Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 32 - ພຣະຄຳພີສັກສິ


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການອະໄພ

1 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການອະໄພ​ບາບກຳ​ ແລະ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ຍົກໂທດ​ຈາກ​ຄວາມຜິດ.

2 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າຢາເວ​ບໍ່​ຕໍ່ວ່າ​ເພາະ​ເຮັດ​ຜິດ ແລະ​ເປັນ​ຂອງ​ຜູ້​ທີ່​ພົ້ນ​ຈາກ​ການ​ຫລອກລວງ​ທັງ​ສິ້ນ.

3 ເມື່ອ​ຂ້ານ້ອຍ​ບໍ່​ສາລະພາບ​ການບາບ​ທີ່​ໄດ້​ກະທຳ​ມາ ຂ້ານ້ອຍ​ກໍ​ອິດອ່ອນ​ຊຸດໂຊມ​ເພາະ​ຮ້ອງໄຫ້​ຕະຫລອດ​ວັນ.

4 ພຣະອົງ​ລົງໂທດ​ໃສ່​ໃຫ້​ຂ້ານ້ອຍ​ທັງ​ເວັນ​ແລະ​ຄືນ​ນັ້ນ ກຳລັງ​ຂ້ານ້ອຍ​ກໍ​ອ່ອນ​ແຮງ​ລົງ​ຢ່າງ​ໝົດ​ສິ້ນ ດັ່ງ​ຄວາມຊຸ່ມ​ທີ່​ແຫ້ງ​ລົງ​ໂດຍ​ລະດູ​ອົບເອົ້າ.

5 ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.

6 ສະນັ້ນ ປະຊາຊົນ​ທຸກ​ທົ່ວ​ໜ້າ ທີ່​ຈົງຮັກ​ພັກດີ​ຕໍ່​ພຣະອົງ ຄວນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ເມື່ອ​ຄາວ​ຈຳເປັນ ເມື່ອ​ຄວາມ​ທົນທຸກ​ລຳບາກ​ດັ່ງ​ນໍ້າ​ມາກ​ໄຫລຫລັ່ງ​ເຂົ້າ​ມາ ກໍ​ຈະ​ບໍ່​ໄຫລ​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ເດັດຂາດ.

7 ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.

8 “ເຮົາ​ຈະ​ສອນ​ເຈົ້າ​ໃຫ້​ຮູ້ຈັກ​ທາງ​ທີ່​ເຈົ້າ​ຄວນໄປ ເຮົາ​ຈະ​ໃຫ້​ຄຳແນະນຳ​ແລະ​ແອບ​ສອນ​ເຈົ້າ.

9 ຢ່າ​ໂງ່ຈ້າ​ດັ່ງ​ມ້າ​ຫລື​ລໍ ຊຶ່ງ​ຖືກ​ຄຸມ​ດ້ວຍ​ເຫຼັກ ຫລື​ເຊືອກ​ຂວາງ​ປາກ​ໄວ້ ເພາະ​ເພື່ອ​ໃຫ້​ມັນ​ຍອມ​ຟັງ.”

10 ຄົນຊົ່ວ​ຕ້ອງ​ທົນທຸກ​ໜັກ ແຕ່​ຜູ້​ທີ່​ວາງໃຈ​ໃນ​ພຣະເຈົ້າຢາເວ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈະ​ຄຸ້ມຄອງ​ໄວ້.

11 ຜູ້​ທີ່​ຊອບທຳ​ເອີຍ ຈົ່ງ​ຍິນດີ​ແລະ​ຊື່ນໃຈ​ໃນ​ພຣະເຈົ້າຢາເວ ຜູ້​ທີ່​ເຊື່ອຟັງ​ພຣະອົງ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan