Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 36 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ບໍ່​ເກີດ​ແຫ່ງ​ຊີວິດ

1 ຄວາມບາບ​ເວົ້າ​ຕໍ່​ຄົນຊົ່ວຮ້າຍ​ເລິກ​ເຂົ້າ​ໄປ​ໃນ​ຈິດໃຈ ພວກເຂົາ​ປະຕິເສດ​ພຣະເຈົ້າ​ເພາະ​ບໍ່​ຢ້ານຢຳ​ພຣະອົງ.

2 ຍ້ອນ​ຄິດ​ວ່າ​ຕົນເອງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ຄິດ​ວ່າ ພຣະເຈົ້າ​ຈະ​ບໍ່​ຮູ້​ເຫັນ​ບາບ​ຂອງ​ພວກເຂົາ ແລະ​ຈະ​ບໍ່​ໃສ່​ໂທດ​ພວກເຂົາ​ໄດ້.

3 ຄຳເວົ້າ​ຂອງ​ພວກເຂົາ​ຊົ່ວຊ້າ​ເຕັມ​ໄປ​ດ້ວຍ​ຄຳຕົວະ ບໍ່​ເຮັດ​ສິ່ງ​ທີ່​ສະຫລາດ ແລະ​ບໍ່​ເຮັດ​ສິ່ງ​ດີ​ຕໍ່ໄປ​ອີກ.

4 ເມື່ອ​ພວກເຂົາ​ນອນ​ຢູ່​ເທິງ​ຕຽງ ພວກເຂົາ​ກໍ​ວາງ​ແຜນການ​ຊົ່ວຊ້າ ພວກເຂົາ​ບໍ່ເຄີຍ​ກະທຳ​ດີ​ແລະ​ບໍ່ເຄີຍ​ປະຕິເສດ​ສິ່ງ​ທີ່​ຊົ່ວຮ້າຍ.


ພຣະເຈົ້າ​ຊົງຄຸນ​ຄວາມດີ

5 ຂ້າແດ່​ພຣະເຈົ້າຢາເວ ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ຢຽດສູງ​ສູ່​ຟ້າ​ສະຫວັນ ຄວາມສັດຊື່​ຂອງ​ພຣະອົງ​ກໍ​ແຜ່​ໄປ​ສູ່​ທ້ອງຟ້າ.

6 ຄວາມ​ຊອບທຳ​ຂອງ​ພຣະອົງ​ນັ້ນ​ສູງສົ່ງ​ດັ່ງ​ພູເຂົາ ແລະ​ຄວາມ​ຍຸດຕິທຳ​ກໍ​ເປັນ​ດັ່ງ​ທະເລ​ເລິກ. ມວນ​ມະນຸດ​ແລະ​ຝູງສັດ​ທັງປວງ ກໍ​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ພຣະເຈົ້າຢາເວ​ທັງນັ້ນ.

7 ຂ້າແດ່​ພຣະເຈົ້າ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ​ກໍ​ປະເສີດ​ຍິ່ງ ມະນຸດ​ພົບພໍ້ ການ​ຄຸ້ມຄອງ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ.

8 ມະນຸດ​ກິນລ້ຽງ​ດ້ວຍ​ອາຫານ​ອັນ​ດີ​ທີ່​ພຣະອົງ​ຊົງ​ປະທານ​ໃຫ້ ທັງ​ດື່ມ​ນໍ້າ​ຈາກ​ແມ່ນໍ້າ​ແຫ່ງ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.

9 ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ທຸກ​ຊີວິດ ພວກ​ຂ້ານ້ອຍ​ເຫັນ​ແສງ​ສະຫວ່າງ ຍ້ອນ​ແສງ​ສະຫວ່າງ​ຂອງ​ພຣະອົງ.

10 ຂໍ​ຊົງ​ໂຜດ​ສືບຕໍ່​ໃຫ້​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ຜູ້​ທີ່​ຮູ້ຈັກ​ພຣະອົງ ແລະ​ໃຫ້​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແກ່​ຜູ້​ທີ່​ຊອບທຳ​ດ້ວຍ.

11 ຂໍ​ຢ່າ​ປ່ອຍ​ໃຫ້​ຂ້ານ້ອຍ​ຖືກ​ໂຈມຕີ​ໂດຍ​ຄົນ​ຈອງຫອງ ຫລື​ຕ້ອງ​ແລ່ນ​ປົບໜີ​ເພາະ​ຄົນຊົ່ວຮ້າຍ.

12 ເບິ່ງ​ບ່ອນ​ຄົນຊົ່ວຮ້າຍ​ລົ້ມລົງ​ດູ ທີ່​ນັ້ນ​ພວກເຂົາ​ຢຽດຢູ່​ແລະ​ລຸກຂຶ້ນ​ບໍ່ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan