ເພງ^ສັນລະເສີນ 33 - ພຣະຄຳພີສັກສິບົດເພງແຫ່ງການຍ້ອງຍໍສັນລະເສີນ 1 ຜູ້ຊອບທຳທຸກຄົນເອີຍ ຈົ່ງໂຮຮ້ອງຍິນດີເຖີດ ໃນສິ່ງທີ່ພຣະເຈົ້າຢາເວຊົງກະທຳນັ້ນ ທຸກຄົນທີ່ເຊື່ອຟັງພຣະອົງ ຈົ່ງສັນລະເສີນພຣະອົງເຖີດ. 2 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວດ້ວຍການດີດກິດຕາ ຈົ່ງເສບດົນຕຼີແລະຮ້ອງເພງຖວາຍແກ່ພຣະອົງ. 3 ຈົ່ງຮ້ອງເພງບົດໃໝ່ຖວາຍແກ່ພຣະອົງ ຈົ່ງດີດກິດຕາດ້ວຍຄວາມຊຳນານແລະຮ້ອງຢ່າງຊົມຊື່ນຍິນດີເຖີດ. 4 ຖ້ອຍຄຳຂອງພຣະເຈົ້າຢາເວເປັນຄວາມຈິງ ພຣະຣາຊກິດທຸກຢ່າງກໍເປັນທີ່ເຊື່ອຖືໄດ້. 5 ພຣະອົງຮັກຄວາມສັດຊື່ແລະຄວາມຊອບທຳ ຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຢາເວເຕັມທົ່ວທັງແຜ່ນດິນໂລກ. 6 ພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນດ້ວຍຖ້ອຍຄຳຂອງພຣະອົງ ຕາເວັນ, ເດືອນແລະດາວກໍໂດຍລົມປາກຂອງພຣະອົງ. 7 ພຣະອົງໄດ້ໂຮມທະເລທຸກແຫ່ງໄວ້ໃນບ່ອນດຽວ ຂັງມະຫາສະໝຸດເລິກໃນບ່ອນຂອງມັນນັ້ນ. 8 ທຸກສິ່ງທົ່ວແຜ່ນດິນໂລກ ຈົ່ງຢຳເກງພຣະເຈົ້າຢາເວ ທຸກຄົນໃນໂລກມະນຸດ ຈົ່ງໃຫ້ກຽດພຣະອົງ 9 ເມື່ອພຣະອົງຊົງກ່າວ ໂລກນີ້ກໍໄດ້ເກີດມາ ທຸກສິ່ງກໍໄດ້ປາກົດຂຶ້ນມາຕາມຄຳສັ່ງຂອງພຣະອົງ. 10 ພຣະເຈົ້າຢາເວມ້າງຈຸດປະສົງຊົນຊາດທັງຫລາຍ ພຣະອົງກີດກັ້ນພວກເຂົາບໍ່ໃຫ້ວາງແຜນອອກໄດ້. 11 ແຕ່ແຜນການຂອງພຣະເຈົ້າຢາເວໝັ້ນຄົງສະເໝີມາ ຄວາມປະສົງຂອງພຣະອົງກໍດຳລົງໄປຕະຫລອດ. 12 ຄວາມສຸກເປັນຂອງຊົນຊາດທີ່ພຣະເຈົ້າ ເປັນພຣະເຈົ້າຢາເວໃດ ຄວາມສຸກເປັນຂອງປະຊາຊົນທີ່ພຣະອົງໄດ້ເລືອກໄວ້. 13 ພຣະເຈົ້າຢາເວຫລຽວລົງມາຈາກສະຫວັນ ແລະກໍເບິ່ງເຫັນມະນຸດທຸກຊົນຊາດ. 14 ພຣະອົງຫລຽວລົງເບິ່ງຈາກບ່ອນທີ່ພຣະອົງປົກຄອງ ຫລຽວລົງເຫັນທຸກຄົນທີ່ອາໄສຢູ່ໃນແຜ່ນດິນໂລກ. 15 ພຣະອົງປະກອບສ້າງທຸກຄວາມນຶກຄິດຂອງພວກເຂົາ ແລະຮູ້ຈັກທຸກສິ່ງທີ່ພວກເຂົາກະທຳນັ້ນ. 16 ກະສັດບໍ່ຫ່ອນຊະນະຍ້ອນອຳນາດທາງທະຫານ ທະຫານບໍ່ຫ່ອນຊະນະຍ້ອນເຫື່ອແຮງຕົນໄດ້. 17 ມ້າເສິກໃຊ້ການຫຍັງບໍ່ໄດ້ເພື່ອໄຊຊະນະ ກຳລັງແຂງແຮງຂອງມັນບໍ່ຊ່ວຍໃຫ້ພົ້ນໄພໄດ້. 18 ພຣະເຈົ້າຢາເວເຝົ້າເບິ່ງຜູ້ທີ່ເຊື່ອຟັງພຣະອົງ ຄືຜູ້ໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ. 19 ພຣະອົງຊ່ວຍພວກເຂົາໃຫ້ພົ້ນຈາກຄວາມຕາຍ ແລະຮັກສາພວກເຂົາໃຫ້ມີຊີວິດໃນຄາວອຶດຢາກ. 20 ພວກຂ້ານ້ອຍມີຄວາມຫວັງໃນພຣະເຈົ້າຢາເວໃດ ພຣະອົງຮັກສາແລະຊ່ວຍເຫຼືອພວກຂ້ານ້ອຍໄວ້. 21 ເພາະພຣະອົງນັ້ນ ພວກຂ້ານ້ອຍຈຶ່ງຍິນດີ ແລະໄວ້ວາງໃຈໃນນາມບໍຣິສຸດຂອງພຣະອົງ. 22 ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ ດຳລົງຢູ່ນຳພວກຂ້ານ້ອຍ ໃຫ້ສົມກັບວ່າໃນພຣະອົງ ພວກຂ້ານ້ອຍມີຄວາມຫວັງຢູ່. |
@ 2012 United Bible Societies. All Rights Reserved.