້​ລຸກຂຶ້ນ​ໃໝ່.

25 ບັດນີ້ ຂ້ອຍ​ເຖົ້າແກ່​ແລ້ວ​ທັງ​ມີ​ຊີວິດ​ຢູ່​ຕັ້ງ​ດົນນານ ແຕ່​ກໍ​ຍັງ​ບໍ່ເຄີຍ​ເຫັນ​ເຫດການ​ນີ້​ຈັກເທື່ອ ຄື​ວ່າ​ພຣະເຈົ້າ​ປະຖິ້ມ​ຄົນ​ຊອບທຳ ຫລື​ປະປ່ອຍ​ໃຫ້​ລູກ​ຂອງ​ລາວ​ຫາ​ຂໍທານ​ກິນ​ຕາມ​ບ້ານ.

26 ລາວ​ໃຫ້​ລ້າໆ​ແລະ​ໃຫ້​ຄົນ​ຢືມ​ໂດຍ​ບໍ່​ຄິດຄ່າ ບັນດາ​ລູກ​ຂອງ​ລາວ​ນັ້ນ​ກໍ​ກາຍເປັນ​ທໍ່​ພຣະພອນ.

27 ຈົ່ງ​ຫັນ​ໜີ​ຈາກ​ການຊົ່ວ​ແລະ​ກະທຳ​ແຕ່​ການດີ ເຊື້ອສາຍ​ຂອງເຈົ້າ​ກໍ​ຈະ​ຢູ່​ໃນ​ດິນແດນ​ເລື້ອຍໆ

28 ສຳລັບ​ພຣະເຈົ້າຢາເວ​ພຣະອົງ​ຮັກ​ຄວາມ​ເປັນທຳ ແລະ​ບໍ່​ປ່ອຍປະ​ລະເລີຍ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ. ພຣະອົງ​ຄຸ້ມຄອງ​ເຂົາເຈົ້າ​ຕະຫລອດໄປ ແຕ່​ເຊື້ອສາຍ​ຂອງ​ຄົນຊົ່ວ​ຈະ​ຖືກ​ໄລ່​ໃຫ້​ໜີໄປ​ສິ້ນ.

29 ຄົນ​ຊອບທຳ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແລະ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ສືບໄປ​ເປັນນິດ.

30 ຄຳເວົ້າ​ອັນ​ສະຫລາດ​ເປັນ​ຄຳເວົ້າ​ຂອງ​ຄົນ​ຊອບທຳ ລາວ​ເວົ້າ​ແຕ່​ສິ່ງ​ທີ່​ຊອບທຳ​ແລະ​ຖືກຕ້ອງ.

31 ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຂົາ ພວກເຂົາ​ບໍ່ເຄີຍ​ຫ່າງເຫີນ​ຈາກ​ກົດບັນຍັດ.

32 ຄົນຊົ່ວຮ້າຍ​ຕັ້ງໜ້າ​ຊອມເບິ່ງ​ຄົນ​ຊອບທຳ ທັງ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ລາວ​ຖິ້ມ

33 ແຕ່​ພຣະເຈົ້າຢາເວ​ຈະ​ບໍ່​ຖິ້ມ​ລາວ​ໄປ ໃຫ້​ຢູ່​ໃຕ້​ເງື້ອມມື​ຂອງ​ຄົນຊົ່ວຮ້າຍ ຫລື​ປະປ່ອຍ​ໃຫ້​ລາວ​ໄດ້​ຮັບ​ໂທດທັນ ເມື່ອ​ຖືກ​ນຳ​ຂຶ້ນ​ສານ​ຕັດສິນ​ລົງໂທດ.

34 ຈົ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ ແລະ​ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຖີດ; ພຣະອົງ​ຈະ​ໃຫ້ກຽດ​ເຈົ້າ​ໂດຍ​ໄດ້​ຮັບ​ດິນແດນ ເຈົ້າ​ຈະ​ເຫັນ​ຄົນຊົ່ວ​ຖືກ​ຂັບໄລ່​ອອກໄປ​ສິ້ນ.

35 ຂ້ອຍ​ໄດ້​ເຫັນ​ຄົນຊົ່ວຮ້າຍ​ແລະ​ຜູ້​ກົດຂີ່​ຄົນ ຖື​ຕົວ​ສູງ​ດັ່ງ​ຕົ້ນ​ສົນສີດາ​ທີ່​ເລບານອນ​ພຸ້ນ;

36 ແຕ່​ເມື່ອ​ຂ້ອຍ​ຍ່າງ​ຜ່ານ​ກາຍ ບໍ່​ເຫັນ​ລາວ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ ຂ້ອຍ​ໄດ້​ຊອກຫາ​ລາວ​ແຕ່​ກໍ​ບໍ່​ພົບ.

37 ຈົ່ງ​ແລ​ເບິ່ງ​ຄົນ​ດີ​ແລະ​ສັງເກດ​ເບິ່ງ​ຄົນ​ຊອບທຳ ຜູ້​ທີ່​ຮັກ​ສັນຕິສຸກ​ກໍ​ມີ​ລູກຫລານ​ຫລາຍ

38 ແຕ່​ບັນດາ​ຄົນບາບ​ຈະ​ຖືກ​ທຳລາຍ​ຢ່າງ​ສິ້ນເຊີງ ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ​ໃຫ້​ດັບສູນໄປ.

39 ຄົນ​ຊອບທຳ​ນັ້ນ​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ຄຸ້ມຄອງ​ພວກເຂົາ​ໃນ​ຄາວ​ເດືອດຮ້ອນ.

40 ພຣະເຈົ້າຢາເວ​ຊ່ວຍເຫຼືອ​ແລະ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ຄົນ​ຊົ່ວຮ້າຍ​ທັງຫລາຍ ເພາະວ່າ​ພວກເຂົາ​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຮັກສາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan