Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 35 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ຊ່ວຍເຫລືອ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕໍ່ຕ້ານ​ຜູ້​ທີ່​ຂັດຂວາງ​ຂ້ານ້ອຍ​ເຖີດ ໂຜດ​ຕໍ່ສູ້​ພວກ​ທີ່​ຕໍ່ສູ້​ຂ້ານ້ອຍ​ນັ້ນ

2 ໂຜດ​ຈັບ​ໂລ້​ແລະ​ເສື້ອ​ຫຸ້ມເກາະ​ຂອງ​ພຣະອົງ ແລະ​ລຸກ​ຂຶ້ນ​ມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ດ້ວຍ.

3 ຂໍ​ຊົງ​ໂຜດ​ຍົກ​ຫອກ​ຍົກ​ຂວານ​ຂຶ້ນ​ຕໍ່ສູ້​ພວກ​ທີ່​ໄລ່​ຕາມ​ມາ ໂຜດ​ສັນຍາ​ວ່າ​ພຣະອົງ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ.

4 ຂໍ​ໃຫ້​ພວກ​ທີ່​ຊອກ​ສັງຫານ​ຂ້ານ້ອຍ​ນັ້ນ ພ່າຍແພ້​ແລະ​ເສຍໜ້າ ຂໍ​ໃຫ້​ຜູ້​ທີ່​ປອງຮ້າຍ​ຂ້ານ້ອຍ ພາກັນ​ຫັນ​ໜີໄປ​ທັງ​ວຸ້ນວາຍ​ເຖີດ

5 ໂຜດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ຂີ້ແກບ​ທີ່​ຖືກ​ລົມ​ພັດ​ປິວໄປ ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄລ່​ຕິດຕາມ​ໄປ​ນັ້ນ

6 ໂຜດ​ໃຫ້​ທາງ​ຂອງ​ພວກເຂົາ​ມົວມືດ​ແລະ​ມື່ນ​ພະລາດ​ໄປ ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕີ​ພວກເຂົາ​ລົ້ມ​ລົງ​ນັ້ນ.

7 ພວກເຂົາ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ຢ່າງ​ບໍ່ມີ​ເຫດຜົນ ແລະ​ຂຸດ​ຂຸມ​ເລິກ​ດັກຈັບ​ເພື່ອ​ໃຫ້​ຕົກລົງ​ໃນ​ຂຸມ​ນັ້ນ.

8 ແຕ່​ໄພພິບັດ​ຈະ​ຖືກ​ພວກເຂົາ​ກ່ອນ ກ່ອນ​ຮູ້ສຶກຕົວ ພວກເຂົາ​ຈະ​ຖືກ​ແຮ້ວ​ຂອງ​ຕົນເອງ ແລະ​ຈິບຫາຍ​ໄປສິ້ນ.

9 ແລ້ວ​ຂ້ານ້ອຍ​ກໍ​ຈະ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ດີໃຈ​ຫລາຍ​ເພາະ​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ.

10 ຂ້ານ້ອຍ​ຈະ​ກ່າວ​ແກ່​ພຣະອົງ​ດ້ວຍ​ສຸດໃຈ​ວ່າ, “ບໍ່ມີ​ຜູ້ໃດ​ທີ່​ເໝືອນ​ພຣະເຈົ້າຢາເວ. ພຣະອົງ​ປົກປ້ອງ​ຜູ້​ມີ​ແຮງນ້ອຍ​ຈາກ​ຜູ້​ມີ​ແຮງຫລາຍ ແລະ​ຊ່ວຍ​ຄົນ​ຍາກຈົນ​ໃຫ້​ພົ້ນ​ຈາກ​ຄົນ​ກົດຂີ່.”

11 ຄົນຊົ່ວ​ເປັນ​ພະຍານ​ຕໍ່ສູ້​ແລະ​ຟ້ອງຮ້ອງ​ຂ້ານ້ອຍ ໂດຍ​ທີ່​ຂ້ານ້ອຍ​ບໍ່​ຮູ້​ຫຍັງ​ຈັກດີ້.

12 ພວກເຂົາ​ເອົາ​ຄວາມ​ຊົ່ວຮ້າຍ​ຕອບ​ແທນ​ຄວາມດີ ແລະ​ຂ້ານ້ອຍ​ກໍ​ຈົມ​ຢູ່​ໃນ​ຄວາມ​ສິ້ນຫວັງ​ແລ້ວ.

13 ແຕ່​ເມື່ອ​ຄູ່​ຕໍ່ສູ້​ເຈັບໄຂ້​ໄດ້ປ່ວຍ ຂ້ານ້ອຍ​ກໍ​ໃສ່​ເຄື່ອງ​ໄວ້ທຸກ​ແລະ​ທຸກໃຈ​ດ້ວຍ ຂ້ານ້ອຍ​ຖ່ອມຕົວ​ດ້ວຍ​ການ​ອົດເຂົ້າ​ອົດອາຫານ ແລະ​ກໍ​ກົ້ມ​ຫົວ​ພາວັນນາ​ອະທິຖານ​ເພື່ອ ຢ່າງ​ບໍ່​ຢຸດຢັ້ງ.

14 ຂ້ານ້ອຍ​ເຮັດ​ຕໍ່​ພວກເຂົາ ເໝືອນ​ກັບ​ວ່າ​ພວກເຂົາ​ເປັນ​ໝູ່​ຫລື​ພີ່ນ້ອງ​ຂອງຕົນ ກົ້ມ​ຂາບລົງ​ທົນທຸກ ເໝືອນ​ດັ່ງ​ໄວ້​ອາໄລ​ໃຫ້​ແມ່​ຜູ້​ບັງເກີດເກົ້າ.

