ເພງ^ສັນລະເສີນ 31 - ພຣະຄຳພີສັກສິພຣະເຈົ້າຢາເວເປັນທີ່ເພິ່ງຂອງເຮົາ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍມາຂໍໃຫ້ພຣະອົງຄຸ້ມຄອງ ຢ່າໃຫ້ຂ້ານ້ອຍໄດ້ຖືກພ່າຍແພ້ເລີຍ. ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນໃນຄວາມຊອບທຳຂອງພຣະອົງ. 2 ບັດນີ້ ໂຜດຮັບຟັງແລະຊ່ວຍຂ້ານ້ອຍໃຫ້ພົ້ນແດ່ ເປັນທີ່ເພິ່ງແລະຜູ້ປ້ອງກັນຂອງຂ້ານ້ອຍດ້ວຍ. 3 ພຣະອົງເປັນທີ່ເພິ່ງແລະທີ່ປ້ອງກັນຂອງຂ້ານ້ອຍ ໂຜດບອກທາງແລະນຳພາຕາມທີ່ພຣະອົງໄດ້ສັນຍາໄວ້ດ້ວຍ. 4 ໂຜດຮັກສາຂ້ານ້ອຍຈາກແຮ້ວທີ່ຖືກຫ້າງໄວ້ແດ່ ແລະເປັນທີ່ຫລົບລີ້ໃຫ້ຂ້ານ້ອຍແດ່ທ້ອນ. 5 ຂ້າແດ່ພຣະເຈົ້າຢາເວພຣະເຈົ້າອົງສັດຊື່ເອີຍ ຂ້ານ້ອຍມອບຈິດວິນຍານໄວ້ໃນພຣະຫັດຂອງພຣະອົງ ເພາະພຣະອົງຊົງໄຖ່ຂ້ານ້ອຍແລ້ວ. 6 ຜູ້ທີ່ຂາບໄຫວ້ຮູບເຄົາຣົບນັ້ນ ພຣະອົງກຽດຊັງຫລາຍ ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ. 7 ຂ້ານ້ອຍຈະຊົມຊື່ນຍິນດີເພາະຄວາມຮັກອັນໝັ້ນຄົງ ເພາະພຣະອົງເຫັນຂ້ານ້ອຍທົນທຸກແລະເດືອດຮ້ອນ. 8 ພຣະອົງບໍ່ໄດ້ມອບຂ້ານ້ອຍໄວ້ໃນມືຂອງພວກສັດຕູ ແຕ່ໃຫ້ຂ້ານ້ອຍມີອິດສະຫລະໄປທີ່ໃດກໍໄດ້. 9 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເມດຕາຂ້ານ້ອຍດ້ວຍ ເພາະຂ້ານ້ອຍຢູ່ໃນຄວາມເດືອດຮ້ອນແທ້ໆ ແລະຕາກໍອິດເມື່ອຍຍ້ອນຮ້ອງໄຫ້ຕະຫລອດວັນ ແຮງກໍອິດອ່ອນລົງ ແລະຮ່າງກາຍກໍຊຸດໂຊມດ້ວຍ. 10 ຄວາມທຸກໃຈເຮັດໃຫ້ຂ້ານ້ອຍອ່ອນເພຍໄປ ການຮ້ອງໄຫ້ຄວນຄາງກໍເຮັດໃຫ້ຊີວິດຂອງຂ້ານ້ອຍສັ້ນເຂົ້າ. ຂ້ານ້ອຍອ່ອນແຮງຍ້ອນມີຄວາມເດືອດຮ້ອນ ແມ່ນແຕ່ກະດູກຂອງຂ້ານ້ອຍກໍຂົດຖືກກັດກິນຈົນຫ້ຽນ. 11 ສັດຕູທັງຫລາຍຂອງຂ້ານ້ອຍ ພິເສດຄືເພື່ອນບ້ານຂອງຂ້ານ້ອຍເອງ ຕ່າງກໍດູໝິ່ນນິນທາຂ້ານ້ອຍ ຄົນທີ່ເຄີຍຮູ້ຈັກກໍຢ້ານກົວຂ້ານ້ອຍຄືກັນ ເມື່ອເຫັນຂ້ານ້ອຍຕາມທາງກໍປົບໜີໂລດ. 12 ທຸກຄົນໄດ້ລືມຂ້ານ້ອຍຄ້າຍກັບວ່າຕາຍໄປ ຂ້ານ້ອຍເປັນດັ່ງສິ່ງຂອງທີ່ໄດ້ຖືກໂຍນຖິ້ມ. 13 ຂ້ານ້ອຍໄດ້ຍິນວ່າສັດຕູຫລາຍຄົນກຳລັງຊິ່ມກັນ ຄວາມຕົກໃຈກົວກໍອ້ອມຕົວຂ້ານ້ອຍໄວ້. ເພື່ອຕໍ່ສູ້ຂ້ານ້ອຍນັ້ນ ພວກເຂົາກຳລັງວາງກົນອຸບາຍ ແຜນການຊົ່ວເພື່ອດັບຊີວິດຂ້ານ້ອຍໃຫ້ໄດ້. 14 ຂ້າແດ່ພຣະເຈົ້າຢາເວ ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະອົງ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ. 15 ພຣະອົງເປັນທີ່ເພິ່ງຂອງຂ້ານ້ອຍຕະຫລອດມາ ຂໍຊົງໂຜດຊ່ວຍໃຫ້ພົ້ນຈາກສັດຕູ ແລະ ຜູ້ທີ່ຂົ່ມເຫັງຂ້ານ້ອຍນັ້ນ. 16 ໂຜດແນມເບິ່ງຜູ້ຮັບໃຊ້ຂອງພຣະອົງດ້ວຍຄວາມເມດຕາ ໂດຍຄວາມຮັກອັນໝັ້ນຄົງຂອງພຣະອົງ ໂຜດຊ່ວຍເອົາຂ້ານ້ອຍດ້ວຍ. 17 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ ຂໍຢ່າໃຫ້ຂ້ານ້ອຍໄດ້ຖືກອັບອາຍຂາຍໜ້າ ແຕ່ຂໍໃຫ້ບັນດາຄົນຊົ່ວຮ້າຍເສຍໜ້າໄປ ຂໍໃຫ້ພວກເຂົາລົງໄປສູ່ແດນມໍຣະນາຢ່າງມິດງຽບ. 18 ພວກຄົນທີ່ຂີ້ຕົວະ ຈົ່ງມິດງຽບ ຄືພວກທີ່ອວດອົ່ງແລະຈອງຫອງທັງຫຼາຍ ພວກທີ່ເວົ້າດູໝິ່ນນິນທາຄົນຊອບທຳນັ້ນ. 19 ຄຸນຄວາມດີຂອງພຣະອົງນັ້ນປະເສີດເລີດລໍ້າຫລາຍ ພຣະອົງຮັກສາໄວ້ສຳລັບຜູ້ທີ່ໃຫ້ກຽດພຣະເຈົ້າ ທຸກຄົນກໍຮູ້ວ່າພຣະອົງເລີດລໍ້າສໍ່າໃດ ຊົງຄຸ້ມຄອງໃຫ້ຄວາມປອດໄພ ແກ່ຜູ້ທີ່ວາງໃຈໃນພຣະອົງ. 20 ພຣະອົງປ້ອງກັນພວກເຂົາໄວ້ຢ່າງປອດໄພ ໃຕ້ຮົ່ມພຣະຄຸນຂອງພຣະອົງ ເພື່ອໃຫ້ພົ້ນຈາກແຜນການປອງຮ້າຍຂອງມະນຸດ ພຣະອົງເຊື່ອງພວກເຂົາໄວ້ໃນບ່ອນເພິ່ງອີງທີ່ປອດໄພ ໃຫ້ພົ້ນຈາກຄຳດູໝິ່ນນິນທາຂອງຄູ່ຕໍ່ສູ້. 21 ສັນລະເສີນພຣະເຈົ້າຢາເວທີ່ໄດ້ຊົງສຳແດງໃຫ້ເຫັນ ເປັນຄວາມຮັກປະເສີດສຸດທີ່ຊົງມີຕໍ່ຂ້ານ້ອຍນັ້ນ ຄືເມື່ອຂ້ານ້ອຍຖືກປິດລ້ອມໂດຍເຫຼົ່າສັດຕູ ແລະເມື່ອຂ້ານ້ອຍຖືກພວກເຂົາໂຈມຕີນັ້ນ 22 ຂ້ານ້ອຍຢ້ານແລະຄິດວ່າພຣະອົງໄລ່ຂ້ານ້ອຍໜີໄປຈາກພຣະອົງ ແຕ່ພຣະອົງໄດ້ຍິນຄຳຮ້ອງຂໍໃຫ້ຊ່ວຍເຫລືອແລ້ວ. 23 ທຸກຄົນທີ່ມີໃຈສັດຊື່ເອີຍ ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຢາເວຊົງຄຸ້ມຄອງຮັກສາຄົນທີ່ມີໃຈສັດຊື່ ສ່ວນຄົນຈອງຫອງນັ້ນພຣະອົງຈະລົງໂທດທັນ ຕາມທີ່ພວກເຂົາສົມຄວນຈະໄດ້ຮັບ. 24 ຈົ່ງກ້າຫານ ແລະພຣະອົງຈະປະທານໃຈອັນເຂັ້ມແຂງ ແກ່ທຸກຄົນທີ່ມີຄວາມຫວັງໃນພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.