ເພງ^ສັນລະເສີນ 34 - ພຣະຄຳພີສັກສິສັນລະເສີນຄຸນຄວາມດີຂອງພຣະເຈົ້າ 1 ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຢູ່ຕະຫລອດເວລາ ແລະຈະບໍ່ຢຸດເຊົາຍ້ອງຍໍສັນລະເສີນພຣະອົງຈັກເທື່ອ. 2 ຂ້ານ້ອຍຈະຍ້ອງຍໍພຣະເຈົ້າຢາເວໃນສິ່ງທີ່ຊົງກະທຳ ຂໍໃຫ້ຜູ້ທີ່ຖືກຂົ່ມເຫັງຟັງແລະເບີກບານໃຈເຖີດ. 3 ຈົ່ງຮ່ວມກັບຂ້ອຍປະກາດວ່າພຣະເຈົ້າຢາເວຍິ່ງໃຫຍ່ ໃຫ້ພວກເຮົາສັນລະເສີນພຣະນາມຂອງພຣະອົງພ້ອມກັນ. 4 ຂ້ານ້ອຍພາວັນນາອະທິຖານຫາພຣະເຈົ້າຢາເວ ແລະຄຳຕອບກໍມີມາ ຊົງປົດປ່ອຍຂ້ານ້ອຍຈາກຄວາມຢ້ານທັງສິ້ນ. 5 ຜູ້ທີ່ຖືກຂົ່ມເຫັງ ເມື່ອເບິ່ງພຣະອົງກໍເບີກບານໃຈ ແລະພວກເຂົາຈະບໍ່ໄດ້ຖືກອັບອາຍຈັກເທື່ອ. 6 ຜູ້ຂາດທີ່ເພິ່ງ ເມື່ອຮ້ອງຫາພຣະເຈົ້າຢາເວແລ້ວ ຄຳຕອບກໍມີມາ ພຣະອົງຊ່ວຍເອົາລາວຈາກຄວາມເດືອດຮ້ອນ. 7 ເທວະດາຂອງພຣະເຈົ້າຢາເວເຝົ້າຮັກສາຜູ້ທີ່ຢຳເກງພຣະອົງ ແລະຊ່ວຍພວກເຂົາໃຫ້ພົ້ນຈາກອັນຕະລາຍໄດ້. 8 ຈົ່ງພິສູດດ້ວຍຕົນເອງເຖີດວ່າພຣະເຈົ້າຢາເວດີສໍ່າໃດ ຄວາມສຸກເປັນຂອງຜູ້ທີ່ປອດໄພຢູ່ໃນພຣະເຈົ້າ. 9 ປະຊາຊົນຂອງພຣະອົງທຸກຄົນ ຈົ່ງຢຳເກງພຣະເຈົ້າຢາເວ ຜູ້ທີ່ເຊື່ອຟັງພຣະອົງ ຕ້ອງການສິ່ງໃດກໍໄດ້ສິ່ງນັ້ນ. 10 ແມ່ນແຕ່ຝູງສິງກໍອຶດຢາກຍ້ອນຂາດອາຫານ ແຕ່ຜູ້ທີ່ເຊື່ອຟັງພຣະເຈົ້າຢາເວຢ່າງຈິງໃຈບໍ່ຂາດສິ່ງດີຈັກເທື່ອ. 11 ຈົ່ງຟັງເອົາເຖີດລູກຫລານຂອງຂ້ອຍເອີຍ ຂ້ອຍຈະແອບສອນໃຫ້ເຈົ້າຢ້ານຢຳພຣະເຈົ້າຢາເວ. 12 ພວກເຈົ້າມັກມ່ວນໃນຊີວິດນີ້ຊັ້ນບໍ? ຢາກໄດ້ຊີວິດຍືນຍາວແລະຄວາມສຸກຫລືບໍ່? 13 ເຫດສະນັ້ນ ຈົ່ງລະເວັ້ນຈາກການເວົ້າຊົ່ວຊ້າ ຢ່າໃຫ້ຄຳເວົ້າຕົວະອອກຈາກປາກຂອງເຈົ້າຈັກເທື່ອ. 14 ຈົ່ງຫັນໜີຈາກຄວາມຊົ່ວ ແລະເຮັດແຕ່ຄວາມດີ ໃຫ້ຕໍ່ສູ້ເພື່ອສັນຕິສຸກດ້ວຍສຸດຈິດສຸດໃຈຂອງເຈົ້າ. 15 ພຣະເຈົ້າຢາເວເຝົ້າເບິ່ງຄົນຊອບທຳ ແລະຟັງຄຳຮ້ອງຂໍຂອງເຂົາເຈົ້າ, 16 ແຕ່ພຣະເຈົ້າຢາເວຂັດຂວາງຜູ້ທີ່ເຮັດຊົ່ວທຸກຄົນ ເມື່ອພວກເຂົາຕາຍໄປກໍຈະຖືກລືມໄລໂລດ. 17 ຄົນຊອບທຳຮ້ອງຫາ, ພຣະເຈົ້າຢາເວກໍຊົງຮັບຟັງພວກເຂົາ ແລະຊ່ວຍກູ້ເອົາພວກເຂົາອອກຈາກຄວາມເດືອດຮ້ອນຂອງພວກເຂົາ. 18 ພຣະເຈົ້າຢາເວຢູ່ໃກ້ຜູ້ທີ່ຂາດກຳລັງໃຈ ພຣະອົງຊ່ວຍຜູ້ທີ່ໝົດຫວັງໃຫ້ລາວໄດ້ພົ້ນ. 19 ຄົນຊອບທຳທົນທຸກຕໍ່ຄວາມລຳບາກນາໆຊະນິດ ແຕ່ພຣະເຈົ້າຢາເວຊ່ວຍໃຫ້ພົ້ນຈາກສິ່ງເຫຼົ່ານີ້. 20 ພຣະອົງສະຫງວນເພິ່ນໄວ້ເປັນຢ່າງດີ ແມ່ນແຕ່ກະດູກເພິ່ນຊີກໜຶ່ງກໍຈະບໍ່ຖືກຫັກຖິ້ມ. 21 ຄວາມຊົ່ວຊ້າຈະຂ້າຄົນຊົ່ວເອງ ຜູ້ທີ່ກຽດຊັງຄົນຊອບທຳຈະຖືກລົງໂທດ. 22 ພຣະເຈົ້າຢາເວຈະຊົງໄຖ່ເອົາຜູ້ຮັບໃຊ້ຂອງພຣະອົງ ແລະບໍ່ມີຜູ້ໃດທີ່ມາຂໍໃຫ້ພຣະອົງຄຸ້ມຄອງຈະໄດ້ຮັບໂທດ. |
@ 2012 United Bible Societies. All Rights Reserved.