15 ແຕ່​ເມື່ອໃດ​ຂ້ານ້ອຍ​ຕົກ​ຢູ່​ໃນ​ຄວາມ​ຂັດສົນ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ດີອົກ​ດີໃຈ ມາ​ອ້ອມ​ຂ້ານ້ອຍ​ໄວ້​ແລະ​ເຍາະເຍີ້ຍ​ຫົວຂວັນ ຄົນ​ແປກໜ້າ​ຕົບຕີ​ຂ້ານ້ອຍ​ຢ່າງ​ບໍ່​ຢຸດຢັ້ງ.

16 ພວກເຂົາ​ຈ້ອງຕາ​ເບິ່ງ​ຂ້ານ້ອຍ​ດ້ວຍ​ຄວາມ​ກຽດຊັງ ດັ່ງ​ພວກ​ທີ່​ຫຍໍ້ຫຍັນ​ຄົນ​ເສຍອົງຄະ.

17 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຫລຽວ​ເບິ່ງ​ດົນ​ປານໃດ? ທີ່​ພຣະອົງ​ຈະ​ຊ່ວຍກູ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ ຈາກ​ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ ຂໍ​ຊົງ​ໂຜດ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ຈາກ​ຝູງ​ສິງ​ໂຈມຕີ​ດ້ວຍ.

18 ແລ້ວ​ໃນ​ທີ່​ຊຸມນຸມຊົນ​ນັ້ນ​ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະອົງ​ຕໍ່ໜ້າ​ພວກເຂົາ​ທຸກຄົນ​ດ້ວຍ.

19 ຂໍ​ຢ່າ​ໃຫ້​ສັດຕູ​ຄື​ຄົນ​ຂີ້ຕົວະ​ໄດ້​ເອົາ​ຊະນະ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ພວກເຂົາ​ຍິກ​ຄິ້ວ​ຫລິ່ວຕາ​ດີໃຈ ເພາະ​ຂ້ານ້ອຍ​ໂສກເສົ້າ.

20 ພວກເຂົາ​ບໍ່​ເວົ້າຈາ​ເພື່ອ​ກໍ່​ໃຫ້​ເກີດ​ສັນຕິພາບ, ປັ້ນ​ແຕ່​ເລື່ອງ​ຕົວະ​ໃສ່​ຂ້ານ້ອຍ​ຜູ້​ຮັກ​ຄວາມ​ສະຫງົບສຸກ.

21 ພວກເຂົາ​ຟ້ອງ​ຂ້ານ້ອຍ​ໂດຍ​ຮ້ອງໂຮ​ຂຶ້ນ​ວ່າ, “ຫັ້ນເດ ພວກຂ້ອຍ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ກະທຳ”.

22 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ເຫັນ​ເຫດການ​ນີ້ ຂໍ​ຢ່າ​ມິດງຽບ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ໜີ​ໄກ​ຈາກ​ຂ້ານ້ອຍ​ທ້ອນ

23 ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ມາ​ປົກປ້ອງ ແລະ​ຕື່ນ​ຂຶ້ນ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ແດ່. ພຣະເຈົ້າ​ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.

24 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ນັ້ນ​ຊົງ​ຊອບທຳ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ດ້ວຍ ຂໍ​ຢ່າ​ປ່ອຍ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ ດູຖູກ​ຢຽບຫຍາມ​ຂ້ານ້ອຍ​ເລີຍ.

25 ຂໍ​ຢ່າ​ໃຫ້​ພວກເຂົາ​ເວົ້າ​ໃນ​ໃຈ​ວ່າ, “ກຳຈັດ​ມັນ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຮົາ​ຢາກ​ເຮັດ”.

26 ຂໍ​ໃຫ້​ຄົນ​ສົມນໍ້າໜ້າ ທີ່​ເຫັນ​ຂ້ານ້ອຍ​ທົນທຸກ ພ່າຍແພ້​ແລະ​ສັບສົນ​ຢ່າງ​ໝົດສິ້ນ​ສາເຖີດ ຂໍ​ໃຫ້​ຄົນ​ທີ່​ອ້າງ​ວ່າ​ຕົນ​ດີ​ລື່ນ​ຂ້ານ້ອຍ ຖືກ​ອັບອາຍ​ຂາຍໜ້າ​ຢ່າງ​ເຕັມທີ່​ດ້ວຍ.

27 ຂໍ​ໃຫ້​ຄົນ​ທີ່​ຢາກ​ເຫັນ​ຂ້ານ້ອຍ​ຖືກ​ປ່ອຍ​ຕົວ​ໄປ ໄດ້​ໂຮຮ້ອງ​ຍິນດີ​ຊໍ້າແລ້ວ​ຊໍ້າອີກ​ວ່າ, “ພຣະເຈົ້າຢາເວ​ຍິ່ງໃຫຍ່ ພຣະອົງ​ພໍໃຈ​ທີ່​ເຫັນ ຄວາມຈະເລີນ​ຮຸ່ງເຮືອງ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ.”

28 ແລ້ວ​ຂ້ານ້ອຍ​ກໍ​ຈະ​ປະກາດ​ວ່າ, “ພຣະອົງ​ຊອບທຳ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ທຸກ​ວັນ​ຕະຫຼອດໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan